ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-14 17:35:55    
ຈີນ​ຈະ​ເປີດ​ກວ້າງ​ຂອບ​ເຂດ​ປະ​ກັນ​ບຳ​ນານ​ຕື່ມ​ອີກ​ພາຍ​ໃນ 5 ປີ​ຂ້າງ​ໜ້າ

cri Author: da
ຕາມ​ຂ່າວຈາກ​​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ: ​ພາຍ​ໃນ 5 ປີ​ຂ້າງ​ໜ້າ,ຈີນ​ຈະ​ເປີດ​ກວ້າງຂອບ​ເຂດປະກັນ​ບຳນານຕື່ມ​ອີກ,​​ຮອດ​ປີ 2010 ຈະ​ບັນລຸ​ໃຫ້​ຜູ້​ປະກັນ​ໄພ​ລື່ນ​ກາຍ 220 ລ້ານ​ຄົນ.

ຕາມ​ແນະນຳ​ວ່າ,​ທ້າຍ​ປີ 2005 ຜູ້​ປະກັນບຳນານຂອງ​ຈີນ​ໄດ້​ບັນລຸ 174 ລ້ານ​ຄົນ,​ແຕ່​ຍັງ​ມີ​ພາລະ​ກອນຂອງວິສາຫະກິດທີ່​ບໍ່​ແມ່ນລະບອບ​ກຳມະສິດ​ສ່ວນ​ລວມ ​ແລະ​ຜູ້​ອອກ​ແຮງ​ງານ​ເອກະ​​ເທດ​ໃນ​ຕົວ​ເມືອງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ບໍ່​ໄດ້​ຖືກ​ຈັກ​ເຂົ້າ​ໃນຂອບ​ເຂດ​ປະກັນບຳນານ.ສະນັ້ນ, ພາຍ​ໃນ 5 ປີ​ຂ້າງ​ໜ້ານີ້,ຈີນ​ຈະ​ເປີດ​ກວ້າງຂອບ​ເຂດ​ປະກັນ​ບຳນານຕື່ມ​ອີກ,​ທັງວາງ​ແລະປະກາດ​ມາດ​ຕະການທີ່​ສ້າງ​ຄວາມ​ສະດວກ​ໃຫ້​​ແກ່ຜູ້​ອອກ​ແຮງ​ງານ​ເອກະ​​ເທດ​ເຂົ້າຮ່ວມ​ການ​ປະກັນ​ໄພ.

ນອກ​ນີ້ ຕາມ​ແນະນຳ​ວ່າ,ຍອດລາຍ​ໄດ້ຂອງ​ມູນ​ນິທິ​ປະກັນບຳນານພື້ນຖານ​ຂອງ​ຈີນ​ໃນ​ປີ​ກາຍ​ນີ້​ໄດ້​ລື່ນ​ກາຍ 500 ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 5 ປີ​ກ່ອນ​ໜຶ່ງ​ເທົ່າ.ຕໍ່​ໄປ​ພາຍ​ໜ້າ ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເກັບ​ຄ່າ​ປະກັນສັງຄົມ,​ເພີ່ມ​ລາຍ​ໄດ້​ຂອງ​ມູນ​ນິທິ,​ເພື່ອ​ຮັບປະກັນ​ໃຫ້​ຜູ້​ປະກັນ​ໄພ​ສາມາດ​ໄດ້​ຮັບ​ເງິນ​ບຳນານ​ເຕັມ​ອັດຕາຕາມ​ເວລາ​ກຳນົດ.