ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 17:17:55    
ການ​ສົນ​ທະ​ນາ​ຮອບ​ໃໝ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ຂຶ້ນ​ຢູ່​ບາງ​ກອກ

cri

ຕາມ​ຂ່າວCRI, ການ​ສົນທະນາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ບາງກອກ ນະຄອນຫຼວງ​ຂອງ​ໄທ​ໃນ​ວັນ​ທີ31​ມີນາ​​ແລ້ວ​ນີ້.ນີ້​ແມ່ນ​ການ​ພົບ​ປະ​ສົນທະນາ​ຮອບ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ພາຍ​ຫຼັງ​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຮອງ​ແຜນ​ການ​ບາ​ຫຼີ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ນີ້.

ການ​ສົນທະນາ​ຢູ່ບາງ​ກອກ​ເທື່ອນີ້​ຈະ​ປຶກສາ​ຫາ​ລື​ບັນ​ຫາ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ບາ​ຫຼີ​ແນວ​ໃດ? ​ເພື່ອ​ວາງ​ແຜນ​ການ​ປະ​ຕິ​ບັດ​ງານ​ອັນ​ຈະ​ແຈ້ງ​ໃຫ້​ແກ່​ຂະ​ບວນ​ການ​ສົນ​ທະ​ນາ​ໃນ​ຕໍ່​ໜ້າ.​ນອກ​ນີ້,ກອງ​ປະຊຸມ​ເທື່ອ​ນີ້​ຍັງ​ຈະ​ຫາ​ລື​ວ່າ​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ໃຫ້​ປະ​ເທດ​ພັດ​ທະ​ນາ​ ທີ່​ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ກຽວ​ໂຕ​ນັ້ນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຕື່ມ​ອີກ.

ຢູ່​ທີ່​ປະຊຸມ,ປະ​ເທດ​ພວມ​ພັດທະນາ​ໂດຍ​ມີ​ກຸ່ມ77​ປະ​ເທດ​ແລະ​ຈີນ​ເປັນ​ຕົວ​ແທນ​ນັ້ນ​ໄດ້​ຮຽກ​ຮ້ອງ​ຢ່າງ​ແຂງ​ແຮງ​ໃຫ້​ປະ​ເທດ​ພັດທະນາ​ອີງ​ຕາມ​ຫຼັກ​ການ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ລະບຸ​ໄວ້​ໃນ​ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແຫ່ງ​ສະຫະ​ປະຊາ​ຊາດ,​ນຳ​ໜ້າ​ ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ.​ມື້​ດຽວ​ກັນ,ຢູ່​ທີ່​ປະ​ຊຸມ,​ທ່ານ​ຊູ​ເວີຍ ຫົວໜ້າ​ຫ້ອງ​ການ​ໜ່ວຍ​ນຳພາ​ການ​ຮັບ​ມຶ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ສະ​ໜັບ​ສະ​ໜູນ​ການ​ອີງ​ຕາມ​ບົດ​ລາຍ​ງານ​ປະ​ເມີນ​ເທື່ອ​ທີ​4​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ລະ​ຫວ່າງ​ລັດ​ຖະ​ບານ​ຫຼື​IPCC,​ໃນ​ໄລ​ຍະ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ໄລ​ຍະ​ທີ​ສອງ​ຫຼັງ​ປີ​2012,​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຍັງ​ຕ້ອງ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ​25%​ຫາ​40%​ເມື່ອ​ທຽບ​ໃສ່​ປີ​1990.​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ອາ​ໄສ​ການ​ເຄື່ອນ​ໄຫວ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນ​ຕໍ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ,​ມີ​ແຕ່​ເຮັດ​ແນວ​ນີ້​ຈິ່ງ​ຈະ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ໃນ​ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ເນື່ອງ​ຈາກ​ໃນ​ກອງ​ປະຊຸມ ບາງ​ປະ​ເທດທີ່​ພັ​ດທະນາ​ແລ້ວ​ສະ​ເໜີ​ວ່າ​ບໍ່​ໃຫ້ ເອົາປະລິ​ມານ​ລະບາຍອາຍ​ພິດ​ເຮືອນ​ແກ້ວ​ໃນປີ1990 ​ເປັນ​ຈຸດ​ເລິ່ມ​ແຕ່ ຫາກ​ບໍ່​​ໃຫ້​ເອົາປະລິມານ​ລະບາຍ​ໃນ​ປີ2005​ເປັນ​ຈຸດ​ເລິ່ມ, ທ່ານ​ອິ​ໂວ ​ເດິ ​ໂບ​ເອ ​ເລຂາປະຕິບັດ​ງານຂອງ​ສຳນັກ​ເລຂາສົນທິ​ສັນ​ຍາ​ຂອບ​ການ​ປ່ຽນ​​ແປງ​​ຂອງດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ຈະ​​ລົງ​ເລິກ​ຫາລື​ປະລິ​ມານ​ຫຼຸດ​ການ​ລະບາຍອາຍ​ພິດ​ເຮືອນ​ແກ້ວ.

ຍ້ອນ​ວ່າ ​ຄຳ​ໝັ້ນ​ສັນຍາອັນ​ທຳ​ອິດ​ຂອງ"ອະນຸ​ສັນຍາ​ກຽວ​​ໂຕ"ຈະ​ໝົດ​ກຳນົດ​ໃນ​ປີ2012,ອີງ​ຕາມ​ຂໍ້​ກຳນົດ​ຂອງ​ອະນຸ​ສັນຍາ,ຝ່າຍ​ລົງ​ນາມ​​ໃນອະນຸ​ສັນຍາ​ຄວນ​​ປຶກສາ​ຫາລື​ຕົວ​ເລກ​ຄາດໝາຍ​ໃນ​ໄລຍະຄຳ​ໝັ້ນ​ສັນຍາ​​ໄລຍະທີ2. ປັດຈຸ​ບັນ, ໜ່ວຍ​ງານ​ປຶກສາ​ຫາລື​ພວມ​​ເຮັດ​ວຽກ​​ນີ້ຢູ່, ການ​ຫາລື​ໃນ​ກອງ​ປະຊຸມ​ເທື່ອ​ນີ້​ຍັງ​ເຄັ່ງຮ້ອນ​ຢູ່​ຄື​ເກົ່າ.

ໃນ​ກອງ​ປະຊຸມ​ມື້​ດຽວ​ກັນ,ຜູ່​ຕາງໜ້າ"​ເຄືອ​ຂ່າຍການ​ເຄື່ອນ​ໄຫວ​​ເພື່ອ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​" ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ທີ່ບໍ່​ແມ່ນຂອງ​ລັດຖະບານຮຽກຮ້ອງ​ຢ່າງ​​ແຂງ​ແຮງ​​ໃຫ້​ບັນດາ​ປະ​ເທດໃຊ້​ມາດ​ຕະການ​ໂດຍ​ໄວ, ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຢ່າງ​ແທ້​ຈິງ,​ເພື່ອເຮັດ​ໃຫ້​ອາກາດ​ຮ້ອນ​ຊ້າ​ລົງ. ຜູ່​ຕາງໜ້າ​ຜູ່​ນີ້​ກ່າວ​ວ່າ,"ພວ​ກ​ທ່ານ​ຈະ​ຖ້າ​ຮອດ​ມື້​ອື່ນ​ບໍ່​ໄດ້​ແລ້ວ,ລົງ​ມື​ມື້​ນີ້​ຕ້ອງ​ໂລດ. ຕ້ອງ​ຈື່​ໄວ້​ວ່າ,ທ່ວງທ່າ​ທີ່​ດິນ​ຟ້າ​ອາກາດ​ທົ່ວ​ໂລກ​ຮ້ອນ​ຂຶ້ນ​ນັ້ນຈະ​ຮອດຈຸດສູງ​ສຸດ​ໃນ10ປີ​ຂ້າງ​ໜ້າ. ພວກ​ທ່ານບໍ່​ມີ​​ເຫດຜົນ​ໃດໆ​ເພື່ອໜ່ວງ​ໜ່ຽວ​ເວລາ​ອີກ​ແລ້ວ,ມີ​ແຕ່​ຕ້ອງປະຕິບັດ​ງານ​ໃນ​ທັນ​ທີ,ຫຼຸດ​ການ​ລະບາຍມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ."