ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 15:10:22    
ອົງ​ການ​ທີ່​ບໍ່​ແມ່ນ​ລັດຖະ​ບານ​ພວມ​ໃຊ້​ການ​ກະທຳ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

cri
ກອງ​ປະຊຸມປຶກສາ​ຫາລືຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາກາດ​ທີ່​ຈະ​ຈັດ​ເປັນ​ເວ​ລາ5ມື້​ພວມດຳ​ເນີນ​ຢູ່​ບາງ​ກອກ ນະຄອນ​ຫຼວງ​ຂອງ​ໄທ, ຜູ້​ແທນ​ປະມານ​1200​ຄົນ​ຂອງ163ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການປະຊຸມ. ຫົວ​ຂໍ້​ ​ຂອງ​ກອງ​ປະຊຸມ​ແມ່ນ​ຫາລື​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປະ​ຕິບັດ"​ແຜນ​ການ​ບາ​ລີ"ທີ່​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ຜ່ານ​ຮັບ​ຮອງ​ຢູ່​ເກາະ​ບາ​ລີ​ໃນ​ປີ​ກາຍ​ນີ້. ​ເມື່ອ​ທຽບ​ກັບ​ຜູ້​ແທນ​ຝ່າຍ​ທາງ​ການ​ທີ່​ດຳ​ເນີນ​ງານ​ຕາມລະບຽບ​ນັ້ນ​ແລ້ວ, ອົງການ​ທີ່​ບໍ່​ແມ່ນ​ລັດຖະບານ​ທີ່​ລິ​ເລີ່​ມ​ສົ່ງ​ເສີມ​ໃຫ້ໃຊ້​ການ​ຮ່ວມ​ມື​ສາກົນ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັ້ນ​ຫ້າວຫັນ​ເປັນ​ພິ​ເສດ​ໃນ​ກອງ​ປະຊຸມ​ຄັ້ງນີ້.

ວັນ​ທີ2​ເມສາ​ນີ້, ກອງ​ປະຊຸມປຶ​ກສາ​ຫາລື​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ເຂົ້າ​ສູ່​ມື້​ທີ3, ​ໃນ​ກອງ​ປະຊຸມ, ອົງການ​ທີ່​ບໍ່​ແມ່ນ​ລັດຖະບານ​ຈຳນວນ​ບໍ່​ໜ້ອຍ​​ໄດ້​ພາກັນກ່າ​ວວ່າ, ຈະ​ໃຊ້​ກຳລັງ​ກົດ​ໜີບ​ຕໍ່​ລັດຖະບານ​ປະ​ເທດ​ຕ່າງໆ, ​ເພື່ອ​ຢາກຊຸກ​ຍູ້​​ໃຫ້ການ​ປຶກສາ​ຫາລື​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ທີ່​ດຳ​ເນີນ​ໄປ​ຢ່າງລຳບາກ​ໄດ້​ການ​ຄືບ​ໜ້າ.

ຕາມ​ຂ່າວ​ແຈ້ງວ່າ, ຜູ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ເທື່ອນີ້ມີ​ຜູ້​ແທນ229ຄົນ​ຂອງ​65ອົງການ​ທີ່​ບໍ່​ແມ່ນ​ລັດ​ຖະບານ​ເຊິ່ງ​ລວມ​ທັງ​ເຄືອ​ຂ່າຍ​ປະຕິບັດ​ງານດິນ​ຟ້າ​ອາກາດ​ສາກົນ​ຫຼືCAN​. ພວກ​ທ່ານ​ລ້ວນ​ແຕ່​ເຂົ້າ​ຮ່ວມກອງ​ປະຊຸມ​ໃນ​ນາມ​ຜູ້​ສັງ​ເກດ​ການ. ຜູ້​ແທນ​ອົງກາ​ນທີ່​ບໍ່​ແມ່ນ​ລັດຖະບານ​ເຫຼົ່າ​ນີ້​ຕິດ​ຕໍ່​ພົວ​ພັນ​ກັນ​ຢ່າງ​ໃກ້ຊິດ, ກ່າວ​ຄຳ​ປາ​ໄສ​ຢ່າງ​ຕັ້ງໜ້າ​ໃນ​ກອງ​ປະຊຸມ, ​ໃນ​ເວລາພັກປະຊຸມ, ​ພວກທ່ານ​ກໍ່​ເຜີຍ​ແຜ່​ເອ​ກະ​ສານ​ໂຄສະນາ​ຊະນິດ​ຕ່າງໆ​ຢູ່​ໃນ​ແລະ​ນອກ​ສະຖານ​ທີ່​ປະຊຸມ, ​ເພື່ອຊຸກ​ຍູ້​ການ​ປຶກສາ​ຫາ​ລືໃຫ້​ໄດ້​ຮັບ​ໝາກຜົນ​ໂດຍ​ໄວ.

ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ນາງ​ແຄັດ​ເທີຣິນ ກຸດ​ມານ ຜູ້​ຕາງ​ໜ້າ​ກອງ​ທຶນ​ສັດປ່າ​ໂລກ​ເພື່ອ​ທຳ​ມະ​ຊາດ ອົງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ບໍ່​ແມ່ນ​ລັດຖະບານ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ຕິ​ຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ບາງປະ​ເທດ​ທີ່​ພັດທະນາ​ແລ້ວ​ໄດ້ມີ​ທ່າ​ທີ​ຖອຍ​ຫຼັງ​ໃນ​ບັນຫາຮັບ​ມື​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ. ນາງ​ເຫັນ​ວ່າ, ​ເພື່ອ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ສະບັບ​ໃໝ່​ກ່ຽວ​ກັບ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ເອົາ​ໃຈ​ໃສ່​ນຳຜົນ​ປະ​ໂຫຍ​ດ ຂອງ​ທົ່ວ​ໂລກ.

ນາງ​ກຸດ​ມານ​ກ່າວ​ວ່າ, ​ໃນ​ການ​ປຶກສາ​ຫາລື​ເທື່ອ​ນີ້, ບາງ​ປະ​ເທດ​ທີ່​ພັດທະນາ​ແລ້ວ ​ເຊັ່ນ​ຍີ່ປຸ່ນ ນູ​ແວນ​ເຊ​ລັງ​ເປັນ​ຕົ້ນ​ໄດ້​ສ້າງ​ບັນຫາ​ໃໝ່ຂຶ້ນ​ຫຼື​ສົນ​ໃຈ​ນຳ​ບັນຫາ​ປີກ​ຍ່ອຍ​ຫຼາຍ​ເກີນ​ໄປ, ທ່າ​ທີ​ແນວ​ນີ້​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ໂລກ​ທີ່​ພ້ອມ​ກັນ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ປະ​ເທດ​ທີ່​ພັດ​ທະນາ​ແລ້ວ​ຄວນ​ເອົາ​ໃຈ​ໃສ່​ເຮັດ​​ແນວ​ໃດ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ​ຢ່າງ​ແທ້​ຈິງ, ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ການ​ຊ່ອຍ​ເຫຼືອ​ຕົວ​ຈິງ​ດ້ານ​ເຕັກນິກ​ແລະ​ເງິນ​ທຶນ​​ແກ່ປະ​ເທດພວມ​ພັດທະນາ.