ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 15:47:54    
AMDເນັ້ນ​ໜັກ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື

cri Author: cai
ວັນ​ທີ 6 ​ເມສາ​ນີ້,​ເວທີ​ປຶກສາ​ຫາລື​ລະດັບລັດຖະມົນຕີ​ອາຊີ-​ຕາ​ເວັນ​ອອກກາງຫຼື AMD ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ຊາມ​ເອວ​ເຊັກ ​​ເມືອງທ່ອງ​ທ່ຽວ​ທະ​ເລ​ແດງຂອງ​ເອຢິບ​ເປັນ​ເວລາ 2 ວັນໄດ້​ອັດ​ລົງ​ແລ້ວ.ຜູ້ຕາງໜ້າ​ທີ່​ມາ​ຈາກ​ປະມານ  50 ປະ​ເທດ​ຂອງ​ອາຊີ​ແລະຕາ​ເວັນ​ອອກ​ກາງພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບບັນຫາ​ເຮັດ​ແນວ​ໃດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພາກ​ພື້ນຕື່ມ​ອີກ.ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ແລະ​ວັດທະນະທຳ​​ເປັນ​ຕົ້ນ.

ຖະ​ແຫຼ​ງການ​ທີ່​ກອງ​ປະຊຸມ​ໄດ້​ຮັບຮອງ​ຊີ້​ອອກວ່າ,ພາຍ​ໃຕ້​ເງື່ອນ​ໄຂ​ປະຫວັດສາດ​ອັນ​ໃໝ່,ການ​ບັນລຸ​ສັນຕິພາບ​ແລະ​ການ​ພັດທະນາ​ຢ່າງ​ຖາວອນ​ແມ່ນ​ໜ້າ​ທີ່​ຮ່ວມ​ຂອງ​ອາຊີ​ແລະ​ຕາ​ເວັນ​ອອກ​ກາງ.ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫັນ​ວ່າ,ຖ້າຢາກ​ສຳ​ເລັດ​ໜ້າ​ທີ່​ດັ່ງກ່າວ,ຕ້ອງ​ລົງມື​ຈາກຫຼາຍ​ດ້ານ​ຄື:

ກ່ອນ​ອື່ນ,ຕ້ອງມີ​ສະຖຽນ​ລະ​ພາບ​​ແລະ​ຄວາມ​ປອດ​ໄພ.ສະຖຽນ​ລະ​ພາບ​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ຂອງ​ການ​ພັດທະນາ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນຕ່າງໆ.ອາຊີ​ແລະ​ຕາ​ເວັນ​ອອກ​ກາງ​ແມ່ນ​ພາກ​ພື້ນ​ທີ່​ມີ​ບັນຫາ​ຈຸດ​ຮ້ອນ​ອ່າວ​ຫຼາຍ,ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ ບັນຫາ​ອີຣັກ ບັນຫາ​ນີວ​ເຄຼຍ​ແຫຼມ​​ເກົາຫຼີ​ເປັນ​ຕົ້ນ​​​ໄດ້ກ່ຽວ​ພັນ​ເຖິງ​ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ.​ໃນຊຸມ​ປີ​ມໍ່ໆ​ມາ​ນີ້,ບັນຫາ​ຄວາມ​ປອດ​​ໄພທີ່​ບໍ່​ແມ່ນ​ດັ້ງ​ເດີມ​ຄືລັດທິ​ກໍ່​ການ​ຮ້າຍ ອາດຊະຍາ​ກຳ​ຂ້າມ​ຊາດກໍ່​ນັບ​ມື້​ນັບພົ້ນ​​ເດັ່ນ​ຂຶ້ນ​ໃນ​ສອງ​ພາກ​ພື້ນ​ດັ່ງກ່າວ.ຈະ​ບັນລຸ​ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ແນວ​ໃດ?ກໍ​ຄື​ທ່ານ​ວາງ​ອີ້ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ໃນ​ກອງ​ປະຊຸມ​ນັ້ນ​ລະ,ຄື ຕ້ອງ​ໃຫ້​ປະ​ເທດ​ຕ່າງ​ໆ​ໃນ​ພາກ​ພື້ນ​ຍຶດໝັ້ນການ​ແກ້​​ໄຂ​ບັນຫາ​ຂັດ​ແຍ່ງກັນ​ດ້ວຍ​ສັນຕິ​ວິທີ,ຜ່ານ​ຈາກ​ການ​ປຶກສາ​ຫາລື​ຫຼຸດ​ຜ່ອນ​ຄວາມ​ຂັດ​ແຍ່ງ​ກັນ,ລິ​ເລີ່​ມການ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ສະ​ເໝີ​ພາບ​ແລະ​ປະສານ​ງານ,ບັນລຸ​ຄວາມ​ປອດ​ໄພ​ໃນ​ການ​ຮ່ວມມື​ແລະ​ຄວາມ​ປອດ​ໄພ​ຮ່ວມ.

ອັນ​ທີ​ສອງ,ດຳ​ເນີນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ເສດຖະກິດ.ອາຊີ​ແລະ​ຕາ​ເວັນ​ອອກ​ກາງ​ສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ພວມ​ພັດທະນາ,ລ້ວນ​ແຕ່​ປະ​ເຊີນ​ໜ້າ​ກັບ​ຫົວ​ຂໍ້​ຮ່ວມ​ຄື​ການ​ພັດທະນາ​ເສດຖະກິດ.ສອງ​ພາກ​ພື້ນ​ດັ່ງ​ກ່າວ​ສາມາດ​ຊ່ວຍ​ເຫຼືອ​ກັນ​ໃນ​ດ້ານ​ຊັບພະຍາ​ກອນ ຕະຫຼາດ​ແລະ​ໂຄງ​ປະກອບ​ຜະລິດ​ຕະກຳ​ເປັນ​ຕົ້ນ,​ໂດຍ​ສະ​ເພາະ​ແມ່ນ​​ໃນ​ດ້ານການ​ຄ້າ ການ​ລົງທຶນ ການ​ເງິນ ພະລັງ​ງານ​ແລະ​ການ​ທ່ອງ​ທ່ຽວ,ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​​ຫຼາຍ​ໃນ​ການ​ຮ່ວມ​ມື,ປະ​ເທດ​ຕ່າງໆ​ຄວນ​ຖື​ນີ້​ເປັນ​ຈຸດ​ໜັກ,​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ຢ່າງ​ຮອບ​ດ້ານ.ປະຈຸ​ບັນ,ປະລິ​ມານ​ສຳ​ຮອງ​ເງິນ​ຕາ​ຕ່າງປະ​ເທດຂອງ​ອາ​ຊີ​ແລະ​ຕາ​ເວັນ​ອອກ​ກາງ​ໄດ້​ມີ​ເຖິງ 4000 ຕື້​ໂດ​ລາ,​ໄດ້​ສ້າງ​ພື້ນຖານ​​ໃຫ້​ແກ່​ສອງ​ຝ່າຍ​ໃນ​ການ​ລົງທຶນ​ແກ່​ກັນ.

ຜູ້​ແທນ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ກ່າວ​ເນັ້ນ​ວ່າ,ນັກ​ວິຊາ​ການ​ທີ່​ມີຄວາມ​ຮູ້​ຄວາມ​ສາມາດ​ແມ່ນ​ປັດ​ໄຈ​ສຳຄັນ​ຂອງ​ອາຊີ​ແລະ​ຕາ​ເວັນ​ອອກ​ກາງ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ພັດທະນາ​ແບບ​ຍືນ​ຍົງ,ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ອົບຮົມ​ນັກວິ​ຊາ​ການ.ປະ​ຈຸ​ບັນ,ພາຍ​ໃຕ້​ຂອບ​ເວທີ​ປຶກສາ​ຫາລື​ອາຊີ-ຕາ​ເວັນ​ອອກ​ກາງ,​ໄດ້​ສ້າງ​ສູນ​ອົບຮົມ​ວິຊາ​ຊີບ​ໃນ​ພາກ​ພື້ນຢູ່​ຊອກ​ດາ​ນີ,​ແລະ​ໄດ້​ສ້າງ​ສູນ​ອົບຮົມ​ນັກວິ​ຊາການ​ດ້ານ​ການ​ຄຸ້ມ​ຄອງ​ສາທາລະນະ​ໃນ​ພາກ​ພື້ນ​ຢູ່​ກາ​ຕາ.

ອັນ​ທີ​ສາມ,ສົ່ງ​ເສີມ​ໃຫ້​ອະ​ລິຍະ​ທຳ​​ແລະ​ສາສະ​ໜາທີ່​ຕ່າງ​ກັນສົນ​ທະ​ນາ​ກັນ.ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເຫັນ​ວ່າ,ຈຸດ​ນີ້​ມັກ​ຈະ​ຖືກ​ຖື​​ເບົາ,ຄວາມ​ຂັດ​ແຍ່ງ​​ແລະ​ປະ​ທະກັນ​ຫຼາຍ​ຂໍ້​ກໍ່​ແມ່ນ​ເກີດ​ຂຶ້ນ​ຍ້ອນຂາດການຕິດ​ຕໍ່​ແລກປ່ຽນ​ກັນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ.ປະ​ເທດ​ຕ່າງໆ​ຂອງອາຊີ​ແລະ​ຕາ​ເວັນ​ອອກ​ກາງຄວນ​​ລົງ​ເລິກເອົາ​ໃຈ​ໃສ່​ນຳ​ທ່າ​ແຮງ​ຂອງ​ຕົນ​ໃນ​ດ້ານ​ວັດທະນະທຳ,​ເພີ່ມ​ທະວີ​ການ​ສົນທະນາ​ກັນ​ລະຫວ່າງ​ອະ​ລິຍະ​ທຳ​ແລະ​ສາສະໜາ​ທີ່​ຕ່າງ​ກັນ,ຊຸກຍູ້​ໃຫ້​ວັດ​ທະນະທຳ​ແລະ​ສັງຄົມ​ທີ່ຕ່າງ​ກັນ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຍົກ​ສູງ​ຂຶ້ນ​ພ້ອມ​ກັນ.

ຫາງ​ສຽງ​ເຫັນ​ວ່າ,ອາຊີ​ແລະ​ຕາ​ເວັນ​ອອກ​ກາງ​​ໃນ​ນາມ​ເປັນສອງ​ພາກ​ພື້ນ​ທີ່​ສຳຄັນ​ຂອງໂລກ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ໃນ​ເວທີ​ສາກົນ.ສອງ​ພາກ​ພື້ນ​ດັ່ງກ່າວ​ຜ່ານ​ຈາກການ​ດຳ​ເນີນ​ການ​ສົນທະນາ,ຈະ​ມີ​ຜົນ​ດີ​ຕໍ່ການ​ບັນລຸ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ,ນີ້​ກໍ​ຍ່ອມ​ຈະ​ຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຢ່າງ​ຕໍ່ເນື່ອງ​ຂອງ​ທົ່ວ​ໂລກ.