ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 16:23:19    
ສ.ປ.ປ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ຈັດການ​ເຈລະຈາ​ຮອບ​ໃໝ່ ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີພວມ​ມີ​ການ​ປ່ຽນ​ແປງ

cri Author: cailin
ວັນ​ທີ 7 ​ເມສາ​ນີ້,ທ່ານ​ກິມກຸຍ​ກວນ ຫົວໜ້າ​ຄະນະ​ຜູ້​ແທນ​ສ.ປ.ປ.​ເກົາຫຼີ​ແລະ​ທ່ານ​ຮີ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ໄດ້​ເດີນທາງ​ໄປ​ຮອດ​ສິງກະ​ໂປ,​ເພື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາ​ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 8 ​ເມສາ​ນີ້​ເປັນ​ເວລາ 1 ວັນ,ຫາລື​ບັນຫາ​ກ່ຽວ​ກັບສ.ປ.ປ.​ເກົາຫຼີ​ລາຍ​ງານ​ແຜນການ​ນີວ​ເຄຼຍ.ນີ້​ແມ່ນ​ສອງ​ຝ່າຍ​ຫາລື​ບັນຫາ​ນີວ​​ເຄຼຍ​ແຫຼມ​​ເກົາຫຼີ​ອີກ​ເທື່ອ​ໜຶ່ງ​ພາຍ​ໃນ​ຂອບ​ການ​ເຈລະຈາ 6 ຝ່າຍ​ພາຍຫຼັງເຈລະຈາກັນ​ຢູ່​​​ເຊີ​ແນວ​ໃນ​ວັນ​ທີ 13 ມີນາ​​ແລ້ວນີ້,ດັ່ງ​ນັ້ນ,ຈຶ່ງ​​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ​ຫຼາຍ.

ອີງ​ຕາມ"​ເອກະສານ​ຮ່ວມ 3 ຕຸລາ"ຂອງ《ການ​ປະຕິບັດ​ຖະ​ແຫຼງການ​ຮ່ວມ​ໄລຍະ​ທີ​ 2》​​ໃນ​ປີ​ກາຍ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ,ສ.ປ.ປ.​ເກົາຫຼີ​ຄວນ​ສຳ​ເລັດ​ການ​ເສື່ອມສະມັດຖະພາບຂອງ​ສິ່ງ​ກໍ່ສ້າງ​ນີວ​ເຄຼຍ 3 ​ແຫ່ງ​ຢູ່​ເຂດ​ເຢິງປຽນ​ກ່ອນ​ວັນ​ທີ 31 ທັນວາ​ປີ 2007,​ແລະ​ລາຍ​ງານ​ແຜນການ​ນີວ​ເຄຼຍທັງ​ໝົດ​ຂອງສ.ປ.ປ.​ເກົາ​ຫຼີ​ຢ່າງ​ຄົບ​ຖ້ວນ​​ແລະ​ຖືກຕ້ອງ.ພ້ອມ​ກັນ​ນັ້ນ,ອາ​ເມ​ລິ​ກາ​ຄວນ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ຕໍ່ສ.ປ.ປ.​ເກົາຫຼີຕາມ​ການ​ເຄື່ອນ​ໄຫວ​ຂອງ​ສ.ປ.ປ.​ເກົາຫຼີ,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ເສດຖະກິດ ພະລັງງານ​ແລະ​ມະນຸດສະທຳ​ແກ່​ສ.ປ.ປ.​​​ເກົາຫຼີ.​ແຕ່​ວ່າ,ຍ້ອນ​ສ.ປ.ປ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ມີ​ຄວາມ​​ຂັດ​ແຍ່ງ​ໃນ​ບັນຫາ​ລາຍ​ງານ​​ແຜນການ​ນີວ​ເຄຼຍ,ຈຶ່ງ​ເຮັດ​ໃຫ້"​ເອກະສານ​ຮ່ວມ​ 3 ຕຸລາ"ບໍ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ເວລາ​ກຳນົດ.

ສື່​ມວນ​ຊົນ​ສ.​ເກົາຫຼີ​ເຫັນ​ວ່າ,ທີ່​ຈິງ​ແລ້ວ,ປະຈຸ​ບັນ ຝ່າຍອາ​ເມ​ລິ​ກາພວມຂຸ້ນຂ້ຽວຢາກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ດ້ານ​ການ​ລາຍ​ງານ​ແຜນການ​ນິວ​ເຄຼຍ,​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜົນງານ​ທາງ​ການ​ທູດ​ຂອງ​ລັດຖະບານ​ບຸ​ສ. ຍ້ອນ​ວ່າພາຍຫຼັງ​ກຳນົດ​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ເດືອນ​ສິງຫາ​ປີ​ນີ້​ແລ້ວ,ລັດຖະບານ​ບຸ​ສຢາກ​ເສີມ​ຂະຫຍາຍ​ບົດບາດ​ກໍ່​ຍາກ​ແລ້ວ,ສະນັ້ນ ​ເວລາບໍ່​ເຫຼືອ​ຫຼາຍ​ແລ້ວ.ສ່ວນ​ສປປ​ເກົາຫຼີ​ພັດ​ປະ​ເຊີນກັບ​ການກົດ​ດັນ​ໃຫ້ລາຍ​ງານ​ນິວ​ເຄຼຍ​ແລະ​ທິດທາງ​ນະ​ໂຍບາຍ​ຕໍ່ສປປ​ເກົາຫຼີ​ຂອງ​ປະ​ທາ​ນາ​ທິບໍດີ​ຊຸອາ​ເມ​ລິ​ກາຊຸດ​ໜ້າ,ປະຈຸ​ບັນ​ກໍ່​ທຳ​ການຕັດສິນ​ໃຈຍາກ.ນັກ​ວິ​ເຄາະ​ຊີ້​ອອກ​ວ່າ,ຫວ່າງ​ມໍ່ໆ​ນີ້ ທ່າ​ທີ​​ຕິຕຽນ​ອາ​ເມ​ລິ​ກາ​ແລະ​ສ.​ເກົາຫຼີ​ຂອງສປປ​ເກົາຫຼີ​ແຂງ​ຂຶ້ນ​ແມ່ນຍ້ອນ​ຢາກສ້າງ​ຄວາມກົດ​ດັນຕໍ່ຜູ່​ນຳ​ໃໝ່​ຂອງ​ສ.​ເກົາຫຼີ,ຮຽກຮ້ອງ​ໃຫ້​ປ່ຽນ​ແປງ​ແນວທາງທີ່​ແຂງ​ກະດ້າງ​ຕໍ່ສປປ​ເກົາຫຼີ,ພ້ອມ​ກັນນັ້ນກໍ່​ບັງຄັບ​ໃຫ້​ລັດຖະບານ​ບຸ​ສຜ່ອນ​ສັ້ນຜັ້ນຍາວ​ກ່ອນລາ​ອອກ​ຈາກ​ຕຳ​ແໜ່​ງ.

ຫາງ​ສຽງ​ໃນ​ສ.​ເກົາຫຼີຊີ້​ອອກ​ວ່າ,ປະຈຸ​ບັນ,ບັນຫາ​ນິວ​ເຄຼຍ​ແຫຼົມ​ເກົາຫຼີ​ພວມ​ຢູ່​ໃນ​ໄລຍະ​ບາດ​ລ້ຽວ.ຖ້າວ່າ​ການ​ເຈລະຈາ​ລະຫວ່າງ​ທ່ານ​ຮິ​ວກັບ​ທ່ານ​ກິມ​ກຸຍ​ກວານ​ໄດ້​ຮັບຄວາມ​ຄືບ​ໜ້າ,ຝ່າຍ​ຕ່າງໆ​ກ່ຽວກັບ​ການ​ເຈລະຈາ6ຝາຍ​ກໍ່​ຈະ​ສາມາດ​ເລີ່​ມປຶກສາ​ຫາລື​ວຽກ​ງານ​​ໄລຍະ​ຕໍ່​ໄປ.ຖ້າວ່າ​ສອງ​ຝ່າຍ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ,ການ​ເຈລະຈາ6ຝ່າຍ​ກໍ່ອາດ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກໜັກກວ່າ​ເກົ່າ.ຫາງ​ສຽງ​ຫວັງ​ໃຫ້ກາ​ນ​ເຈລະຈາລະ​ຫວ່າງ​ທ່ານ​ຮິ​ວກັບ​ທ່ານ​ກິມກຸຍ​ກວານ​ເທື່ອ​ນີ້​ສາມາດ​ຊ່ວຍ​ໃຫ້​ປັບປຸງ​ການ​ພົວພັນລະຫວ່າງ​ສປປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ແລະ​ຊຸກຍູ້​ໃຫ້ການ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີຂະຫຍາຍ​ໄປ​ໜ້າ.