ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-10 16:39:03    
ອີຣານສືບ​ຕໍ່ປະ​​ເຊີນ​ໜ້າກັບປະ​ເທດ​ຕາ​ເວັນ​ຕົກ

cri

ຕາມ​ຂ່າວcri:ວັນ​ທີ9 ​ເມສາ​ນີ້,​ໃນ​ເວລາ​ສຳ​ຫຼວດຢູ່ມາສຮາດ ​ເມືອງ​ພາກ​ຕາ​ເວັນ​ອອກ​ຂອງ​ອີຣານ,ທ່ານ​ມາ​ມູ​ດ ອາມາ​ດີ ​ເນ​ຈາດ ປະທານາທິບໍດີ​ອີຣານກ່າວ​ວ່າ,ອີຣານຈະ​ບໍ່​ອ່ອນ​ຍອມ​ຕໍ່ຕາມ​ກຳລັງ​ກົດ​ໜີບຂອງ​ປະ​ເທດ​ຕາ​ເວັນ​ຕົກ​ແລ້ວ​ຢຸດ​ຕິການ​ຄົ້ນຄວ້າ​ນິ​ວເຄຼຍ.ປະທາ​ນາ​ທິບໍດີ​ອີຣານ​ແມ່ນ​ໃຫ້​ຄຳຕອບ​ດັ່ງກ່າວ​ຕໍ່​ການ​ຕິຕຽນ​ຂອງ​ທ່ານ​ໂກ​ດົນ ຈອນໂດຼ ​ໂຄສົກ​ຄະນະກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງອາ​ເມ​ລິ​ກາ.

ວັນ​ທີ8 ​ເມສາ​ນີ້,ທ່ານຈອນ​ໂດຼ ​ໂຄສົກ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດອາ​ເມ​ລິ​ກາ​ກ່າວ​ວ່າ,ອີຣານຕິດ​ຕັ້ງ​ເຄື່ອງ​​ແຍກ​ທາດໃໝ່6000​ເຄື່ອງ​ແລະ​ວັດ​ແທກ​ເຄື່ອງ​ແຍກ​ທາດແບບ​ໃໝ່​ທີ່​ມີ​ປະສິທິພາ​ບສູງ​ກວ່າ​ເກົ່າ,​​ເປັນ​ການ​ໝິ່ປະ​ໝາດຕໍ່​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ທີ່​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ເຄື່ອນ​ໄຫວ​ກັ່ນ​ເອົາຢູ​ເລນ​ຽມ,ອາດ​ຈະ​ພາ​ໃຫ້​​ເຂົາຖືກ​ລົງ​ໂທດ​ທາງ​ເສດຖະກິດ​ແລະ​ການ​ທູດ​ໃນ​ໂລກ​ເທື່ອ​ໃໝ່.​ພ້ອມ​ກັນ​ນັ້ນ,ທ່ານ​ກ່າວ​ວ່າ,ອີຣານສືບ​ຕໍ່​ປະຕິ​ເສດ​ເຮັດ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດກໍຈະພາ​ໃຫ້​​ເຂົາ​ໂດດດ່ຽວ​ຕື່ມ​ອີກ.

ຝ່າຍ​ອີຣານມີ​ປະຕິກິລິຍາ​ອັນ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.​ໃນ​ເວລາ​ສຳ​ຫຼວດຢູ່​​ເມືອງມາສຮາດທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອີຣານ,ປະທານາທິບໍດີ​ມາ​ມຸດ ອາມາ​ດີ ​ເນ​ຈາດກ່າວ​ວ່າ,ອີຣານ​ແມ່ນປະ​ເທດ​ທີ່​"ມີ​ນິວ​ເຄຼຍ",ຖ້າ​ປະ​ເທດ​ຝ່າຍຕາ​ເວັນ​ຕົກ​ຂັດຂວາງ​ອີຣານ​ໃນ​ດ້ານ​ນີ້ຕໍ່​ໄປ​ແລ້ວ,ອີຣານຈະຢ່ວງ​ບາດກ້າວ​ກວ້າງກວ່າ​ເກົ່າ​ໃນ​ການ​ເຄື່ອນ​ໄຫວ​ທີ່​ຄົ້ນຄວ້າ​ນິວ​ເຄຼຍ.

ຍ້ອນ​ຫຍັງ​ປະຊາ​ຄົມ​ໂລກຈຶ່ງ​ມີ​ການ​ສະດຸ້ງ​ໄວປານ​ນີ້​ຕໍ່​ການ​ເຄື່ອນ​ໄຫວ​ນິວ​ເຄຼຍຂອງ​ອີຣານ?ສາ​ເຫດ​ແມ່ນຍ້ອນ​ວ່າ​ປະຊາ​ຄົມ​ໂລກ​ເຫັນ​ວ່າ,ອີຣານ​ແມ່ນ​ປະ​ເທດສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ​ໃຫຍ່​ທີ່4​ໃນ​ໂລກ,ປະລິມານ​ສະ​ສົມ​ອາຍ​ແກັສທຳ​ມະ​ຊາດກໍ​ຢູ່​ໃນ​ອັນ​ດັບ​ທີ2​ໃນ​ໂລກ​ພຽງ​ແຕ່ຖັດຈາກຣັດ​ເຊຍ.ຄວາມ​ເວົ້າ​ຂອງ​ອີຣານທີ່​ວ່າດຳ​ເນີນ​ການ​ຄົ້ນຄວ້າ​​ເຕັກນິກນິວ​ເຄຼຍ​​ແມ່ນ​ເພື່ອ​ພັດທະນາ​ພະລັງງານນິວ​ເຄຼຍ​ໃຊ້​ທາງ​ພົນລະ​ເຮືອນນັ້ນ​ແມ່ນ​ເຊື່ອ​ໃຈ​ບໍ່​ໄດ້.ຜູ່​ຊຽວຊານ​ນິວ​ເຄຼຍບາງ​ທ່ານຊີ້​ອອກ​ວ່າ,​ເຄື່ອງ​​ແຍກ​ທາດ​ຢູ​ເລນ​ນຽມ1500​ເຄື່ອງ​,​ສາມາດ​ກັ່ນ​ເອົາຢູ​ເລຂຸ້ນສຳລັບ​ເຮັດຫົວ​ລະ​ເບີ​ດນິວ​ເຄຼຍ​ໄດ້​ຫົວ​ໜຶ່ງ.ບົດ​ລາຍ​ງານ​ໃໝ່​ສຸດ​ຂອງ​ອົງການ​ພະລັງ​ປະລະມານູ​ສາກົນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ​ໄດ້ຢືນຢັນ​ວ່າ,ປະຈຸ​ບັນ,ອີຣານມີ​ເຄື່ອງ​​ແຍກ​ທາດ3000​ເຄື່ອງ​ພວມ​ໝູນ​ເດີນຢູ່,ປະຈຸ​ບັນ​ອີຣານຍັງ​ຈະຕິດ​ຕັ້ງ​ເຄື່ອງ​ຈັກ​ແບບ​ນີ້​ອີກ6000​ເຄື່ອງ,​ແລະ​​ໄດ້ຄົ້ນຄວ້າ​ຜະລິດ​ເຄື່ອງ​​ແຂກ​ທາດແບບ​ໃໝ່​ທີ່​ມີ​ປະສິດທິພາບ​ໄວກວ່າ​ເຄື່ອງ​​ແຍກ​ທາດp1ທີ່​ພວມ​ໃຊ້​ຢູ່ດ​ຽວນີ້​ຕັ້ງ5​ເທົ່າ​.ສະ​ນັ້ນ​ປະຊາ​ຄົມ​ໂລກ​ຈຶ່ງ​ສົງ​ໄສຈຸດປະສົງແທ້​ຈິງ​​ໃນການ​ຄົ້ນຄວ້າ​ນິວ​ເຄຼຍຂອງ​ອີຣານ. ຫຼັງຈາກ​ອາ​ເມ​ລິ​ກາ,ຝະລັ່ງ,ອິສຣາ​ແອນ​ເປັນ​ຕົ້ນກໍ​ຮຽກຮ້ອງ​ຫຼາຍ​ເທື່ອ​ໃຫ້ປະຊາ​ຄົມ​ໂລກ​ຮ່ວມ​ກັນພະຍາຍາມ​,ບັງຄັບ​ໃຫ້​ອີຣານຢຸດ​ຕິການ​ເຄື່ອນ​ໄຫວ​ນິວ​ເຄຼຍຂອງ,ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ​ເຄີຍ​ຜ່ານ​ມະຕິ3ສະບັບ​,ລົງ​ໂທດ​ແຜນການ​ນິວ​ເຄຼຍອີຣານ​ແລະ​ຂົງ​ເຂດ​ກ່ຽວຂ້ອງ.


ແຕ່​ຝ່າຍ​ອີຣານບໍ່​​ເອົາ​ຫົວຊາ.ທ່ານ​ອາມາດີ ​ເນ​ຈາດ​ກ່າ​ວ່າ​ບໍ່​ຮັບ​ໃດໆ​ໝົດ​ທີ່​ຮຽກຮ້ອງ​​ໃຫ້ອີຣານຢຸດ​​ເຊົາການ​ກັ່ນ​ເອົາຢູ​ເລນ​ຽມຂຸ້ນ.​ຈາກ​ນີ້,​ກໍ​ເຫັນ​ໄດ້​ວ່າ,ການແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດີ​ແມ່ນຍາກທີ່​ຈະ​ໄດ້​ຮັບ​ຜົນ​ໃນ​ໄລຍະ​ສັ້ນ.ຫາງ​ສຽງ​ເຫັນ​ວ່າ,ອີຣານສືບ​ຕໍ່​ອອກ​ແຮງພັດທະນາ​ເຕັກນິກ​ນິ​ວ​ເຄຼຍເປັນ​ປໍ​ລະ​ປັກ​ ​ກັບປະ​ເທດ​ຕາ​ເວັນ​ຕົກ​ນັ້ນຈະ​ກາຍ​ເປັນ​ທ່ວງທ່າ​ຕົ້ນຕໍ​ໃນ​ໄລຍະໜຶ່ງ​ຂ້າງ​ໜ້າ​.