ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-14 16:01:15    
ລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ແພງ​ຂຶ້ນ​ເຮັດ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ສາກົນ​ສົນ​ໃຈ​ນຳ

cri

ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ 17 ຂອງ​ຄະນະ​ກຳມະການ​ເງິນຕາ​ແລະ​ການ​ເງິນ​ສາກົນ​ເຊິ່ງ​ເປັນອົງການ​ຕົກລົງ​ນະ​ໂຍບາຍ​ຂອງອົງ​ການ​ກອງ​ທຶນສາ​ກົນ ​IMF​​ແລະທະນາຄານ​ໂລກ​ຕ່າງ​ໄດ້​ຈັດ​ຂອງ​ປະຊຸມ​ຢູ່​ວໍ​ຊີງ​ຕັນ​ໃນ​ວັນ​ທີ 12 ​ແລະ​ວັທີ 13 ​ເມສາ, ປຶກສາ​ຫາລື​ບັນຫາລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ແລະ​ວິ​ກິດ​ການ​ການ​ທາງ​ດ້ານເງິນ​ເປັນ​ຕົ້ນ.

ສະ​ຖາ​ບັນ​ການ​ເງິນ​ສາກົນ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ລາຄາ​ທັນ​ຍາ​ຫານ​ໃນ​ໂລກ​ເປັນ​ພິ​ເສດ​ແລະ​ເອົາ​ບັນຫາ​ດັ່ງກ່າວ​ພົວພັນ​ກັບ​ບັນຫາ​ວິ​ກິດ​ການທາງ​ດ້ານ​ການ​ເງິນນັ້ນ, ​ແມ່ນ​ຍ້ອນ​ວ່າ​ຫວ່າງ​ມໍ່ໆ​ນີ້​, ລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ແພງ​ຂຶ້ນ​ຢ່າງ​ສືບ​ເນື່ອງ, ​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ຕ້ອງ​ປະ​ເຊີນ​ກັບຄວາມ​ອັນຕະລາຍ​ທີ່ຈະ​ເກີດ​ໄພ​ອຶດ​ຢາກ.

ລາຄາ​ທັນ​ຍາ​ຫານ​ສາກົນ​ເລີ່​ມ​ແພງ​ຂຶ້ນ​ໃນ​ປີ 2002, ​ແຕ່​ໃນ​ຫຼາຍ​ປີ​ມາ​ນີ້​ມີ​ທວງ​ທ່າ​ແພງ​ຂຶ້ນ​ໄວ​ກວ່າ​ເກົ່າ​ຢ່າງ​ເດັ່ນ​ຊັດ. ຕາມ​ຕົວ​ເລກ​ທີ່​ທະນາຄານ​ໂລກ​ເຜີຍ​ແຜ່, ​ໃນ 3 ປີຜ່ານມາ, ລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ໄດ້​ແພງ​ຂຶ້ນ 83%, ລາຄາ​ເຂົ້າ​ເບຼ​ແພງ​ຂຶ້ນ 181%. ​ໃນ​ຂະນະ​ດຽວ​ກັນ​ທີ່​ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ, ປະລິມານ​ສະ​ສົມ​ທັນ​ຍາ​ຫານ​​ໃນ​ທົ່ວ​ໂລກ​ກໍ​ພວມ​ຫຼຸດ​ລົງ, ບັນຫາ​ຄວາມ​ປອດ​ໄພຂອງ​ຂອງທັນ​ຍາ​ຫານ​ນັບ​ມື້ນັບ​ພົ້ນ​ເດັ່ນ​ຂຶ້ນ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ຟາ​ວສະຫະ​ປະຊາ​ຊາດ, ປັດຈຸບັນ​ປະລິມານ​ສະ​ສົມ​ທັນ​ຍາ​ຫານ​​ໃນ​ທົ່ວ​ໂລກ​ໄດ້​ຫຼຸດ​ຮອດ​ລະດັບ​ຕ່ຳ​ສຸດ​ແຕ່​ປີ 1980 ມາ​ນີ້. ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, , ບໍ່​ພຽງ​ແຕ່​ຈະ​ເພີ່ມຄ່າ​ຄອງ​ຊີບ​ຂອງ​ປະຊາຊົນ​ທຳ​ມະດາ, ຍັງ​ໄດ້​ສ້າງ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ຄວາມ​ສະຫງົບ​ທາງ​ສັງຄົມ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ.
​ໃນ​ຫຼາຍ​ເດືອນ​ມາ​ນີ້, ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ​ເຮັດ​ໃຫ້​ບາງ​ປະ​ເທດ​ເຊັ່ນ​ເອຢິບ ກຳ​ເມີ​ລຸນ ​ເອຕີ​ໂອ​ປີ ຟີ​ລິບ​ປີນ​ແລະ​ອິນ​ໂດ​ເນ​ເຊຍ​ເກີດ​ຄວາມ​ວຸ່ນວາຍ​ດ້ວຍ​ຄວາມຮຸນ​ແຮງ. ຢູ່​ຮາ​ຍຕີ​​ປະ​ເທດ​ກາ​ເລ​ບີທີ່ທັນ​ຍາ​ຫານ​ຕ້ອງ​ອາ​ໄສ​ການ​ນຳ​ເຂົ້າ, ຄວາມ​ວຸ້ນວາຍດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຍ້ອນລາຄາ​ທັນ​ຍາ​ຫານ​​ແພງ​ຂຶ້ນ​ໄດ້​ດຳ​ເນີນ​ມາເປັນ​ອາທິດ​ໜຶ່ງ, ​​ໃນ​ທີ່​ສຸດ​​ລັດຖະບານ​ຕ້ອງ​ປະກາດ​ລົ້ມ​ທະລາ​ຍ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ​ເມສາ​ນີ້, ທ່ານ​ໂຕ​ມິ​ນິກ ສ​ແທລາວ​ສ ຄານ ປະທານ​ຂອງIMFກ່າວ​ເຕືອນຢ່າງ​ຮີ້​ບຮ້ອນຕໍ່​ວິ​ກິດ​ການ​ທາງ​ດ້ານທັນ​ຍາ​ຫານ​ແລະ​ຜົນ​ສະທ້ອນ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ​ທີ່​ອາດ​ຈະ​ເກີດ​ຂຶ້ນວ່າ, ຖ້າ​ລາຄາ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ຈະແພງ​ຂຶ້ນ​ຕໍ່​ໄປ, ຈະ​ມີ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ໜ້າ​ຢ້ານ​, ມີ​ຫຼາຍ​ແສນ​ຄົນ​ໃນ​ທົ່ວ​ໂລກ​ຈະ​ປະ​ເຊີນ​​ໄພອຶດ​ຢາກ. ປະຫວັດສາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໄພ​ອຶດ​ຢາກ​​ມັກ​ເປັນ​ສາຍ​ຊະ​ນວນ​ກໍ່​ສົງຄາມເລື້ອຍໆ.

ທ່ານ​ໂລ​ເປີດ ​ໂຈ​ລິກ ປະທານທະນາຄານ​ໂລກ​ຊີ້​ອອກ​ວ່າ, ​ໃນ​ຫຼາຍ​ປະ​ເທດ​ພວມ​ພັດທະນາ, ຄ່າ​ຊື້​ເຄື່ອງກິນ​ຂອງ​ຜູ້​ທຸກ​ຍາກສູງ​ສຸດ​ໄດ້​ກວມລາຍ​ໄດ້​ 75% ​ແລ້ວ, ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ​ຈະ​ແມ່ນ​ການ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ຊີວິດ​ຂອງ​ຜູ້​ທຸກ​ຍາກ. ລາຄາ​ທັນ​ຍາ​ຫານ​ທີ່​ແພງ​ຂຶ້ນ​ພວມ​ເຮັດ​ໃຫ້​ບາງ​ປະ​ເທດ​ທຸກ​ຍາກ​ປະ​ເຊີນ​ຄວາມ​ອຶດ​ຢາ, ​ແລະ​ອາດ​ຈະ​ເຮັດ​ໃຫ້​ສັງຄົມ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ປັນ​ປ່ວນ. ວິ​ກິດ​ການ​ຂາດ​ທັນ​ຍາ​ຫານ​ອາດ​ຈະ​ເຮັດ​ໃຫ້​ໝາກຜົນ​ບຳບັດ​ຄວາມທຸກ​ຍາກ​ຂອງ​ປະຊາ​ຄົມ​ໂລກ​ໃນ 7 ປີຜ່ານມາ​ຖືກທຳລາຍໝົດ​ໃນ​ເວລາ​ສັ້ນໆ.

ມີ​ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ສາຍ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​​ໃນ​ໂລກ​ແພງ​ຂຶ້ນນັ້ນ​ແມ່ນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​​ເຊິ່ງ​ອາ​ເມ​ລິ​ກາ​​ເປັນ​ຫົວ​ໂປໄດ້​ຫຼຸດ​ການ​ຊ່ອຍ​ເຫຼືອ​ດ້ານ​ທັນ​ຍາ​ຫານ​ຕໍ່​ປະ​ເທດ​ທີ່​ພວມ​ພັດທະນາ, ອີກ​ດ້ານ​ໜຶ່ງ​ແມ່ນ​ການ​ສົ່ງ​ເສີມ​​ໃຊ້​ທັນ​ຍາ​ຫານ​ມາ​ພັດທະນາ​​ເປັນພະລັງງານ​. ຕາມ​ສະຖິຕິ​ຂອງ​ IMF, ທັນ​ຍາ​ຫານ​​ໃນ​ທົ່ວໂລກ​ມີ​ເຄິ່ງໜຶ່ງ​​ໄດ້​ເອົາ​ໄປ​ພັດທະ​ນາ​ເປັນ​ພະ​ລັງ​ງານ​​ແລ້ວ. ນອກ​ນີ້, ລາຄາ​ນ້ຳມັນ​ເຊື້ອ​ໄຟ​ສືບ​ຕໍ່​ແພງ​ຂຶ້ນ​ແລະ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ​​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງບໍ່​ປົກກະຕິ​ກໍ​ແມ່ນ​ປັດ​ໄຈ​ທີ່​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ.

ຫາງ​ສຽງ​ເຫັນ​ວ່າ, ຢາກ​ແກ້​ໄຂ​ບັນຫາ​​ໃນ​ທົ່ວ​ໂລກຂາດ​ທັນ​ຍາ​ຫານ​​ຈາກ​ກົກ​ເຄົ້າ, ນັ້ນປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ, ​ໃນ​ສນັ້ນລວມທັງ​​ເພີ່ມ​ການ​ຊ່ອຍ​ເຫຼືອ​ທັນ​ຍາ​ຫານ​ຕໍ່​ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ປ່ຽນ​ແປງ​ການ​​ໃຊ້​ເຄື່ອງ​ປູກ​​ເປັນ​ພະລັງງານ​ເຂົ້າ​ແທນ​ເປັນ​ຕົ້ນ.