ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-15 16:12:38    
ຣັດ​ເຊຍ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ"ສ້າງ​ຮ່ວມ​ກັນ"​ໃນ​ບັນ​​ຫາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ14​ເມສາ​ນີ້,ຢູ່​ມົສ​ກູ,ພາຍຫຼັງຈັດການ​ເຈລະຈາ​ກັບ​ທ່ານ​ໂຄ​ມູ ຣາ ມາ​ຊາ​ຮີ​ໂຄ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ແລ້ວ,​ທ່ານ​ເຊີ​ເກ ລັຟ​ລົຟ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ ​ເອີ​ລົບ ຣັດ​ເຊຍ ຍີ່​ປຸ່ນ​ແລະ​ປະ​ເທດ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ຮ່ວມ​ກັນ​ສ້າງ​ລະ​ບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ.​ຈາກ​ນີ້​ເຫັນ​ໄດ້​ວ່າ,​ໃນ​ບັນ​ຫາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ,​ຣັດ​ເຊຍ​ໄດ້​ປ່ຽນ​ແປງ​ທ່າ​ທີ​ຄັດ​ຄ້ານ ແລະ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ໃນ​​ເມື່ອ​ກ່ອນ,​ຫາກ​ມາ​ປະຕິບັດ​ຍຸດ​ໂທ​ບາຍ​ທີ່​ຮ່ວ​ມກັນ​ສ້າງ.

​ໃນ​ບັນຫາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ,ຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ອາດ​ເວົ້າ​ໄດ້​ວ່າ​ໄດ້​ມີ​ຄວາມ​ຂັດ​ແຍ່ງ​ກັນ​​​ແຕ່ດົນ​ແລ້ວ.​ເດືອນ​ມັງ​ກອນ​ປີ​2007,​ອາ​ເມ​ລິ​ກາ​ສະ​ເໜີ​​ໃຫ້ໂປ​ໂລຍ​ແລະ​ສາ​ທາ​ລະ ນະ​ລັດ​ເຊັກ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ຖານ​ທັບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ດ້ວຍ​ຂໍ້​ອ້າງ​ທີ່​ວ່າ ການ​ຈັດ​ວາງ​ລະ​ບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ແມ່ນ​ແນ​ໃສ່​ຄວາມ​ຂົ່ມ​ຂູ່​ບົ່ມ​ຊ້ອນ​ຈາກ​ອີຣານ​.ຣັດ​ເຊຍ​ເຫັນ​ວ່າ,​ຈຸດ​ປະ​ສົງ​ສຸດ​ທ້າຍ​ຂອງ​ອາ​ເມລິ​ກາ​ແມ່ນ​ເພື່ອ​ຕັດ​ຮອນ​ຄວາມ​ສາມາດ​ປ້ອງ​ກັນ​ຂອງຣັດ​ເຊຍ,​ຂົ່ມ​ຂູ່​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ຣັດ​ເຊຍ.​ດ້ວຍ​​ເຫດ​ນີ້,ຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ຈຶ່ງ​ໄດ້​ໂຕ້​ຖຽງ​ກັນ​ຢູ່​ບໍ່​ເຊົາ​​ໂດຍ​ປິ່ນ​ອ້ອມ​ບັນ​ຫາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ,​ຈາກ​ນັ້ນ​ການ​ພົວ​ພັນ​ສອງ​ປະ​ເທດ​ກໍ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ໄປ​ບໍ່​ມາ.

ຕົ້ນ​ເດືອນ​​ເມສາ​ນີ້,ທ່ານ​ວຼາດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍກັບ​ທ່ານຈອຈ໌ ​ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຢູ່​ໂຊ​ຊີ​ຂອງ​ຣັດ​ເຊຍ ​ເຊິ່ງຖືກ​ສື່​ມວນ​ຊົນ​ເອີ້ນ​ເປັນ​ການ​ເຈ​ລະ​ຈາ​ຄັ້ງສຸດ​ທ້າຍ​ພາຍ​ໃນອາຍຸ​ຕຳ​ແໜ່ງ​ຂອງ​ສອງ​ທ່ານ.ສອງ​ຝ່າຍ​ມີ​ເຈດ​ຕະ​ນາ​ສ້າງ​ຕັ້ງ​ລະ​ບົບ​ຊຸດ​ໜຶ່ງ​ທີ່ຣັດ​ເຊຍ ອາ​ເມ​ລິ​ກາ​ກັບ​ເອີ​ລົບ​ຮ່ວມ​ກັນ​ເຂົ້າຮ່ວມ​ໃນ​ຖາ​ນະ​ທີ່​ເປັນ​ຄູ່​ຮ່ວມ​ມື​ສະ​ເໝີ​ພາບ,​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ດ້ານ​ລູກ​ສອນ​ໄຟ​ນຳ​ວິຖີທີ່​ອາດ​ຈະ​ປະ​ສົບ.​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ເຮັດ​ໃຫ້​ການ​ຂັດ​​ແຍ່ງ​ກັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບຣັດ​ເຊຍ​ທີ່​ໄດ້​ເຄັ່ງ ຮ້ອນ​ຂຶ້ນ​​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ນັ້ນ​ຢຸດ​ເຊົາ​ຊົ່ວ​ຄາວ.

ສ່ວນ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ເຂົ້າຮ່ວມ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ຮ່ວມ​ກັນ​ສ້າງ​ນັ້ນ​ແມ່ນ​ເພື່ອ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຍີ່ປຸ່ນ,​​ແລະ ໄດ້​ຮັບ​ຄວາມ​ເປັນ​ເຈົ້າ​ການ​ໃນ​​ເວລາ​ຮັບ​ມື​ກັບ​ການ​ຮ່ວມ​ມື​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຍີ່​ປຸ່ນ,​ແລ້ວ​ສະ​ກັດ​ກັ້ນ​ອາ​ເມ​ລິ​ກາ​ຕື່ມ​ອີກ,​ແລະ​ບັນລຸ​ຈຸດ​ປະສົງ​ທີ່​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຂອງ​ປະ​ເທດ​ຕົນ.

ນັກ​ວິ​ເຄາະ​ເຫັນ​ວ່າ,ຣັດ​ເຊຍ​ປ່ຽນ​ແປງ​ທ່າ​ທີຄັດຄ້ານ​ແລະ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ໃນ​ເມື່ອ​ກ່ອນ​ໃນ​ບັນຫາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ,ຫັນ​ເປັນ​ການປະຕິບັດ​ຍຸດ​ໂທບ​າຍຮ່ວມ​ກັນ​ສ້າ​ງ ດ້ວຍ​ທ່າ​ທີ​ປະ​ນີ​ປະ​ນອມ​ນັ້ນ,​ສາ​ເຫດ​ກົກ​ຮາກ​ແມ່ນ​ຍ້ອນ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ກຳ​ລັງ​ຕົວ​ຈິງ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຣັດ​ເຊຍ.​ຖ້າ​ວ່າ​ຣັດ​ເຊຍ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຫັນ​ປ່ຽນ​ອົງ​ປະ ກອບ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຢ່າງ​ແທ້​ຈິງ​ແລະ​ບັນ​ລຸ​ຄວາມ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ,​ບໍ່​ວ່າ​ໃນ​ບັນ​ຫາ​ຕ້ານ​ລູກ​ສອນ​​ໄຟ​ນຳ​ວິ​ຖີ,​ຫຼື​ວ່າ​ໃນ​ການ​ພົວ​ພັນ​ຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ,​ການ​ໃຊ້ ທ່າ​ທີ​​ແຂງ​ໃນ​ຊົ່ວ​ໄລຍະ​ໜຶ່ງ​ແລະ​​ປະ​ນີ​ປະ​ນອມ​ໃນ​ສຸດ​ທ້າຍ​ນັ້ນ​ຈະ​ແມ່ນ"ທຳ​ນອງ​ຫຼັກ"​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ຍາວ​ສົມ​ຄວນ​ໃນ​ຕໍ່ໜ້າ.