ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-17 15:35:32    
ຈີນ​ຮັບ​ຈັດ​ກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເປັນ​ເທື່ອ​ທຳ​ອິດ

cri Author: ms
ຕາມ​ຂ່າວ CRI: ວັນ​ທີ 16 ​ເມສາ​ນີ້, ກອງ​ປະຊຸມ​ຫົວໜ້າ​ກົມ​ການ​ເມືອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ອີຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ້​ຂອງ​ຈີນ, ນີ້​ແມ່ນ​ຈີນ​ຮັບ​​ຈັດ​ກອງ​ປະຊຸມ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ອີຣານ​ເປັນ​ເທື່ອ​ທຳ​ອິດ. ​ໃນ​ການ​ປະຊຸມ​ເປັນ​​ເວລາ 1 ວັນ, ຜູ້​ແທນ​ຈີນ,​ອາ​ເມ​ລິ​ກາ, ຣັດ​ເຊຍ, ​ອັງກິດ,​ ຝະ​ຣັ່ງ,​ເຢຍ​ລະ​ມັນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຫຼື EU ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ອັນ​ສຳ​ຄັນ​ກ່ຽວ​ກັບ​​ແຜນ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ປະຈຸ​ບັນ, ບັນຫາ​ນິວ​ເຄຼຍຍັງ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມາ. ​ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ, ການ​ລອງ​ແຮງ​ກັນ​ລະ​ຫວ່າງ​ອີ​ຣານ​ກັບ​ອາ​ເມ​ລິ​ກາ​ແລະ​ EU ຮຸນ​ແຮງ​ຂຶ້ນ​ເປັນ​ກ້າວໆ, ​ເດືອນ​ສິງ​ຫາ​ປີ 2005,​ລັດ​ຖະ​ບານ​ອີ​ຣານ​ຊຸດ​ໃໝ່​ຟື້ນ​ຟູ​ການ​ກັ່ນ​ເອົາ​ທາດ​ຢູ​ເລ​ນຽມ​ຂຸ້ນ,​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຈຶ່ງ​ຢຸດ​ຕິ​ລົງ.​ຕົ້ນ​ເດືອນ​ມີນາ​ປີ​ນີ້,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 5 ປະ​ເທດ​ສະ​ມາ​ຊິກ​ຖາວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເຊິ່ງ​ລວມ​ທັງ​ຈີນ​ພ້ອມ​ດ້ວຍ​ເຢຍ​ລະ​ມັນ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ,​ກ່າວ​ຢ້ຳ​ວ່າ​ຄວນ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ​ເຫັນ​ດີ​ບັນລຸ​ແຜນ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ໂດຍ​ໄວ.​ຖະ​ແຫຼງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງປະ​ເທດ 6 ປະ​ເທດ​ກ່າວ​​ເນັ້ນ​ວ່າ, ຄວນ​ປະ​ຕິ​ບັດ​ວິ​ທີ​ການ​ລົງ​ໂທດ​ດ້ານ​ການ​ສົ່ງ​ເສີມ​ຕໍ່​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ເທື່ອ​ນີ້​ກໍ່​ແມ່ນ​ເພື່ອ​ປະ​ຕິ​ບັດ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ 6 ປະ​ເທດ.

ນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່​ຈີນ​ເ​ປັນ​ເຈົ້າພາບ​ຈັດກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ຂອງ​ອີ​ຣານ.​ເມື່ອ​ໄດ້ຫາລື​ຢ່າງ​ເລິກ​ເຊິ່ງ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ​ແລ້ວ,​ຝ່າຍ​ຕ່າງໆ​ໄດ້​ບັນ ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ເນື້ອ​ໃນ​ສຳຄັນ​ຂອງ​ແຜນການ​ຟື້ນ​ຟູ​ການ​ເຈ​ລະ ຈາ.​ທ່ານ​ເຮີ​ຢ້າ​ເຟີ່ຍ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ເປັນ​ປະ ທານ​ກອງ​ປະ​ຊຸມ​ບອກ​ໃຫ້​ຮູ້​ວ່າ:​"6​ປະ​ເທດ​ລ້ວນ​ແຕ່​ເຫັນ​ດີ​ຈະ​ສືບ​ຕໍ່​ເພີ່ມ​ຄວາມ​ພະ​ຍາ​ຍາມ​ດ້ານ​ການ​ທູດ,​ໃຊ້​ແນວ​ຄິດ​ທີ່​ມີ​ລັກ​ສະ​ນະ​ປະ​ດິດ​ສ້າງ,​ຕັ້ງ​ໜ້າ​ຊອກ​ຫາ​ວິທີ​ອັນ​ເໝາະ​ສົມ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ຢ່າງ​ຮອບ​ດ້ານ​ແລະ​ຖາ​ວອນ.​ເມື່ອ​ແຜນ​ການ​ຟຶ້ນ​ຟູ​ການ​ເຈລະ ຈາ​ນີ້​ຮຽບ​ຮ້ອຍ​ແລ້ວ,​ຈຶ່ງ​ຈະ​ມອບ​ໃຫ້​ຝ່າຍ​ອີ​ຣານ,​6​ປະ​ເທດ​ກໍ​ຮຽກ​ຮ້ອງ​ໃຫ້​ອີ​ຣານ​ມີ​ປະ​ຕິ​ກິ​ລິ​ຍາ​ທີ່​ຕັ້ງ​ໜ້າ,​ແລະ​ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ຢ່າງ​ເໝາະ​ສົມ."​ເມື່ອ​ກ່າວ​ເຖິງ​ໝາກ​ຜົນ​ຂອງ​ກອງ​ປະຊຸມ​ຊຽງ​ໄຮ້​ຄັ້ງ​ນີ້,​ທ່ານ​ເຮີ​ຢ້າ​ເຟີ່ຍ​ກ່າວ​ເນັ້ນ​ອີກ​​ເທື່ອ​ໜຶ່ງ​ວ່າ,ອັນ​ທີ່​ສາ​ມາດ​ເຈ​ລະ​ຈາ​ກບ​ອີຣານຈຶ່ງ​ແມ່ນ​ເປົ້າ​ໝາຍ​ທີ່​ຝ່າຍ​ຕ່າງໆ​ສະ​ແຫວງ​ຫາ.

​ໃນ​ເວລາ​​ໃຫ້​ສຳ​ພາ​ດຕໍ່ນັກ​ຂ່າວ​ວິທະຍຸ​CRI,​ທ່ານ​ຫຼີ​ເຫວີຍ​ຈ້ຽນ ຫົວ ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ອາ​ຊີ​ຕາ​​ເວັນ​ຕົກ​ແລະ​ອາ​ຟະ​ລິ​ກາ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ສາ​ກົນ​ຊຽງ​ໄຮ້​ກ່າວ​ວ່າ,​ຝ່າຍ​ຕ່າງໆ​ຂອງ​ກອງ​ປະຊຸມ​ຊຽງ​ໄຮ້​ຄັ້ງ​ນີ້​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ສັນ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ເນື້ອ​ໃນ​ສຳຄັນ​ຂອງ​ແຜນ​ການ​ຟຶ້ນ​ຟູ​ການ​ເຈ​ລະ​ຈາ,​​ໃນ​ນັ້ນ​ມີ​ຄວາມ​ພະ​ຍາ​ຍາມ​ຢ່າງ​​ໃຫຍ່​ຫຼວງ​ຂອງ​ຈີນ​ທີ່​ໄດ້​ເຮັດ​ຫຼາຍ​ປີ​ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ.​ທ່ານ​ກ່າວ​ວ່າ:​"ການ​ທີ່​ເຮັດ​ໃຫ້​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ຫຼີກ​ເວັ້ນ​ຄວາມ​ເຄັ່ງ​ຕຶງ ຫຼີກ​ເວັ້ນ​ການ​ເກີດ​ວິ​ກິດ​ການ​ຈົນ​ກ້າວ​ເຖິງ​ການ​ປະ​ທະ​ກັນ,​ຍ້ອນ​ຈີນ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ.​ຜູ້​ນຳ​ຂອງ​ປະ​ເທດ​ພວກ​ເຮົາ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ນຳ​ລະ​ດັບ​ສູງ​ຂອງ​ອີ​ຣານ​ຫຼາຍ​ເທື່ອ​​ໃນ​ຫຼາຍ​ກໍ​ລະ​ນີ,​ຫວັງ​ໃຫ້​ອີ​ຣານ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ.​ໃນ​ກົນ​ໄກ6​ຝ່າຍ,​ພວກ​ເຮົາ​ກໍ​​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ ​ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ.​ສະ​ນັ້ນ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ທີ່​ສຸດ​ໃນ​ວຽກ​ນີ້."