ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 18:12:10    
ຣັດ​ເຊຍ​ເລັ່ງລັດ​ບາດກ້າວ​ກັບ​ຄືນ​ມາ​ມີ​ບົດ​ບາດ​ໃນ​ຕາ​ເວັນ​ອອກ​ກາງ

cri Author: d
ວັນ​ທີ17​ເມສາ​ນີ້ ທ່ານ​ວຼາດີ​ເມຍ ປູ​ຕີນ ປະທານາທິບໍດີຣັດ​ເຊຍ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມລີບີ​ເປັນ​ເວລາ2ວັນ.ນີ້​ແມ່ນ​ປະມຸກ​ລັດຣັດ​ເຊຍ​ຢ້ຽມຢາມລີບີ​ເປັນ​ເທື່ອ​ທຳ​ອິດ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍຈະ​ເລັ່ງລັດ​ບາດກ້າວ​ກັບ​ຄື​ນມາ​ມີ​ບົດບາດ​ທາງການ​ເມືອງ​ແລະ​ເສດຖະກິດ​ການ​ຄ້າ​​ໃນຕາ​ເວັນ​ອອກ​ກາງ.

ອັນ​ທຳ​ອິດ​ທີ່​ສະ​ແດງ​ອອກ​ຄື,ສະພາບ​ການ​ເມືອງ​ຂອງປະ​ເທດ​ໃຫຍ່ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ກຳລັງ​ຄ່ອຍໆ​ປ່ຽນ​ແປງ.ປະຈຸ​ບັນ ອາ​ເມ​ລິ​ກາ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຫຍຸ້ງຍາກຢ່າງ​ໜັກໜ່ວງຍ້ອນ​ກໍ່​ສົງຄາມ​ອີຣັກ,​ບົດບາດຂອງອາ​ເມ​ລິ​ກາທີ່ຢາກ​ເປັນ​ຜູ່ຊີ້​ນຳ​ຕາ​ເວັນ​ອອກ​ກາງນັ້ນຖືກ​ບັ່ນ​ທອນລົງ​ເທື່ອ​ລະ​ກ້າວ.ນັບ​ແຕ່​ປີ​ກາຍ​ນີ້​ເປັນຕົ້ນ​​ມາ,ຣັດ​ເຊຍ​ໄດ້​ທຳ​ຄວາມ​ພະຍາຍາມ​ທາງ​ການ​ທູດ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງຢ່າງ​ຟົດ​ຟື້ນ​ທີ່​ສຸດ.

ອັນ​ທີສອງ,ທ່ານ​ປູ​ຕີນ​ຢ້ຽມຢາມລີບີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງຣັດ​ເຊຍ​ກັບລີບີ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ.ວັນ​ທີ16​ເມສາ​ນີ້,ລີບີ​ກັບຣັດ​ເຊຍ​ໄດ້​ເຊັນ​ຖະ​ແຫຼ​ງການຮ່ວມ​ເພື່ອ​ເພີ່ມ​ທະວີ​ແລະ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.ຖະ​ແຫຼ​ງການ​ຂຽນ​ວ່າ​ສອງ​ຝ່າຍ​ຈະ​ອອກ​ແຮງ​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ກາຍ​ເປັນ​ເຂດ​ທີ່​ບໍ່​ມີ​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່,ຫຼຸດ​ການ​ເຄື່ອນ​ໄຫວທາງທະ​ຫານ​ຢູ່​ເຂດ​ທະ​ເລ​ເມ​ດີ​ເຕຣາ​ເນ,​ເຮັດ​ໃຫ້​ເຂດ​ດັ່ງກ່າວ​ກາຍ​ເປັນ​ເຂດ​ທີ່​ມີ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຮ່ວມ​ມື​ກັນ.

​ແລະ​ອີກ​ເລື່ອງ​ໜຶ່ງ​ແມ່ນ,​​ມໍ່ໆມາ​ນີ້ ຣັດ​ເຊຍ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ເຂດ​ຕາ​ເວັນ​ອອກ​ກາງຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ໃນ​ທາງສັນຕິ.​ໃນ​ໄລຍະທ່ານ​ປູ​ຕີນ​ຢ້ຽມຢາມລີບີ,ຣັດ​ເຊຍ​ກັບລີບີ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບການ​ຮ່ວມ​ມືກັນ​ໃນ​ຫຼາຍ​ຂົງ​ເຂດ​,​ເຫັນ​ດີ​ຈະ​ເຊັນ​ສັນຍາ​ຂອບ​ການຮ່ວມ​ມື​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ໃນ​ທາງສັນຕິ​ແລະ​ແຜນການ​ປະຕິບັດສັນຍາ​ສະບັບ​ນີ້​ໃນ​ຫວ່າງ​ມໍ່ໆ​ນີ້.ກ່ອນ​ໜ້າ​ນີ້,​ໃນ​ເວລາ​ທ່ານ​ມູບາ​ຣັກ ປະທານາທິບໍດີ​​ເອຢິບ​ຢ້ຽມຢາມຣັດ​ເຊຍ​ໃນ​ເດືອນ​ມີນານັ້ນ,ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ໃນ​ທາງສັນຕິ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ; ຫວ່າງ​ມໍ່ໆ​ນີ້ ຊີ​ຣີ​ກໍ່​ປະກາດ​ວ່າ,ຍິນ​ດີ​ຮ່ວມ​ມື​ກັບຣັດ​ເຊຍ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ໃນ​ທາງສັນຕິ.ບັນດາປະ​ເທດ​ອາລັບ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ກໍ່​ຮຽກຮ້ອງ​ຕະຫຼອດມາ​ໃຫ້​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ໃນ​ທາງ​ສັນ​ຕິ,ການ​ຮ່ວມ​ມື​ໃນ​ດ້ານ​ນີ້​ຈະມີ​ຊ່ອງ​ທາງພັດທະນາອັນ​ໃຫຍ່​ຫຼວງ​ແລະ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ.

ວັນ​ທີ17​ເມສາ​,ທ່ານ​ມາ​ມຸດ ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ພວມ​ຢ້ຽມຢາມຣັດ​ເຊຍ​ປະກາດ​ວ່າ,ກອງ​ປະຊຸມ​ສາກົນກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຮອບ​ໃໝ່​ຈະ​ຈັດ​ຂຶ້ນ​ຢູ່​ມົສກູ ນະຄອນຫຼວງ​ຂອງຣັດ​ເຊຍ​ໃນ​ເດືອນ​ມິຖຸນາ​ປີ​ນີ້,ທ່ານ​ອາບັສຈະ​ເຈລະຈາ​ກັບ​​ປະທານາທິບໍດີ​ປູ​ຕີນ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ວັນ​ທີ18​ເມສານີ້.ຫາງ​ສຽງທົ່ວ​ໄປ​ເຫັນ​ວ່າ,ຣັດ​ເຊຍ​ພວມ​ທຳ​ຄວາ​ມພະຍາຍາມ​ທາງ​ການ​ທູດ,​ເພື່ອ​ກັບ​ຄືນສູ່ໃຈກາງຂອງ​ເວທີການ​ເມືອງ​ໃນ​ຕາ​ເວັນ​ອອກ​ກາງ​ເທື່ອ​ລະ​ກ້າວ.