ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-21 17:52:59    
ລາ​ຄາ​ອາ​ຫານ​ກາຍ​ເປັນ​ຈຸດ​ສຸມ​ຂອງ​ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວ CRI: ວັນ​ທີ 20 ​ເມສາ​ນີ້, ກອງ​ປະຊຸມ​ການ​ຄ້າ​ແລະ​ການ​ພັດທະນາ​ສະຫະ​ປະຊາ​ຊາດ​ເທື່ອ​ທີ 12 ​ໄຂ​ຂຶ້ນ​ຢູ່​ອັກ​ກຼາ ນະ​ຄອນ​ຫຼວງ​ຂອງ​ກາ​ນາ​ແລະ​ຈະດຳ​ເນີນ​ໄປ​ເປັນ​ເວ​ລາ​6​ວັນ,​ທ່ານ​ບານ​ກີ​ມຸນ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ຈອນ ອັກ​ເຢ​ຄຸມ ຄູ​​ຟົວ ປະ​ທາ​ນາ​ທິບໍ​ດີກາ​ນາ​ແລະ​ທ່ານ​ລູ​ອິສ ອິກ​ນາ​ຊີ​ໂອ ດາ ຊິວ​ວາ ປະ​ທາ​ນາ​ທິ​ບໍ​ດີ​ເບຼ​ຊິນ​ແລະ​ຜູ້​ແທນ​ຈາກ​ 92 ປະ​ເທດ​ສະ​ມາ​ຊິກ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະຊຸມ.

ຫົວ​ຂໍ້ຂອງ​ກອງ​ປະຊຸມ​​ເທື່ອ​ນີ້​ແມ່ນ "ໂອກາດ​ແລະ​ສິ່ງ​ທ້າ​ທາຍທີ່ໂລກາ​ພິວັດ​ນຳ​​ມາ​ໃຫ້​ການ​ພັດ​ທະ​ນາ", ​ແຕ່​ພາຍ​ໃຕ້​ສະ​ພາບ​ການ​ທີ່​ລາຄາ​ອາ​ຫານ​ໃນ​ທົ່ວ​ໂລກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ຈະ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ,​ການ​ຄວບ​ຄຸມ​ລາ​ຄາ​ອາ​ຫານ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຫົວ​ຂໍ້​ຫາລື​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້.

ຕົວ​ເລກຂອງ​ອົງການ​ອາຫານ​ແລະການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​6​ເດືອນ​ທີ່​ຜ່ານ​ມາ, ລາຄາ​ຂອງ​ສະບຽງ​ອາຫານ​ພື້ນຖານ​ຕ່າງໆ, ​ເຊັ່ນ: ​ເຂົ້າເບຼ​ແລະ​ເຂົ້າ​ສາລີ​ເປັນ​ຕົ້ນ​ໄດ້​ສູງ​ຂຶ້ນ 50% ຂຶ້ນໄປ, ລາຄາ​ເຂົ້າ​ສູງ​ຂຶ້ນ​ທຸກມື້. ລາຄາ​ອາຫານ​ສູງ​ຂຶ້ນ​ບໍ່​ພຽງ​ແຕ່​ໄດ້​ສະ​ທ້ອນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເທົ່າ​ນັ້ນ, ​ແຕ່​ຍັງ​ສົ່ງ​ຜົນ​ຮ້າຍ​ໜັກ​ໜ່ວງ​ກວ່າ​ເກົ່າ,​ປະ​ເທດ​ຕ່າງໆ, ​ເຊັ່ນ: ​ເອ​ຢິບ, ຮາ​ຍຕີ, ​ກົດ​ດີ​ວິວ​ແລະ​ເບີ​ຄີ​ນາ ຟາ​ໂຊ​ເປັນ​ຕົ້ນ​ໄດ້​ເກີດ​ການ​ແຫ່​ຂະ​ບວນ​ສະ​ແດງ​ກຳ​ລັງ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ເພື່ອ​ປະ​ທ້ວງ​ລາ​ຄາ​ອາ​ຫານ​ທີ່ສູງ​ຂຶ້ນ.

​ໃນ​ກອງ​ປະ​ຊຸມ,​ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,ຕ້ອງ​ໃຊ້​ມາດ​ຕະການ​ສຸກ​ເສີນ​ເພື່ອ​ຮັບປະ ກັນ​ຄວາມ​ປອດ​ໄພ​ດ້ານ​ການ​ສະ​ໜອງ​ອາ​ຫານ,​ສ່ວນ​ບາດ​ກ້າວ​ທຳ​ອິດ​ທີ່​ຄວນ​ເຮັດ​​ແມ່ນ​ເພີ່​ມການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ.​ອີງ​ຕາມ​ແຜນ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​ຈະ​ແກ້​ໄຂ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ດ້ານ​ອາ​ຫານ​ຂອງ73​ລ້ານ​ຄົນ​​ໃນ​80​ປະ​ເທດ,​ແຕ່​ຍ້ອນ​ລາ​ຄາ​ສິນຄ້າ​ຖີບ​ສູງ​ຂຶ້ນ,​ຖ້າ​ຢາກ​ບັນ​ລຸ​ເປົ້າ​ໝາຍ​ນີ້,ຢ່າງ​ໜ້ອຍ​ຍັງ​ຕ້ອງ​​ໃຊ້​ງົບ75​ລ້ານ​ໂດ​ລາ.ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,​ສັງ​ເກດ​ຈາກ​ໄລ​ຍະ​ຍາວ​ໄກ,​ການ​ສົ່ງ​ເສີມ​ກຳ​ລັງ​ການ​ຜະລິດ​ດ້ານ​ກະສິກຳ​ຈຶ່ງ​ແມ່ນ​ຂໍກະ​ແຈ​ທີ່​ແກ້​ໄຂ​ບັນ​ຫາ​ໄດ້.

​ກ່ອນ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້​ໜຶ່ງ​ມື້,ທ່ານ​ສຸພາ​ໄຊ ພານິດ​ຊະ​ພັກ ​ເລ​ຂາ​ທິ​ການ​​ໃຫຍ່​ຂອງ​ອົງ​ການUNCTADຮຽກຮ້ອງ​ໃຫ້​ລັດຖະ​ບານປະ​ເທດ​ຕ່າງໆ​ເພີ່ມ​ການ​ລົງທຶນ​ດ້ານ​ກະ​ສິ​ກຳ,​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເພີ່ມ​ການ​ຊ່ວຍ​ເຫຼືອດ້ານ​ກະສິ ກຳ​ໃຫ້​ແກ່​ປະ​ເທດ​ທຸກ​ຍາກ,​ເພື່ອ​ຍົກ​ກຳ​ລັງ​ການ​ຜະລິດ​ດ້ານ​ກະ​ສິ​ກຳ​ໃຫ້​ສູງ​ຂຶ້ນ. ທ່ານ​ຍັງ​​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຫຼຸດ​ການ​ອຸດ​ໜູນທີ່​ມີ​ຕໍ່​ກະ​ສິ​ກຳ​ປະ​ເທດ​ຕົນ​ໃຫ້​ໜ້ອຍ​ລົງ​ໂດ​ຍອີງ​ຕາມ​ການ​ຕົກ​ລົງ​ຂອງ​ການ​ພັດ​ທະ​ນາ​ຮອບ​ໂດ​ຮາ,​ເພື່ອ​ໃຫ້​ສະ​ພາບ​ການ​ທີ່​ລາ​ຄາ​ອາ​ຫານ​ບໍ່​ຖືກ​ກັບ​ຄວາມ​ເປັນ​ຈິງ​ນັ້ນ​ຫຼຸດ​ໜ້ອຍ​ລົງ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ,ທ່ານ​ບານ​ກີ​ມູນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສາ​ມັກ​ຄີ​ເປັນ​ເອກະ​ພາບ​ກັນ,​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນ​ນີ້.