ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-23 18:51:30    
ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີ​ຣັກ​ຄັ້ງ​ທີ​3​ໄຂ​ຂຶ້ນ

cri
CRIລາຍ​ງານ​ວ່າ: ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກຄັ້ງ​ທີ3​ໄຂ​ຂຶ້ນຢູ່​ຄູ​ເວດໃນ​ວັນ​ທີ22​ເມສາ​ນີ້.ຢູ່​ທີ່​ປະຊຸມ,ອີຣັກ​ໄດ້​ຮຽກ​ຮ້ອງ​ປະ​ເທດ​ໃກ້​ຄຽງ​ຈົ່ງ​ໃຫ້ການ​ສະໜັບສະໜູນ​ທາງ​ການ​ທູດ​ແລະ​ເສດຖະກິດ​ແກ່​ອີຣັກ,​ເພື່ອ​ປັບປຸງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ອີຣັກ​ແລະ​ເລັ່ງລັດ​ຂະ​ບວນການ​ສ້າງ​ຄວາມປອງ​ດອງ​ຊາດ.ປະ​ເທດ​ໃກ້​ຄຽງ​ຂອງ​ອີຣັກ​ເຊັ່ນ​ຄູ​ເວດ ຊີຣີ ຊັອກ​ດາ​ນີ ອາ​ລາ​ບີ​ຊາ​ອຸ​ດິດ ອີຣານ ຕວກ​ກີ​ແລະ​ຜູ່​ແທນ​ຂອງ​ສະຫະ​ປະຊາ​ຊາດ ສັນນິບາດ​ອາຣັບ ສະພາ​ອິສຣາມ​ແລະ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.ທ່ານ​ຈາ​ຍຈຸ້ນ ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກໍ່​ໄດ້​ເຂົ້າ​ຮ່ວມ,ອີຣັກ​ໄດ້​ສົ່ງ​ຄະນະ​ຜູ່​ແທນ​ທີ່​ນຳ​ໂດຍ​ທ່ານ​ນູຣີ ອັນ​ມາລີ​ກີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ອາ​ເມ​ລິ​ກາ​ທີ່​ເປັນ​ຝ່າຍ​ຕົ້ນຕໍ​ຂອງ​ບັນຫາ​ອີຣັກ​ໄດ້​ສົ່ງ​ນາງ​ຄອນ​ໂດ​ລີລາ ​ໄຣສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.ທີ່​ປະຊຸມ​,ນາງ​ໄຣສ໌​ໄດ້​ສະ​ແດງ​ຄວາມ​ສະຫນັບສະຫນູນ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານຕ່າງໆ​ທີ່​ທ່ານ​ໂນ​ລີ ອານ ມາລີ​ຄີວາງ​ອອກ​ເຊັ່ນ:ຫຼຸດ​ຫຼື​ຍົກ​ເວັ້ນຫນີ້​ສິນ​ຂອງ​ອີຣັກ​ແລະ​ສົ່ງ​ເອກ​ອັກຄະ​ລັດຖະທູດ​ໄປ​ອີຣັກ​ເປັນ​ຕົ້ນ,ນາງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອາ​ລັບ​ຊ່ອຍ​ເຫຼືອ​ອີຣັກ.

ນັກວິ​ເຄາະ​ເຫັນ​ວ່າ,ອີຣັກທັງ​ຕ້ອງການ​ແກ້​​ໄຂ​ບັນຫາ​ຕ່າງ​ປະ​​ເທດ​ທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດ​ເຊັ່ນ:ຂະຫຍາຍ​ການ​ພົວພັນ​ກັບປະ​ເທດ​ອ້ອມ​ຂ້າງ​ແລະ​ຈ່າຍ​ຄ່າ​ທົດ​​ແທນ​ຂອງ​ສົງຄາມ​ອ່າວ​ເປີ​ເຊຍ​ເປັນ​ຕົ້ນ,ພ້ອມ​ກັນ​ນັ້ນ,ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ສາສະຫນາ​ພາຍ​ໃນ​ປະ​ເທດ,ສະ​ນັ້ນ,​ການ​ແກ້​ໄຂ​ບັນຫາ​ອີຣັກຕ້ອງກາ​ນຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ພ້ອມ​ກັນ​ທຳ​ຄວາມ​ພະ ຍາຍາມ,​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ທ່ານ​ໄຈ່ຢຸ້ນ ຜູ່​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ມີ​ທ່າ​ທີ​ໃຫ້​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກຢ່າງ​ກວ້າງຂວາງ,ສົ່ງ​ເສີນ​ໃຫ້​ອີຣັກກັບປະ​ເທດ​ອ້ອມ​ຂ້າງ​ສ້າງ​ການ​ພົວພັນ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດພ.ທ່ານ​ໄຈ່ຢຸ້ນຍັງ​ກ່າວ​ວ່າ,ຈີນ​ພວມ​ຈັດ​ຕັ້ງ​ປະຕິບັດ​ການ​ສະຫນອງ​ໃຫ້ການ​ຊ່ອຍ​ເຫຼືອ​ແບບ​ມະນຸດສະທຳ​ແລະ​ອົບຮົມ​ພະນັກງານ​ໃຫ້​ແກ່​ອີຣັກ

ຫຼັງຈາກໄດ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມຂ້າງ​ອີຣັກ​ເທື່ອ​ທີ 2 ຈັດ​ຂຶ້ນ​ຢູ່ອິສຕານ​ບູນໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້​ແລ້ວ, ສະພາບ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໄດ້ດີ​ຂຶ້ນ​, ຈຳນວນ​ທະຫານ​ອາ​ເມ​ລິ​ກາ​ແລະ​ປະຊາຊົນ​ອີຣັກ​ທີ່​ເສຍ​ຊີວິດ​ກໍ່ຫຼຸດລົງ. ກ່ອນ​ໜ້າ​ນີ້, ລັດຖະບານ​ມາລີ​ກີ ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ຕໍ່ "ທະຫານ​ເມ​ດີ" ທີ່​ເປັນກຳລັງ​ປະກອບ​ອາວຸດຂອງ​ທະຫານ​ລາດ​ນິກາຍ​ຊີ​ອະ​ອີຣັກ, ​ແລະ​ໄດ້​ຮັບ​ຜົນສ່ວນ​ໜຶ່ງ. ​ກ່ອນ​ຈະ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເປີດ​ກວ້າງລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງອີຣັກ​ເທື່ອ​ນີ້, ນາງ​ໄລ​ສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໄປ​ຢ້ຽມຢາມ​ແບັກ​ແດັດ​ເປັນ​ພິ​ເສດ, ​ແລະ​ໄດ້​​ເປິກສາຫາລື​ກັບ​ຜູ້ນຳ​ອີຣັກກ່ຽວ​ກັບ​ບັນຫາທີ່​ກ່ຽວຂ້ອງ. ​ໃນ​ກອງ​ປະຊຸມ​​ເທື່ອ​ນີ້, ທ່ານມາ​ລິ​ກີໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງ​ຕົວ​ຈິງຫຼາຍ​ຢ່າງ​ຕໍ່​ປະ​ເທດ​ອ້ອມ​ຂ້າງ, ​ໃນ​ນັ້ນ, ຕົ້ນຕໍ​ມີ 2 ຂໍ້, ຄື, ຮຽກຮ້ອງ​ໃຫ້​ປະ​ເທດ​ອາຣັບ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ໄປ​ປະຈຳອີຣັກ​ໂດຍ​ໄວ, ​ແລະຫຼຸດ​ຫຼືຍົກ​ເວັ້ນໜີ້​ສິນ​ຂອງ​ອີຣັກ. ນອກ​ນີ້, ທ່ານມາລີ​ກີຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ເພີ່ມ​ທະວີມາດ​ຕະການ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ທີ່​ຕິດ​ກັບ​ອີຣັກ, ຫຼຸດຜ່ອນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ຂັດຂວາງ​ບໍ່​ໃຫ້ພວກ​ຫົວ​ຮຸ​ນ​ແຮງ​ສວຍ​ໃຊ້​ປະ​ເທດ​ອ້ອມ​ຂ້າງ​ທຳຮ້າຍຄົນ​ອີຣັກ