ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-24 17:54:59    
ຄວາມ​ຍຸດ​ຕິ​ທຳ​ມາ​ຈາກ​ຄວາມ​ຮູ້​ຈັກ

cri Author: shuominfan

ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ກ່າວ​ປາຖະກະຖາ​ຢູ່​ລອນ​ດອນ,ທ່ານປິ​ເຕີ ​ແມນ​ເດີ​ຊັນ ກຳ​ມະ​ການ​ການ​ຄ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​ກ່າວ​ວ່າ,​ທ່ານ​ບໍ່​ສະ​ໜັບ ສະ​ໜູນ​ການ​ກະ​ທຳ​ທີ່​ຂວ້ຳບ​າດ​ງານ​ກີ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ເພາະ​ວ່າ​ນີ້​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ເອີ​ລົບ​ແລະ​ຄົນ​ຈີນ​ທຳ​ມະ​ດາ​ສາມັນ.​ໃນ​ການ​ຮັບ​ມື​ກັບ​ບັນ​ຫາ​ຕິ​ເບດ,​ຝ່າຍ ຕາ​ເວັນ​ຕົກ​ຄວນ​ຮ່ວມ​ມື​ກັບ​ຈີນ​ແຕ່​ບໍ່​ແມ່ນ​ຕ້ານ​ຢັນ​ກັນ.

​ໃນ​ຖານະ​ເປັນ​ຜູ້ຮັບຜິດຊອບ​ນະ​ໂຍບາຍ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ສະຫະພາບ​ເອີ​ລົບ, ທ່ານ​ແມນ​ເດີ​ຊັນ​ເຄີຍ​ໃຊ້​ແຮງກົດ​ດັນ​ຕໍ່​ຈີນ​ເລື່ອຍໆ​ໃນ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ພ້ອມ​ດ້ວຍ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ,​​ສື່​ມວນ​ຊົນຈີນ​ໃຫ້​ຊື່​ວ່າເປັນ​ຄູ່​ເຈ​ລະ​ຈາ​ທີ່​ແຂງ​ກະ​ດ້າງ​ຂອງ​ຈີນ.

ຄວາມຍຸດຕິທຳ​ມາ​ຈາກຄວາມ​ຮູ້ຈັກ,ສາ​ເຫດ​ທີ່​ທ່ານ​​ແມນ​ເດີ​ຊັນ​ມີ​ຄວາມ​ເຫັນທີ່​ຍຸດ​ຕິ​ທຳ​ຕໍ່​ຈີນ​ໃນ​ບັນຫາ​ຕິ​ເບດ,​ແມ່ນ​ຍ້ອນ​ວ່າ​ທ່ານ​ເຄີຍ​ສຳ​ຜັດ​ກັບ​ຄົນ​ຈີນ​ຫຼາຍ​ເທື່ອ,​ແລະ​ຮູ້​ຈັກ​ຈີນ​ດີ.

ບໍ່​ພຽງ​ແຕ່​​ແມ່ນ​ທ່ານ​​ແມນ​ເດີ​ຊັນ,ຄົນ​ຈຳນວນ​ຫຼວງຫຼາຍຂອງ​ໂລກ​ກໍ​ໄດ້​ໃຫ້ການ​ຕີ​ລາ​ຄາ​ຢ່າງ​ຍຸດ​ຕິ​ທຳ​ຕໍ່​ຈີນ​ກໍ​ຄື​ບັນ​ຫາ​ຕິ​ເບດ​ຂອງ​ຈີນ​ຍ້ອນ​ການ​ຮູ້​ຈັກ​ຈີນ​ແລະ​ຕິ​ເບດ​ຂອງ​ຈີນ.

"ສິດ​ທິມະນຸດ​ຢູ່​​ເຂດຕິ​ເບ​ດ​ແລະ​ເຂດ​ທີ່​ຊາວ​ຕິ​ເບດ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ຂອງ​ແຂວງ​ເຊ​ສວນ ​ແຂວງ​ກັ່ນ​ຊູ້ ​ແຂວງ​ຢຸນ​ນານ​ແລະ​ແຂ​ວງ​ຊິ່ງ​ໄຫ​ລ້ວນ​ແຕ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ສະ​ພາບ​ຄວາມ​ຈິງ​ຂອງ​ການ​ພັດ​ທະ​ນາ​ຢູ່​ທ້ອງ​ຖິ່ນ​ເຫຼົ່າ​ນີ້​ຕ່າງ​ກັນ​ໝົດ​ກັບ​ຄຳ​ປ່າວ​ຂ່າວ ຂອງ​ດາ​ໄລ​ລາ​ມະ​ແລະ​ກຸ່ມ​ຕິ​ເບດ​ເອ​ກະ​ລາດ."

ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ​ຊີຣູ ຣາມ ຫົວໜ້າ​ບັນນາ​ທິການ​ໜັງສືພິມ "ຮິນ​ດີ" ກ່າວ​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ສິດທິ​ມະນຸດ​ປັກ​ກິ່ງ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ​ເມສາ​ນີ້. ​ໃນ​ 7 ປີທີ່​ຜ່ານ​ມາ, ​ເພິ່ນ​ເຄີຍ​ໄປ​ເຂດ​ຕິ​ເບ​ດ 2 ​ເທື່ອ, ສະ​ນັ້ນ​ຈຶ່ງ​ຮູ້​ສະພາບ​ຕົວ​ຈິງ​ຂອງ​ເຂດ​ຕິ​ເບ​ດດີ.
"ທຳ​ອິດ, ຂ້າພະ​ເຈົ້າ​ຮູ້​ຈີນຢູ່​ເບຼຊິນ, ຢູ່​ເບຼຊິນ, ມີ​ຫຼາຍຄົນ​ກໍ່​ມີ​ຄວາມ​ເຫັນ​ລຳອຽງ​ແລະ​ບໍ່​ເຂົ້າ​ໃຈ​ຈີນ​ປານ​ໃດ. ​ເມື່ອ​ມາ​ຈີນ​ແລ້ວ, ພວກ​ເຮົາ​ຈຶ່ງ​ປະກົດ​ເຫັນ​ວ່າ, ສິ່ງ​ບໍ່​ດີ​ທີ່​ເຂົາ​ເຈົ້າ​ເວົ້າ​ໃຫ້​ພວກ​ເຮົາ​ຟັງ​ນັ້ນບໍ່​ມີ​ເລີຍ. ພວກ​ເຮົາ​ໄດ້​ສຳພາດ​ປະຊາຊົນ​ຈີນຫຼາຍຄົນ, ​ເຖິງ​ວ່າ​ແມ່ນ​ຄົນ​ທຸກ​ຍາກ, ​ເຂົາ​ເຈົ້າ​ກໍ່​ເຫັນ​ວ່າ, ຊີວິດ​ການ​​ເປັນ​ຢູ່​ໃນ​ປະຈຸ​ບັນ​ດີກວ່າ​​ແຕ່​ກ່ອນຫຼາຍ​ແລ້ວ, ​ແລະ​ເພີງ​ພໍ​ໃຈຫຼາຍ​ນຳ​ຊີວິດ​ດຽວ​ນີ້."

ນີ້ແມ່ນຈີນ​ໃນ​ສາຍຕາ​ຂອງ​ນາງ​ອານ​ນາ ​ໂພ​ລາ​ໂຄສົກ​ຂອງ​ໂທລະພາບ​ໂກຼ​ໂບ​ເບຼຊິນ. ​ເດືອນ​ກັນຍາ​ປີ​ກາຍ​ນີ້, ນາງ​ໄດ້​ຖ່າຍວິ​ດີ​ໂອ​ຢູ່​ຈີນ​ເປັນ​ເວລາ​ເກືອບ 1 ​ເດືອນ, ນີ້​​ເຮັດ​​ໃຫ້​ນາງ​ເຂົ້າ​ໃຈ​ຈີນ​ຄືນ​ໃໝ່.

ແຕ່ຄວາມ​ເຫັນ​ອະຄະຕິ​ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ຄວາມ​ບໍ່​ຮູ້, ນັກ​ຫຼິ້ນການ​ເມືອງແລະ​ສື່​ມວນ​ຊົນ​ຈຳ​ນວນ​ໜຶ່ງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກສວຍ​ໃຊ້​ບັນຫາ​ຕິ​ເບ​ດ​ໂຈມ​ຕີ​ຈີນນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ຮູ້​ສະພາບຕົວ​ຈິງ​ແຫ່ງ​ຊາດ​ຂອງ​ຈີນ​ແລະ​ບໍ່​ຮູ້​ປະ​ຫວັດ​ສາດ​ແລະ​ສະ​ພາບ​ປັດ​ຈຸ​ບັນ​ຂອງຕິ​ເບດ.​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ລາຍ​ງານ​ຂ່າວ​ແບບ​ບິດ​ເບືອນ​ຈີນ​ໂດຍ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ,​ຍິ່ງ​ພາ​ໃຫ້​ມວນ​ຊົນ​ເຂົ້າ​ໃຈ​ຜິດ​ຫຼາຍ​ຂຶ້ນ.

"​ໄປ​ຈີນ​ແມ້!​ໄປ​ເ​ບິ່ງ​ຈີນ​ທີ່​ແທ້​ຈິງ​ແລະ​ຄົບ​ຖ້ວນ,​ໄປ​ເບິ່ງ​ຈີນ​ທີ່​ຫຼາຍ​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ຈະ​ບໍ່ລາຍ​ງານ​ຂ່າວ​ຕໍ່​ພວກ​ທ່ານ."

ຄຳ​ເວົ້າ​ດັ່ງກ່າວ​ແມ່ນ​ ລີຫວນ ນັກ​ສຶກສາ​ຈີນ​ທີ່ຮຽນ​ຢູ່​ຝະຣັ່ງສົ່ງ​ສຽງ​ເຊື້ອ​ເຊີນ​ຢ່າງ​ອົບ​ອຸ່ນ​ຕໍ່​ຄົນ​ຝະ​ຣັ່ງ​ໃນ​ການ​ໂຮມ​ຊຸມ​ນຸມຂອງ​ນັກ​ສຶກສາ​ຈີນ​ຢູ່​ປາຣີ,​ແລະ​ກໍ່​ເປັນ​ສຽງ​ໃນ​ໃຈ​ຂອງ​ຄົນ​ຈີນ​ໝົດ​ທຸກ​ຄົນ.ຖ້າ​ທ່ານຍັງ​ບໍ່​ຮູ້​ຈີນຫຼາຍ​ປານ​ໃດ​ໃນ​ແຕ່​ກ່ອນ,ບໍ່​ເປັນ​ຫຍັງ,​ແຕ່​ນີ້​ເປັນ​ຕົ້ນ​ໄປ,​ເລີ່ມ​ແຕ່​ວັນ​ທີ8​ສິງຫາ​ຄື​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ຕົ້ນ​ໄປ,​ທ່ານ​ຟັງ​ດ້ວຍ​ຫູ​ ແລະ​ເບິ່ງ​ດ້ວຍ​ຕາ​ຕົນ​ເອງ,ທ່ານ​ຈະ​ໄດ້​ພົບ​ເຫັນ​ຈີນ​ທີ່​ແທ້​ຈິງ.