ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-25 14:06:50    
ປະຊາ​ຄົມ​ໂລກ​ຄວນ​ຖອດ​ຖອນ​ບົດ​ຮຽນ​ຈາກ​ລາ​ຄາ​ທັນ​ຍາ​ຫານ​ແພງ​ຂຶ້ນ

cri

ໃນ​​ໄລຍະ​ມໍ່ໆ​ມາ​ນີ້, ລາຄາ​ທັນ​ຍາ​ຫານ​ແພງ​ຂຶ້ນຢ່າງ​ສືບ​ເນື່ອງ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ເປັນ​ຫ່ວງ​ນຳ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ, "ວິ​ກິດ​ການດ້ານ​ທັນ​ຍາ​ຫານ"​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ມວນ​ຊົນ​ລົມ​ກັນ​ເລື່ອງໆ. ​ລາຄາ​ທັນ​ຍາ​ຫານ​ແລະ​ລາຄາ​ນ້ຳມັນ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ປະຊາ​ຄົມ​ໂລກ​ສົນ​ໃຈ​ກວ່າ​ໝູ່, ບາງອົງການຈັດຕັ້ງ​ສາກົນມີ​ຄວາມ​ເຫັນ​ໃນ​ແງ່​ລົບວ່າວິ​ກິດ​ການ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ​ໄດ້​ປະກົດ​ຂຶ້ນ​ແລ້ວ. ຕໍ່​ເລື່ອງ​ນີ້, ທ່ານ​ອັບ​ດູ​ເລ​ຈາ ອັບ​ບາ​ຊີ​ນ ຜູ້​ຊ່ຽວຊານ​ກົມ​ໃຫຍ່​ການ​ຄ້າ​ແລະ​ຕະຫຼາດຂອງ​ອົງການ​ອາຫານ​ແລະ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດຫຼື"ຟາ​ວ"​ໄດ້​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ.ທ່ານ ອັບ​ດູ​ເລ​ຈາ ອັບ​ບາ​ຊີ​ນ ​ເວົ້າຕໍ່​ນັກ​ຂ່າວ​CRIປະຈຳ​ອີ​ຕາ​ລີ​ວ່າ, ພວກ​ເຮົາ​ໄດ້​ຢູ່​ໃນ​ວິ​ກິດ​ການ​ທັນ​ຍາ​ຫານ​ຂອງ​ໂລກ​ແລ້ວຫຼືບໍ່? ຖ້າ​ທຽບ​ກັບ​ການ​ອຶດຫິວ​ຂອງໂລກ
ໃນ​ປີ 1973​ແລ້ວ, ສະພາບ​ໃນ​ປັດຈຸບັນ​​ບໍ່​ໄດ້​ປະກົດ​ມີ​ວິ​ກິດ​ການ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ. ຍ້ອນ​ວ່າ ​ໃນ​ປີ 1973, ​ເຖິງ​ວ່າ​ຢາກ​ຊື້​ທັນ​ຍາ​ຫານ​ກໍ່​​ບໍ່​ມີ​ໃຫ້​ຊື້. ​ແຕ່​ສັງ​ເກດ​ໃນ​ດ້ານ​ການ​ສະໜອງ​ແລ້ວ, ປັດຈຸບັນ, ພວກ​ເຮົາ​ມີ​ທັນ​ຍາ​ຫານ​ຢ່າງ​ພຽງພໍ.


ສຳລັບ​ສາ​ເຫດ​ທີ່​ລາຄາ​ອາຫານ​ໄດ້​ຖີບ​ສູງ​ຂື້ນຢ່າງ​ຕໍ່​ເນື່ອງ​​ໃນ​ໄລຍະ​ມໍ່ໆ​ນີ້,ທ່ານ​ອັບ​ໂດ​ຣິຊາ  ອັບ​ບັດ​ຊຽນ​ເຫັນ​ວ່າ,ຫນ້າ​ທີ່​ຮັບ​ຜິດຊອບ​ຕົ້ນຕໍ​ແມ່ນ​ຍ້ອນ​ໄພ​ພິບັດ​ອາກາດ​​ໄດ້​ເຮັດ​ໃຫ້​ຜົນ​ຜະລິດ​ຂອງປະ​ເທດ​ທີ່​ສົ່ງ​ອອກ​ອາຫານ ​ຫຼຸດ​ຫນ້ອຍ​ລົງ​ແລະ ອາຫານ​ທີ່​ແຮ​ໄວ້​ໃນໂລກ​ບໍ່​ພຽງພໍ.ນອກນີ້,ລາຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່​ສູງ​ແມ່ນ​ປັດ​ໄຈ​ອັນ​ສຳຄັນ​ທີ່​ກະທົບກະ​ເທືອ​ນ​ເຖິງ​ຕົ້ນ​ທຶນການ​ຜະ​ລິດ​ແລະ​ລາຄາ​ການ​ຂົນ​ສົ່ງ​ຂອງ​ອາຫານ,​ສະພາບ​ການ​ອັນ​ບໍ່​ດີໃນ​ຕະຫຼາດ​ໄດ້ມີປັດ​ໄຈ​ຫຼາຍ​ຢ່າງ​ເຊັ່ນ: ຈາກ​ດິນ​ຟ້າ ອາກາດ​ຈົນຮອດ​​ເງິນ​ໂດ​ລາ​ສະຫະລັດ​ອ່ອນ​ຄ່າ,ລາຄາ​ນ້ຳມັນ​ເຊື້ອ​ໄຟ​ແລະ​ຕະຫຼາດ​ການ​ເງິນ​ອັນ​ບໍ່​ຫມັ້ນ​ທ່ຽງ.ປັດ​ໄຈ​ເຫຼົ່າ​ນີ້​ບໍ່​​ໄດ້ພົວ ພັນກັບ​ລາຄາ​ສະບຽງ​ອາຫານ​​ໂດຍ​ກົງ,​ແຕ່​ວ່າ​ພັດ​ເຮັດ​ໃຫ້​ສະພາບ​ການ​ໃນ​ປະຈຸ​ບັນ​ສັບສົນ​ທີ່​ສຸດ.ພາ​ໃຫ້​ລາຄາ​ສະບຽງ​ອາຫານ​ບໍ່​ຫມັ້ນ​ທ່ຽງ.

ຫາງ​ສຽງ​ຈຳນວນ​ຫນຶ່ງ​ເຫັນ​ວ່າ,ການ​ປູກຝັງພືດກະສິກຳ​ທີ່​ໃຊ້​ເຂົ້າ​ໃນ ການຜະລິດ​ພະລັງງານ​ຊີວະ​ພາບຢ່າງ​ຂະຫນາດ​ໃຫຍ່​ແມ່ນ​ສາ​ເຫດ​ອັນ ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ລາຄາ​ສະບຽງ​ອາຫານ​ສູງ​ຂຶ້ນ.ທ່ານ​ອັບ​ບັດ​ຊຽນ​ກໍ​ມີ​ທັດສະນະ​ທີ່​ຕ່າງ​ກັນ​ກັບ​ບັນຫາ​ດັ່ງກ່າວ,ທ່ານ​ເຫັນ​ວ່າ​ນີ້​ແມ່ນ​ປັດ​ໄຈອັນ​ສຳຄັນ​ທີ່​ເຮັດ​ໃຫ້​ລາຄາ​ສະບຽງ​ອາຫານ​ສູງ​ຂື້ນ​ໃນ​ປີນີ້,​ແຕ່​ວ່າ​ມັນບໍ່ແມ່ນ​ສາ​ເຫດ​ອັນ​ຕົ້ນຕໍ​ເທົ່າ​ນັ້ນ,ທ່ານອັບ​ບັດ​ຊຽນ​ຍັງ​ບໍ່​ເຫັນ​ດີ​ຄຳ​ເວົ້າ​ທີ່​ວ່າ​ອົງການ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃຫມ່​​ເຊັ່ນ​ຈີນ​ແລະ​ອິນ​ເດຍນຳ​ເຂົ້າ​ອາຫານ​ຢ່າງ​ຫຼວງ​ຫຼາຍ​ຈຶ່ງ​​ເຮັດ​ໃຫ້​ລາຄາ​ສະບຽງ​ອາຫານສູງ​ຂຶ້ນ.

ສະ​ນັ້ນ,​ຈິ່ງໄດ້​ຕີ​ລາຄາ​ສູງ​ຕໍ່​ນະ​ໂຍບາຍຕ່າງໆ​ຂອງ​ລັດຖະບານ​ທີ່​ວາງ​ອອກເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ທັນ​ຍາ​ຫານ​, ທ່ານ​ກ່າວ​ວ່າ,"ຂ້າພ​ະ​ເຈົ້າ​ເຫັນ​ວ່າ,ຈົນ​ຮອດປັດຈຸບັນ ນະ​ໂຍບ​າຍກະສິກຳ​ຂອງ​ຈີນ​ແມ່ນ​ດີ​​ໂດຍ​ຕະຫຼອດ. ​ໃນ​ດ້ານ​ຊຸກ​ຍູ້​ການ​ຜະລິດ, ພະຍາຍາມ​ບັນລຸ​ການເພິ່ງ​ຕົນ​ເອງ,ຮັບ​ມື​ກັບ​ບັນຫາ​ນ້ຳ ​ແລະ ທີ່ດິນ​,ພ້ອມ​ທັງ​ນະ​ໂຍບາຍ​ຕໍ່ຄວາມ​ຕ້ອງການ​ຜັກ​ເພິ່ມຂຶ້ນ​ເປັນ​ຕົ້ນ, ຈີນ​ລ້ວນ​ແຕ່​ໄດ້​ຮັບ​ຜົນງານ​ອັນ​ດີງາມ. ປີ​ນີ້, ລັດຖະບານ​ຈີນ​ໄດ້​ຍົກ​ລາຄາ​ຊື້​ທະຍາ​ຫານ​ໃຫ້​ສູງ​ຂຶ້ນ,ສົ່ງ​ເສີມ​ຊາວ​ກະສິກຳ​ເພິ່ມການ​ຜະລິດ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ບົດບາດ​ອັນ​ຕັ້ງໜ້າ."

ປັດຈຸບັນ,ບັນຫາ​ທີ່​ຄົນ​ທັງ​ຫຼາຍ​ສົນ​ໃຈ​ທີ່ສຸດ​ແມ່ນ​ລາຄາ​ທັນ​ຍາ​ຫານ​ຈະຕ່ຳລົງ​ໃນ​ເວລາ​ໃດ. ທ່ານ​ອັບ​ບາ​ຊຽນ​ເຫັນ​ວ່າ,ອີງ​ຕາມການ​ຄາດ​ຄະ​ເນ​ຂອງ​ອົງການFAO,ການ​ຜະລິດ​ທັນ​ຍາ​ຫານ​ໃນ​ປີ​ນີ້​ຈະ​ເພິ່ມຫຼາຍ​ຂຶ້ນ. ຖ້າວ່າທຸກ​ສິ່ງ​ດຳ​ເນີນ​ໄປ​ຢ່າງ​ສະດວກ, ລາຄາ​ທັນ​ຍາ​ຫານ​ຈະ​ຕ່ຳລົງ​ໃນ​ລະດູ​ຮ້ອນ​ຂອງ​ປີ​ນີ້. ​ແຕ່​ວ່າ,ອາດ​ຈະ​ຕ່ຳລົງ​ຢ່າງ​ຫຼວງ​ຫຼາຍ​ບໍ່​ໄດ້, ການຂຶ້ນ​ລົງ​ຂອງ​ລາຄາ​ອາດ​ຈະສືບ​ເນື່ອງ​ໄປ​ຮອດ​ປີ2009.