ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-07 15:43:14    
ອົງການ​ສະຫະ​ປະຊາ​ຊາດ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ​ມຽນມາ

cri
ວັນ​ທີ2​ແລະ​ວັນ​ທີ3ພຶດ​ສະພາ​ນີ້, ມຽນມາ​ໄດ້​ປະ​ສົບ​ພາຍຸ​ແຖບ​ຮ້ອນທີ່​ມີ​ຊື່ວ່າ ນາ​ກິ​ສຢ່າງ​ຮ້າຍ​ແຮງ​ທີ່​ສຸດ, ​ພາ​ໃຫ້​ເກີດ​​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທາງ​ດ້ານ​ຊີວິດ​ແລະ​ຊັບ​ສິນ. ຕໍ່​ໄພ​ທຳ​ມະ​ຊາດ​ທີ່​ກະທັນ​ຫັນ​ເທື່ອນີ້, ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້​ໃຊ້​ການ​ກະທຳ​ອັນ​ຕັ້ງໜ້າ, ​ເພື່ອ​ຊ່ອຍ​ເຫຼືອ​ເຂດ​ປະ​ສົບ​ໄພ, ​ແລະ​ຮຽກ​ຮ້ອງ​​ໃຫ້​ສະໜອງ​ການ​ຊ່ອຍ​ເຫຼືອ​ດ່ວນ​ແກ່​ມຽນມາ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກ​ຄີ​ແລະ​ຄວາມ​ອົບ​ອຸ່ນ​ໃນ​ມະຫາ​ຄອບຄົວ​ສະຫະ​ປະຊາ​ຊາດ.

ຫ້ອງການ​ປະສານ​ງານດ້ານ​ມະນຸ​ດສະ​ທຳ​ສະຫະ​ປະຊາ​ຊາດ​ຫຼື OCHA​ແມ່ນ​ອົງການ​ສຳຄັນ​ຂອງ​ສະ​ຫະ​ປະຊາ​ຊາດ​ທີ່ຮັບ​ຜິດ​ຊອວຽກ​ງານ​ກູ້​ໄພ. ນາງ​ເອລິ​ຊາ​ເບັສ ​ໄບສ໌ ​ໂຄສົກ​ຂອງ​ອົງ​ການ OCHAກ່າວ​ໃນ​ກອງ​ປະຊຸມ​ວ່າ,

ຫຼັງ​ຈາກ​ໄພພິບັດ​ເກີດ​ຂຶ້ນ​​ແລ້ວ, ສະຫະ​ປະຊາ​ຊາດ​ໄດ້​ປະສານ​ງານກັບ​ລັດຖະບານ​ມຽນມາ​ຢ່າງ​ໃກ້ຊິດ, ຫາລື​ກ່ຽວ​ກັບວ່າ​​ເຮັດ​ແນວ​ໃດສະຫະ​ປະຊາ​ຊາດ ຈຶ່ງ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ວຽກ​ງານ​ກູ້​ໄພ. ລັດຖະ ບານ​ມຽນມາ​​ກ່າວ​ວ່າ, ຍິນ​ດີຮັບ​ເອົາ​​ການ​ຊ່ອຍ​ເຫຼືອ​ດ້ານ​ວັດຖຸ​ຂອງ​ປະຊາ​ຄົມ​ໂລກ.

ຫຼັງ​ຈາກ​ການ​ປຶກສາ​ຫາລື​ກັນໂດຍ​ດ່ວນ​ແລ້ວ, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ວາງ​ການ​ແບ່ງ​ງານ​ລະ​ຫວ່າງ​ອົງການ​ຕ່າງໆ​ໃນ​ເບື້ອງ​ຕົ້ນ. ຄື​ອົງການ​UNICEF ຮັບ​ຜິ​ດຊອບ​ຊ່ອຍ​ເຫຼືອ​ຜູ້​ປະສົບ​​ໄພ​ມີ​ນ້ຳ​​ສະອາດດື່ມ​ແລະສ້າງ​ວິດຖ່າຍ​ອະນາ​ໄມ​ຊົ່ວ​ຄາວ, ຮັບຜິດ​ຊອບຈັດ​ວາງ​​ແລະ​ຮັກສາແມ່​ແລ​ະ​ເດັກ​ຢູ່​ເຂດ​ປະສົບ​ໄພ ພ້ອມ​ດ້ວຍ​ວຽກ​ງານການ​ສຶກ​ສາ​ເດັກນ້ອຍ; ອົງ​ການ​ອະນາ​ໄມ​ໂລກ​ຮັບຜິດ​ຊອບ​ສະ​ໜອງ​ຢຸກຢາ​​ໃຫ້​ຜູ້​ປະສົບ​ໄພ​ແລະ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ໃນເຂດ​ປະສົບ​ໄພ; ອົງການUNHCR​ຮັບ ຜິດຊອບ​ສະ​ໜອງ​ຕູບ​ຜ້າ​ເຕັນ; ​ໂຄງການ​ອາ​ຫານ​ສະຫະ​ປະຊາ​ດ​ແລະ​ອົງການ​ຟາ​ວ ຮັບຜິດ​ຊອ​ບຂົນ​ສົ່ງ​ອາຫານ​ແລະ​ຕິດຕາມຄວບ​ຄຸມ​ຄວາມ​ປອດ​ໄພດ້ານ​ອາຫານ. ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະ​ນາ​ຮັບຜິດ​ຊອບ​ຊ່ອຍ​ເຫຼືອ​ສ້າງສາ​ການ​ຟື້ນ​ຟູ​ຄືນ​ໃໝ່ຫຼັງ​ໄພພິບັດ, ກ່ອນ​ອື່ນ​​ແມ່ນ​ການ​ຟື້ນ​ຟູການ​ຕິດ​ຕໍ່​​ສື່ສານ​​ແລະຄົມ​ມະນາຄົມ.

ນາງ​ເວ​ໂຣນິກ ທາ​ໂວ ​ໂຄສົກ​ອົງການUNICEF​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​​ໃສ່​ຕໍ່ສະພາບແມ່​ຍິງແລະ​ເດັກນ້ອຍ​ຢູ່​ເຂດ​ປະສົບ​ໄພ. ນາ​ງກ່າວ​ວ່າ, ​ເຖິງ​ວ່າ​ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າຍັງ​ຮູ້​ໄດ້​ຍາກ​ວ່າ​ຢູ່​ເຂດ​ປະສົບ​ໄພ​ມີ​ແມ່ຍິງ​ແລະ​ເດັກນ້ອຍ​ຫຼາຍ​ປານ​ໃດ, ​ແຕ່​ຄາດ​ວ່າຄົງ​ຈະ​ກວມ60%​ຂອງ​ຜູ້​ປະສົບ​ໄພທັງ​ໝົດ. ສິ່ງ​ທີ່​ໜ້າ​ເປັນຫ່ວງ​ນັ້ນ​ແມ່ນ, ປະຈຸ​ບັນຈຳນວນ​ຄົນ​ເສຍ​ຊີວິດ​ຍັງ​ເພີ່ມ​ຂຶ້ນຕໍ່​ມາ, ພວກ​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ທີ່​ສຸດ.

ນາງ​ຟາ​ເດ​ລາ ຊາ​ອີ​ບ ​ໂຄສົກ​ອົງການ​ອະນາ​ໄມ​ໂລກ​ກໍ່​​ກ່າວ​ວ່າ, ປະ​ຈຸ​ບັນ, ວຽກ​ງານ​​ປ້ອງ​ກັນ​ພະຍາດຫຼັງ​ໄພພິບັດ​ຢູ່​ມຽນມາ​ກໍ່ໜັກ​ຫຼາຍ.

ທຳ​ມະ​ດາ​ແລ້ວ​ຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ​ມັກ​ຈະ​ເກີດ​ພະຍາດ​ຖອກ​ທ້ອງ, ສະ​ພາບ​ແນວ​ນີ້ສ່ວນ​ຫຼາຍ​ແມ່ນ​ຍ້ອນດື່ມ​ນ້ຳ​ທີ່​ບໍ່​ສະອາດ, ສະ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ນຳບັນຫາ​ນ້ຳ​ກິນ​ຂອງ​ຜູ້​ປະສົບ​ໄພ. ນອກ​ນີ້​ຢູ່​​ເຂດ​ປະສົບ​ໄພ​ບາງ​ແຫ່ງຂອງ​ມຽນມາ​, ​ຍັງ​ເປັນ​ເຂດ​ທີ່​ເກີດ​ໄຂ້ຍຸງ​ຫຼາຍ, ວິທີ​ທີ່​ໄດ້​ຜົນ​ເພື່ອ​ປ້ອງ​ກັນ​ໄຂ້ຍຸງ​ລະບາດກໍ່​ແມ່ນ​ແຈກ​ຢາຍ​ມຸ້ງ​​ໃຫ້​ຜູ້​ປະສົບ​ໄພ. ປະຈຸ​ບັນ, ອົງການ​ອະນາ​ໄມ​ໂລກ​ໄດ້​ມີ​ໜ່ວຍ​ຊ່ຽວຊານ​ເຮັດ​ວຽກ​ຢູ່​ເຂດ​ປະສົບ​ໄພ​ແລ້ວ, ​ເພື່ອ​ຊ່ອຍ​ເຫຼືອ​ແຫ່ງ​ນັ້ນ​ປ້ອງ​ກັນ​ພະຍາດ.

ຕາມ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນຂອງ​ສະຫະ​ປະຊາ​ຊາດ, ​ສະພາບຢູ່​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ອີຣາວາ​ດີທີ່​ປະສົບ​ໄພ​​ເທື່ອ​ນີ້​ໜັກໜ່ວງ​ທີ່​ສຸດ, ຄວາມ​ເສຍ​ຫາຍ​ອາດ​ຈະ​ທໍ່​ກັບ​ໄພ​ຊຶນາ​ມີ​ທີ່​ເກີດ​ຢ່​ເຂດູ​ອາຊີ​ໃຕ້​ໃນ​ປີ2004. ຄຽງ​ຄູ່​ກັບ​ວຽກ​ງານ​ກູ້​ໄພ​ດຳ​ເນີນ​ຕໍ່​ໄປ​ແລະ​ການ​ປະ​ເມີນ​ຄວາມ​ເສຍ​ຫາຍ​​ໃນ​ໄພພິບັດ​ເທື່ອ​ນີ້, ອົງການ​ທີ່​ກ່ຽວຂ້ອງ ຂອງສະຫະ​ປະຊາ​ຊາດ​​ຍັງ​ຈະ​ວາງ​ແຜນ​ຊ່ອຍ​ເຫຼືອ​ຂະໜາດ​ໃຫຍ່​ກວ່າ​ເກົ່າ.