ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-09 15:15:50    
ທ່ານ​ປູ​ຕີນ​ຮັບ​ຕຳ​​ແໜ່​ງ​ເປັນ​ນາຍົກ​ລັດ​ຖະ​ມົນຕີ​ລັດ​ຖະ​ບານ​ຊຸດ​ໃໝ່

cri Author: baohuang

ວັນ​ທີ 8 ພຶດສະພາ​ນີ້,ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​​ເດັຟ ປະທາ​ນາທິ​ບໍດີ​ຣັດ​ເຊຍ​ໄດ້​ເຊັນ​ດຳລັດ,​ແຕ່ງ​ຕັ້ງທ່າ​ນວະລາ​ດີ​ເມຍ ປູ​ຕີນ​ເປັນ​ນາຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ບານ​ຊຸດ​ໃໝ່.ນັບ​ມາ​ຮອດ​ປະຈຸ​ບັນ,ອຳນາດ​ການປົກ​ຄອງ​ຂອງ​ຣັດ​ເຊຍ​ໄດ້​ສືບກັນ​ຢ່າງ​ໝັ້ນ​ໜຽວ,ສະພາບ​ການໃໝ່​ຂອງ​ເວທີ​ການ​ເມືອງຣັດ​ເຊຍ​​ເຊິ່ງ​ແມ່ນ​ທ່ານ​ເມັດ​ເວ​ເດັຟກັບ​ທ່ານ​ປູ​ຕີນ​ຮ່ວມ​ກັນກຳ​ອຳນາດ​ນັ້ນ​ໄດ້​ມາ​ຮອດ​ແລ້ວ.​ແຕ່​ນັກວິ​ເຄາະ​ບາງ​ຄົນ​ເຫັນ​ວ່າ,ຖ້າຢາກ​ບັນລຸ​ເປົ້າ​ໝາຍທີ່​ຍິ່ງ​ໃຫຍ່ຄື"ຍຸດ​ທະ​ສາດ​ການ​ພັດທະນາ​ແຫ່ງ​ຊາດ​ກ່ອນ​ປີ 2020"ພາຍ​ໃນ 12 ປີ​ຂ້າງ​ໜ້ານີ້ທີ່​ທ່ານ​ປູ​ຕີນ​ສະ​​ເໜີ​ອອກ​ມາ​,ບໍ່​ແມ່ນ​ເລື່ອງ​ງ່າຍ,ລັດຖະບານ​ຊຸດ​ໃໝ່ຂອງຣັດ​ເຊຍ​ທີ່​ນຳ​ໂດຍ​ທ່ານ​ປູ​ຕີນ​ຈະ​ປະ​ເຊີນ​ກັບ​ບັນຫາ​ແລະສິ່ງ​ທ້າ​ທາຍ​ຫຼາຍອັນ.

ກ່ອນ​ອື່ນ,​​​ແມ່ນເຮັດ​ແນວ​ໃດຈະ​ຮັບ​ມື​ກັບ​ບັນຫາ​ໄພ​ເງິນ​ເຟີ້​ທີ່​ມີໃນ​ປະຈຸ​ບັນ​ນີ້.ຕາມການ​ຄາດ​ຄະ​ເນ​ຫຼ້າ​ສຸດ​ຂອງພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງຣັດ​ເຊຍ​,ປີ 2008,ອັດຕາ​ໄພ​ເງິນ​ເຟີ້​ຂອງຣັດ​ເຊຍ​ຈະສູງ​ຮອດ 10%.ຜົນ​ການ​ຢັ່ງ​ປະຊາ​ມະຕິ​ສະ​ແດງ​​ໃຫ້​ເຫັນ​ວ່າ,ປະ​ຊາຊົນ 62% ​ເຫັນ​ວ່າ,ລັດຖະບານ​ຄວນ​ສະ​ກັດ​ກັ້ນ​ໄພ​ເງິນ​​ເຟີ້,ຫຼຸດ​ລາຄາ​ສິນຄ້າ.ສະ​ນັ້ນ,ຈະຮັກສາ​ການ​ເຕີບ​ໂຕເສດຖະກິດ​ຢ່າງ​ວ່ອງ​ໄວ​ແລະ​ອັດຕາ​ເງິນ​ເຟີ້​ສູງ​ທີ່​ດຸ່ນດ່ຽງກັນ​ເພື່ອ​ເຮັດ​ໃຫ້ຣັດ​ເຊຍ​ຈະ​ເລີ​ນຄືນ​ໃໝ່​ໂດຍ​ໄວ,ຫຼື​ວ່າ​ຈະຄວບ​ຄຸມ​ບໍ່​ໃຫ້ເສດຖະກິດ​ເຕີບ​ໂຕໄວ​ເກີນ​ໄປ​ແລະ​ໃຊ້​ມາດ​ຕະການ​ທີ່​ສົມ​ຄູ່​ກັນ​ເພື່ອ​ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້,ນີ້​ແມ່ນ​ບັນຫາ​ທີ່​ຂ້ຽວຂາດ​ກວ່າ​ໝູ່​ທີ່​ລັດຖະບານ​ປູ​ຕີນ​ຕ້ອງ​ຮັບ​ມື​ໃນ​ປະຈຸ​ບັນ​ນີ້.

ອີກ​ບັນຫາ​ໜຶ່ງ​ແມ່ນ, ບັນຫາ​ການ​ປະຕິ​ຮູບ​ຊີ​ວິການ​ເປັນ​ຢູ່​ປະຊາຊົນ​ໃນສັງຄົມ. ມີ​ຜູ້​ຊ່ຽວຊານ​ເຫັນ​ວ່າ, ​ເຖິງ​ແມ່ນ​ວ່າທ່ານ​ປູ​ຕີນ​ມີ​ຄວາມ​ສາມາດ​ສັງ​ເກດ​ແລະ​ຕັດສິນ​ໃນ​ດ້ານ​ການ​ພັດທະນາ​ເສດຖະກິດກໍ​ຕາມ, ​ແຕ່​ເບິ່ງ​ຈາກດ້ານ​ວິຊາ​ການ​ແລະ​ປະສົບ​ການ​ການ​ເມືອງ​ຂອງ​ທ່ານ, ການ​ປະຕິ​ຮູບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນແມ່ນ​ຂໍ້​ອ່ອນ​​ຂອງ​ທ່ານ. ​ໃນ​ໄລຍະ 8 ປີ​ທີ່​ທ່ານ​ປູ​ຕີນ​ເປັນ​ປະທານາທິບໍດີ, ​ເຄີຍ​ດຳ​ເນີນ​ການ​ທົດ​ລອງ​ດ້ານ​ການ​ປະຕິ​ຮູບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຫຼາຍ​ເທື່ອ, ​ແຕ່​ພາຍຫຼັງ​​ປະສົບກັບ​ອຸບປະສັກ​​ເມື່ອ​ປີ 2005​ແລ້ວ, ຂະ​ບວນການ​ປະຕິຮູບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນເພື່ອ​ແກ້​ໄຂ​ບັນຫາ​ການ​ປະກັນ​ສັງຄົມ​ເປັນ​ຕົ້ນຕໍ​ນັ້ນ​ໄດ້​ຊ້າ​ລົງ​ຢ່າງ​​ເດັ່ນ​ຊັດ. ສະ​ນັ້ນ, ບັນຫາ​ການ​ປະຕິ​ຮູບ​ຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນ​ຈະ​ແມ່ນ​ບັນຫາ​ຫຍຸ້ງ​ຍາກ​ໜຶ່ງ​ທີ່​ລັດຖະບານ​ປູ​ຕີນ​ຕ້ອງ​ປະ​ເຊີນ.

ນອກ​ນັ້ນ, ບັນຫາ​ການ​ປ່ຽນ​ແປງ​​ໂຄງ​ປະກອບ​ເສດຖະກິດ. ​ເຖິງ​ແມ່ນ​ວ່າຣັດ​ເຊຍ​ໄດ້​ວາງ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ພັດທະນາ​ເສດຖະກິດ​ແບບ​ປະດິດ​ສ້າງ​ໃໝ່​ຢ່າງ​ຮອບດ້ານ, ​ແຕ່​ຜູ້​ຊ່ຽວຊານ​ເຫັນ​ວ່າ, ປັດຈຸບັນ, ​ເສດຖະກິດ​ຣັດ​ເຊຍ​ຍັງ​ພັດທະນາ​ຕາມ​ຕົວ​ແບບ​ພະລັງງານ​ແລະ​ວັດຖຸ​ຕິບ, ​ເສດຖະກິດ​ຂອງຣັດ​ເຊຍຈະ​ສາ ມາດ​ກ້າວ​​ຂຶ້ນ​ສູ່​ເສັ້ນທາງ​ປະດິດ​ສ້າງ​ໃໝ່​ຫຼື​ບໍ່​ພາຍຫຼັງ​ປີ 2010 ຍັງ​ຕ້ອງ​ສັງ​ເກດ​ຕໍ່​ໄປ.
ນອກ​ນີ້​ບັນຫາ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຍົກ​ສູງ​ປະສິດທິພາ​ບການ​ເຮັດ​ວຽກ​ຂອງ​ລັດຖະບານ​ກໍ​ແມ່ນ​ບັນຫາ​ຫຍຸ້ງ​ຍາກ​ທີ່​ລັດຖະບານ​ປູ​ຕີນ​ຕ້ອງ​ປະ​ເຊີ​ນ.

​ເວົ້າ​ໂດຍ​ລວມ​ແລ້ວ, ລັດຖະບານຣັດ​ເຊຍ​ຊຸດ​ໃໝ່​ຍັງ​ມີໜ້າ​ທີ່​ອັນໜັກ​ໜາ​ຫຼາຍ.