ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 18:42:05    
ພາກ​ສ່ວນ​ຕ່າງໆ​ຂອງ​ຈີນ​ຕັ້ງ​ໜ້າ​ຊ່ອຍ​ເຫຼືອ​ມຽນ​ມາ​ກູ້​ໄພ​ລົມ​ພາ​ຍຸ

cri
ຫວ່າງ​ມໍ່ໆ​ນີ້, ບາງ​ເຂດ​​ຂອງ​ມຽນມາ​ໄດ້​ປະສົບ​ໄພ​ລົມພາຍຸ​ແຖບ​ຮ້ອນ​ຮ້າຍ​ແຮງ, ​ເຮັດ​ໃຫ້​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ​ແລະ​ມີ​ການ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ. ພາຍຫຼັງ​ເກີດ​ໄພ​ແລ້ວ, ພາກສ່ວນ​ຕ່າງໆ​ຂອງ​ຈີນ​ໄດ້​ຕັ້ງ​ໜ້າ​ໃຫ້ການ​ຊ່ອຍ​ເຫຼືອ​ໃຫ້​ແກ່​ມຽນມາ, ​ເພື່ອ​ເຮັດ​ວຽກກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່.

ວັນ​ທີ 2 ພຶດສະພາ​ນີ້, ມຽນມາ​ໄດ້​ປະສົບ​ໄພ​ລົມພາຍຸ​ແຖບ​ຮ້ອນ "ນາ​ກິ​ສ", ລົມພາຍຸ​ໄດ້​ນຳ​ເອົາ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ​ມາ​ໃຫ້​ເຂດ​ປະສົບ​ໄພ. ວັນ​ທີ 12 ພຶດ​ສະ​ພາ​ນີ້, ສື່​​ມວນ​ຊົນ​ທາງ​ການ​ມຽນມາ​​ລາຍ​ງານ​ຂ່າວ​ສະພາບ​ປະສົບ​ໄພ​ຫຼ້າສຸດ, ສະ​ແດງ​ໃຫ້​ເຫັນ​ວ່າ, ປະຈຸ​ບັນ, ຈຳນວນ​ຄົນ​​ເສຍ​ຊີວິດ​ຍ້ອນ​ລົມພາຍຸ​ແຖບ​ຮ້ອນ​ໄດ້​ເພີ່ມ​ຂຶ້ນ​ຮອດ 31938 ​ຄົນ​, ຄົນ​ຫາຍ​ສາບ​ສູນ​ເກືອບ 3 ໝື່ນ​ຄົນ. ​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​​ໃກ້​ເຮືອນຄຽງ​ທີ່​ດີຂອງ​ມຽນມາ, ປະຊາຊົນ​ແລະ​ລັດຖະບານຈີນ​ສຸດທີ່​ເປັນ​ຫ່ວງ​ເອົາ​ໃຈ​ໃສ່​ນຳ​​ສະພາບ​ປະສົບ​​ໄພ​ຂອງ​ມຽນມາ. ​ເພື່ອ​ຊ່ອຍ​ເຫຼືອ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ຮັບ​ມື​ກັບ​ໄພພິບັດ, ​ເມື່ອ​ໄດ້​ສະໜອງ​ການ​ຊ່ອຍ​ເຫຼືອສຸກ​ເສີນມູນ​ຄ່າ 1 ລ້ານ​ໂດ​ລາ​ແລ້ວ, ລັດຖະບານ​ຈີນ​ໄດ້​ໃຫ້​ເງິນ​ຊ່ອຍ​ເຫຼືອອີກ 30 ລ້ານ​ກວ່າ​ຢວນ. ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຊ່ອຍ​ເຫຼືອ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ກູ້​ໄພ​ແລະ​ດຳ​ເນີນ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​ປະສົບໄພ. ທ່ານ​ກ່າວ​ວ່າ:

"ຈີນ​ກັບ​ມຽນມາ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​, ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ມຽນມາ, ​ເຊື່ອ​ວ່າ, ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ຈະສາມາດ​ຟື້ນ​ຟູຄວາມ​ເສຍ​ຫາຍ​ຈາກ​ໄພ​ລົມພາຍຸ​ໂດຍ​ໄວ, ຟື້ນ​ຟູ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປົກກະຕິ​ໂດຍ​ໄວ."

ຂ່າວ​ແຈ້ງວ່າ ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ສາມ​ງວດ​ທີ່​ລັດ​ຖະ​ບານ​ຈີນ​ສະ​ໜອງ​ໃຫ້​ມຽນ​ມາ​ນັ້ນ​ໄດ້​ຂົນ​ສົ່ງ​ໂດຍ​ທາງ​ອາ​ກາດ​ໄປ​ຮອດ​ນະ​ຄອນ​ຢາງ​ກຸງ​ໄວ​ທີ່​ສຸດ.​ເຄື່ອງ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ລວມ​ທັງ​ຕູບ​ຜ້າ​ເຕັ້ນ ອາ​ຫານ ຢາ​ປົວ​ພະ​ຍາດ​ເຄື່ອງ​ກັ່ນ​ນ້ຳ​ສະ​ອາດ​ເປັນ​ຕົ້ນ.​ນອກ​ນີ້,​ກອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແລະ​ໜ່ວຍ​ແພດ​ຂອງ​ຈີນ​ໄດ້​ກຽມ​ພ້ອມ​ແລ້ວ​ຈະ​ໄປ​ມຽນມາ​ເພື່ອ​ດຳ​ເນີນ​ການ​ກູ້​ໄພ​ໃນ​ທຸກ​ເວ​ລາ.

ພາຍຫຼັງ​ມຽນມາ​ປະສົບ​ລົມພາຍຸ​ແຖບ​ຮ້ອນ​ແລ້ວ,ສະພາ​ກາ​ແດງ​ຈີນ​ໄດ້​ຕັ້ງ​ໜ້າ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​.ທ່ານ​ວາງ​ສ້ຽວ​ຮວາ ຫົວໜ້າ​ພະ​ແນ​ກພົວພັນ​ຂອງ​ສະ​ພາ​ກາ​ແດງ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ວັນ​ທີ​6​ພຶດ​ສະ​ພາ​ນີ້,ສະພາກາ​ແດງ​ຈີນ​ໄດ້​ໃຫ້​ເງິນ​ຊ່ວຍ​ເຫຼືອ​ 3​ ໝື່ນ​ໂດ​ລາ​ໃຫ້​ເຂດ​ປະສົບ​ໄພ​ຂອງ​ມຽນ​ມາ,​ເຄື່ອງ​ຊ່ວຍ​ເຫຼືອງ​ວດທຳ​ອິດ​ເຊັ່ນ​ມຸ້ງ ຜ້າ​ຫົ່ມ​ຂົນ​ສັດ​ໄດ້​ຂົນ​ສົ່ງ​ໄປ​ຮອດ​ເຂດ​ປະສົບ​ໄພ​ຂອງ​ມຽນມາ.

"ພາຍຫຼັງ​ມຽນມາ​ປະສົບ​ໄພ​ແລ້ວ ສະພາກາ​ແດງ​ຈີນ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໃນ​ທັນ​ທີ,​ຕົກ​ລົງ​ບໍ​ລິ​ຈາກ​ເງິນ 3 ໝື່ນ​ໂດ​ລາ​ໃຫ້​ສະພາ​ກາ​ແດງ​ມຽນມາ​ເພື່ອ​ດຳ​ເນີນ​ການ​ກູ້​ໄພ​ສຸກ​ເສີນ,​ໄດ້​ຜ່ານ​ສະ​ຖານ​ທູດ​ຈີນ​ປະຈຳ​ມຽນມາ​ສົ່ງ​ໃຫ້​ແລ້ວ, ຈາກ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຕົກ​ລົງ​ສະ​ໜອງ​ເຄື່ອງ​ຊ່ອຍ​ເຫຼືອ​ສຸກ​ເສີກ,​ເຊັ່ນ​ຖົງ​ນອນ,​ມຸ້ງ​ແລະ​ເສື້ອ​ຜ້າ​ເປັນ​ຕົ້ນ,​ສ່ວນ​ໃຫຍ່​ໄດ້​ຂົນ​ສົ່ງ​ໄປ​ແລ້ວ."

ຂ່າວ​ແຈ້ງວ່າ,ໜ່ວຍ​ງານ​ກູ້​ໄພ​ທີ່​ນຳ​ໂດຍ​ທ່ານ​ວາງ​ໄຫ​ຈິ່ງ​ເລ​ຂາ​ທິ​ການ​ສະ​ພາ​ກາ​ແດງ​ຈີນ​ໄດ້​ໄປ​ຮອດ​ມຽນມາ​ພ້ອມ​ກັບ​ເຄື່ອງ​ຊ່ວຍ​ເຫຼືອ​ງວດ​ທີ​ສອງ,​ແລະ​ພວມ​ໄປ​ສຳ​ຫຼວດ​ສະ​ພາບ​ປະ​ສົບ​ໄພ​ຢູ່​ເຂດ​ປະສົບ​ໄພ.ທ່ານ​ຈະ​ຫາ​ລື​ກັບ​ສະ​ພາ​ກາ​ແດງ​ມຽນມາ​ເພື່ອ​ວາງ​ແຜນ​ການ​ຊ່ວຍ​ເຫຼືອ​ໃນ​ຂັ້ນ​ຕໍ່​ໄປ.

ປະ​ຊາ​ຊົນ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ່ຕັ້ງໜ້າ​ບໍລິຈາກ​ເງິນ​ໃຫ້​ເຂດ​ປະສົບ​ໄພ​ມຽນມາ.ທ່ານ​ລິວ​ເວີນ​ຄຸຍ ຮອງ​ເລຂາທິການ​​ມູນ​ນິທິ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຈີນກ່າວ​ວ່າ,ພາຍ ຫຼັງ​ມຽນມາ​ປະສົບ​ໄພ​ທຳ​ມະ​ຊາດ​ແລ້ວ,ມູນ​ນິທິ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງຈີນ​ໄດ້​ລິ​ເລີ່​ມ ກິດຈະກຳກອບ​ກູ້​ຊ່ວຍ​ເຫຼືອທີ່​ມີຊື່ວ່າ "ຢູ່​ນຳກັນ​ກັບ​ເຈົ້າ",​ແລະ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ກວ້າງຂວາງ​ຈາກ​ວົງ​ການ​ຕ່າງໆ​ຂອງ​ຈີນ,ທ່ານ​ກ່າວ​ວ່າ:"ພວກ​ເຮົາ​ຫວັງ​ວ່າ​ຜ່ານ​ການ​ບໍລິ ຈາກ​ເງິນ​ແລະ​ເຄື່ອງ​ຊ່ວຍ​ເຫຼືອຂອງ​ວົງ​ການ​ຕ່າງໆ​ຂອງ​ຈີນ,ຈະສາມາດ​ໃຊ້​ເຂົ້າ​ໃນ​ການ​ກູ້​ໄພ​ສຸກ​ເສີນ​​ເພື່ອ​ຊ່ວຍ​​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ປະສົບ​ໄພ​,ປະຈຸ​ບັນ​ນີ້​ວົງ​ການ​ຕ່າງໆ​ມີ​ການ​ຕອບ​ຮັບຢ່າງ​ຕັ້ງໜ້າ​ທີ່​ສຸດ.ນັບ​ມາ​ຮອດ​ປະຈຸ​ບັນ​ນີ້​​ເຄື່ອງ​ຊ່ວຍ​ເຫຼືອທີ່​ບໍລິຈາກ​ມີ​ອາຫານ​ເດັກ5​ແສນ​ໂດ​ລາ ຢາ​ປົວ​ພະຍາດ1​ລ້ານ​ຢວນ​ແລະ​ເຄື່ອງ​ກັ່ນ​ນ້ຳສ​ະອາດ​40​ໜ່ວຍ​ເປັນ ຕົ້ນ,ອຸປະກອນ​ເຫຼົ່ານີ້​ແຕ່​ລະ​ມື້​ສາມາດ​ຊ່ວຍ​​ຜູ້​ປະສົບ​ໄພ​ຫຼາຍ​ແສນ​ຄົນ​ໃຫ້​ມີນ້ຳສ​ະ​ອາດ​ກິນ.

ປະ​ຈຸ​ບັນ​ນີ້,ວົງ​ການ​ຕ່າງໆ​ຂອງ​ຈີນພວມ​ເລັ່ງລັດ​ຫ້າງ​ຫາ​ເງິນ​ທຶນ​ແລະ​​ເຄື່ອງ​ຊ່ວຍ​ເຫຼືອ, ພະ​ຍາ​ຍາມ​ສົ່ງ​ໄປ​ຮອດ​ມຽນມາ​​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້,​ເພື່ອຊ່ວຍ​ເຫຼືອ​​ກູ້​ໄພ​ແລະ​ສ້າງ ສາ​ຄືນ​ໃໝ່​.