ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 15:46:13    
ປ​ະຊາ​ຄົມ​ໂລກ​ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ມຽນມາ​ຕື່ມ​ອີກ

cri
ຕາມ​ຂ່າວcri:ວັນ​ທີ25ພຶ​ດສະພາ​ນີ້,ຢູ່ຢາງກຸງ, ອາຊຽນກັບສະຫະປະຊາຊາດ​ໄດ້ຈັດກອງປະ​ຊຸມສາກົນເພື່ອບໍລິຈາກ​ເງິນຊ່ວຍເຫຼືອ​ມຽນມາທີ່ປະ​ສົບລົມພາຍຸ​ຮ໊າຍແຮງ,ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຊ່ອຍ​ເຫຼືອມຽນມາກູ້​ໄພ​ແລະ​ສ້າງ​ສາຄືນ​ໃໝ່​ຫຼັງໄພພິບັດຕື່ມ​ອີກກ

ຜູ່​​ແທນ500ກວ່າ​ຄົນ​ມາ​ຈາກ52ປະ​ເທດ​ໄດ້​ເຂົ້າ​ຮ່ວມ"ກອງ​ປະຊຸມ​ບໍລິຈາກ​ເງິນ"ສາກົນ​ຄັ້ງ​ນີ້.ກ່ອນ​ອື່ນ,ຜູ່​​ແທນ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຢືນກົ້ມ​ຫົວ​1ນາທີໄວ້ອາ​ໄລ​ເຖິງ​ຜູ້ເສຍ​ຊີວິດ​ໃນ​​ໄພ​ລົມພາຍຸ​​ເທື່ອ​ນີ້​.ອີງ​ຕາມ​ຂ່າວ​ສະພາບ​ໄພ​ພາຍຸຫຼ້າ​ສຸດ​ທີ່​ລັດຖະບານ​ມຽນມາ​ປະກາດ,ລົມພາຍຸ​"ນາ​ກີ​ສ"ທີ່​ພັດ​ຖະຫຼົ່ມມຽນມາ​ໃນ​ວັນ​ທີ2 ຫາ​ວັນ​ທີ3ພຶດສະພາ​ນີ້​ໄດ້​ເຮັດ​ໃຫ້​1​ແສນ3ໝື່ນ​ກວ່າ​ຄົນເສຍ​ຊີວິດ​ຫຼື​ຫາຍ​ສາບ​ສູນ,​ພ້ອມ​ທັງ​ພາ​ໃຫ້ເສຍ​ຫາຍ​ທາງ​​ເສ​ດຖະກິດ​ເຖິງ11ຕື້​ໂດ​ລາ.

​ໃນ​ກອງ​ປະຊຸມ,ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ເຄີຍ​ໄປມຽນມາ2​ເທື່ອ​ແຕ່​ວັນ​ທີ22 ພຶດສະພາ​ນີ້​ຮຽກຮ້ອງ​​ໃຫ້ປະຊາ​ຄົມ​ໂລກ​ທີ່ບໍລິຈາກ​ເງິນ​ຢ່າງຕັ້ງໜ້າ.ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ,ລົມພາຍຸ​ຮ້າຍແຮງ​ພັດໂຈມ​ຕີ​ເຂດ​ສາມຫ່ຽມ​ແມ່​ນ້ຳ​ອີລາ​ວາ​ດີ​ມຽນມາ, ​ໄດ້​ທຸບ​ຖ້ວຍ​​ເຂົ້າ​ຂອງ​ປະຊາຊົນ​ມຽນມາຖິ້ມ.ບໍ່​ມີ​ປະ​ເທດ​​ໃດ​ທີ່ສາມາດ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຍ້ອນ​ປະສົບ​ໄພ​ທຳ​ມະ​ຊາດ​ອັນ​ໜັກໜ່ວງ​ນີ້​ໂດຍ​ຕົນ​ເອງ​ໄດ້.

​ໃນ​ຄຳ​ປາ​ໄສ,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຖິງ​ວ່າການ​ກູ້​ໄພ​ແຜ່ນດິນ​ໄຫວ​ຂອງ​ຈີນ​ຍັງ​ຢູ່​ໄລຍະຂ້ຽວຂາດ,​ແຕ່​ວ່າ​​ເພື່ອ​ຊ່ອຍ​ເຫຼືອ​ປະຊາຊົນ​ມຽນມາ​ທີ່ປະສົບ​ໄພ​ອັນຕະລາຍ​ຜ່ານຜ່າ​ຄວາມຫຍຸ້ງ​ຍາກນັ້ນ​,ລັດຖະບານ​ຈີນ​​ໄດ້ຕົກ​ລົງ​​ເພີ່ມ​ເງິນ​ບໍລິຈາກດ່ວນອີກ10ລ້ານ​ໂດ​ລາ, ຊຶ່ງ​ກ່ອນ​ໜ້າ​ນີ້​ກໍ່ໄດ້​ບໍລິຈາ​ກ​ໄປ​ແລ້ວ1ລ້ານ​ໂດ​ລາ.

ທ່ານ​ຢາງ​ເຈຍ​ຊີ​ກ່າວ​ເນັ້ນ​ວ່າ,ການ​ກູ້​​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ແມ່ນ​ວຽກມະນຸດສະທຳ, ຈີນ​ບໍ່​ເຫັນ​ດີ​​ໃຫ້​​ເອົາບັນຫາ​​ກູ້​ໄພ​ຫັນ​ເປັນບັນຫາ​ການ​ເມືອງ.

​ໃນ​ກອງ​ປະຊຸມ​ມື້​ດຽວ​ກັນ ​ປະ​ເທດ​ຕ່າງໆໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ຈະຊ່ອຍ​ເຫຼືອ​​ໃໝ່.ສະຫະພາບ​ເອີ​ລົບ​ໄດ້​ບໍລິຈາກ​ອີກ26ລ້ານ8​ແສນ​ໂດ​ລາ​ບົນ​ພື້ນຖານ​ທີ່​ໄດ້​​ໃຫ້​ໄປ72ລ້ານ5​ແສນ​ໂດ​ລາ;ອົສ​ຕຼາລີ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະບໍລິຈາກ24ລ້ານ​ໂດ​ລາ;​ຟີ​ລິບ​ປິນຈະ​ເພີ່ມ​ມູນ​ຄ່າ​ຊ່ອຍ​ເຫຼືອຂຶ້ນ​ຮອດ20ລ້ານ​ໂດ​ລາ.

​ໃນ​ກອງ​ປະຊຸມ,ທ່າ​​ນເຊ​ກົດ ມາ​ຊີວ ຜູ່​ຕາງໜ້າ​ລັດຖະບານ​ອາ​ເມ​ລິ​ກາທັງ​ເປັນລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ເພີ່ມ​ເງິນ​ບໍລິຈາ​ກ​ໃຫ້​ອີກບົນ​ພື້ນຖາ​ທີ່​ໄດ້​ບໍລິ​ຈາກ​ໄປ​ແລ້ວ20ລ້ານ5​ແສນ​ໂດ​ລາ,​ແຕ່​ວ່າ​​ເງື່ອນ​ໄຂ​​ເບື້ອງ​ຕົ້ນແມ່ນ,ມຽນມາ​ຕ້ອງ​ອະນຸຍາດ​​ໃຫ້ຜູ່​ຊ່ຽວຊານສາກົນ​​ໄປສຳ​ຫຼວດ​ເຂດ​ປະສົບ​ໄພ​ຢ່າງຮອບດ້ານ​ເພື່ອ​ຕົກລົງ​ຈະຊ່ອຍ​ເຫຼືອ​​ແນວ​​ໃດ, ຈິ່ງດີກ​ວ່າ​ເກົ່າ​.​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ອົສຕຼາລີ,ດາ​ນມາກ,​ໂຮ​ນລັງ,ຊູ​ແອດ​ແ​ລະເຢຍລະ​ມັນກໍ​ລ້ວນ​ແຕ່​ກວ່າ​ວວ່າ,ມຽນມາ​ຕ້ອງ​ໄຂ​ປະຕູ​ຢ່າງຮອບດ້ານ​​ໃຫ້​ພະນັກງານ​ກູ້​​ໄພສາກົນ​ເຂົ້າ​​ໄປ​ຊ່ວຍ​ເຫຼືອ.

​ໃນ​ກອງ​ປະ​ຊຸມ,ພົນ​ເອກເທນ​ເຊ​ນ ນາຍົກລັດຖະ​ມົນຕີມຽນມາ​ກ່າວ​ວ່າ,ມຽນມາ​ຍິນດີ​ຮັບ​ເອົາການ​ຊ່ອຍ​ເຫຼືອຂອງ​ສາກົນ​ທີ່​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ແອບ​ແຝງ ,ທ່ານ​ກ່າວ​ວ່າ, ປ​​ະຈຸ​ບັນ,​ໄດ້​ມີ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານມະນຸດສະທຳ​ຂອງ​ຕ່າງປະ​ເທດ3200​ໂຕນສົ່ງ​ເຂົ້າ​ມຽນມາ​ແລ້ວ,​ພ້ອມ​ກັນ​ນັ້ນ,ທ່ານ​ກໍ​ໄດ້ສະ​ເໜີ​ບັນຊີ​ວັດຖຸ​ສິ່ງ​ຂອງທີ່​ມຽນມາຕ້ອງການ​ດ່ວນ​ໃນ​ປັດຈຸບັນ,ລວມທັງ​ບ່ອນ​ພັກຊົ່ວຄາວ,​ແນວ​​ເຂົ້າ,ຝຸ່ນ​ເຄມີ​ແລະ​ເຮືອ​ຫາ​ປາ​ເປັນ​ຕົ້ນ.

​ໃນ​ເວລາກອງ​ປະຊຸມ​ສິ້ນ​ສຸດ​ລົງ,ສະຫະ​ປະຊາ​ຊາດ​ແລະ​ອາຊ​ຽນ​ໄດ້​ປະກາດ​ຄຳ​ຖະ​ແຫຼ​ງການ​ຂອງ​ປະທານ.ອີງ​ຕາມ​ການສະຫຼຸບ​ນີ້,ກອງ​ປະຊຸມ​ສະໜັບ​ສະ​ໜູນ​ການ​ຕົກລົງ​ຂອງ​ກອງ​ປະຊຸມ​ພິ​ເສດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາຊຽນທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ19 ພຶດສະພາ​ນີ້,ຄື​ສ້າງ​ຕັ້ງ​ກົນ​ໄກ​ປະສານ​ງານ​ທີ່ມີ​ອາຊ​ຽນນຳ​ທາງ.