ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-06-02 16:40:05    
"ການ​ສົນທະນາ​ຊັງ​ກຼີລາ"​ໄດ້​ວາງ​ຂໍ້​ສະ​ເໜີ​ໃຫ້​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ

cri

ວັນ​ທີ 1 ມິຖຸນາ​ນີ້, ກອງ​ປະຊຸມ​ຄວາ​ມໝັ້ນຄົງອາຊີ​ຄັ້ງ​ທີ 7 ທີ່​​ເອີ້ນ​ວ່າ"ການ​ສົນທະນາ​ຊັງ​ກຼີລາ"​ໄດ້​ອັດ​ລົງ​ຢູ່​ສີ​ງກະ​ໂປ. ​ໃນ​ໄລຍະ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້, ຜູ້​ແທນ​ທີ່​ມາ​ຈາກ 27 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ອາຊີ​ປາຊີ​ຟິກ​ໄດ້​​ແລກປ່ຽນ​ແລະ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ການ​ທ້າ​ທາຍ ​ແລະການ​ຕ້ານ​ການ​ກໍ່​ການ​ຮ້າຍ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ກົນ​ໄກ​ຄວາມ​ໝັ້ນຄົງ​ທີ່​ອາຊີ​ປາຊີ​ຟິກພວມ​ປະ​ເຊີນ. ພົນ​ອາກາດ​ໂທໝາ​ສ້ຽວ​ທ່ຽນ ​ຮອງເສນາ​ທິການສູງ​ສຸດກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ກ່າວ​ວ່າ, ປັດຈຸບັນ, ສະຖານະ​ການ​ຄວາມ​ປອດ​ໄພ​​ໃນພາກ​ພື້ນ​ອາຊີ​ປາຊີ​ຟິກ​​ໂດຍ​ລວມຍັງດີ​ຢູ່​, ​ແຕ່​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງຈຳນວນ​ໜຶ່ງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ​ແມ່ນ, ການ​ເປີດ​ກວ້າງ​ພັນທະ​ມິດທາງ​ການ​ທະຫານ, ສ້າງ​ແລະ​ເປີດ​ກວ້າງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ​ແລະ​ບັນຫາ​ແຜ່ຜາຍ​ອາວຸດ​ນີວ​ເຄຼຍ​ເປັນຕົ້ນທີ່​ໄດ້​ສ້າງ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ຂອງພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ຈີນ​ມີຈຸດປະສົງ​ຢາກ​ບັນລຸ​ຄວາມ​ໝັ້ນຄົງ​ທົ່ວ​ໄປ​ຂອງ​ປະຊາ​ຄົມ​ໂລກ, ຄັດຄ້ານ​ເອົາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​​ໃດ​ໜຶ່ງເປັນ​ກຳ​ງເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງຂອງ​ຕົນ.

ທ່ານ​ຊີ​ເກ​ລຸ ອີ​ຊີ​ບາ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ​ກ່າວ​ວ່າ, ພາຍຫຼັງ​ສົງຄາມ​ເຢັນ​ສິ້ນ​ສຸດ​ລົງ, ​ໄພຂົ່ມຂູ່​​ທີ່​​ແອບ​ແຝງ​ໃນ​ໄລຍະ​ສົງຄາມ​ເຢັນ​ເລີ່​ມສະ​ແດງ​ອອກ​ມາ. ​ໂດຍ​ສະ​ເພາະ​ແມ່​ນລັດທິ​ກໍ່​ການ​ຮ້າຍ. ສະ​ນັ້ນ, ຍີ່ປຸ່ນ​ຈະ​ເພີ່ມ​ທະວີ​ການ​ສົນທະນາ​ກັບປະ​ເທດ​ໃກ້​ຄຽງ​ໃນ​ຂົງ​ເຂດ​ຄວາມ​ມັ້ນຄົງ, ​ແລະ​​ຮັດ​ແໜ້ນການ​ພົວພັນ​ພັນທະ​ມິດ​ຄວາມ​ໝັ້ນຄົງ​ກັບ​ອາ​ເມ​ລິ​ກາ​.
ທ່ານ​ລີ​ຊັງ​ຮີ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ​ກ່າວ​ວ່າ, ສ.​ເກົາຫຼີ​ຈະ​ຍົກ​ສູງ​ຄວາມ​ສາມາດ​ທາງການ​ທະຫານ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ເໝາະ​ກັບ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ຂອງ​ສະຖານະ​ການ​ຄວາມ​ໝັ້ນຄົງ​​ໂລກ.

ທ່ານ​ນາ​ຈິບ ທັນ ຣາຈັກ ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ, ສະພາບ​ຄວາມ​ສັບສົນທີ່​ລວມທັງ​ເຫດການ​ກ​ໃຊ້​ຄວາມ​ຮຸນ​ແຮງ, ການ​ປະ​ທະ​ກັນ​ແລະ​ໄພ​ທຳ​ມະ​ຊາດ​ທີ່​ມາ​ຈາກ​ພາຍ​ໃນ​ແລະ​ຕ່າງປະ​ເທດ. "ສູນຕ້ານໄພ​ທຳ​ມະ​ຊາດ​ແລະຊ່ວຍ​ເຫຼືອ​ດ້ານມະນຸດສະທຂອງຳ​ອາ​ຊຽນ"ທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ຈະ​ເລີ່​ມ​ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ນີ້, ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​​ໃນພາກ​ພື້ນນີ້​ກັບອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ສາກົນ​ທີ່​ກ່ຽວຂ້ອງ.

ທ່ານ​ເທ​ຊີ​ເຮ​ນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສີ​ງກະ​ໂປ​ກ່າວ​ວ່າ, ຄວນ​ສ້າງ​ຕົວ​ແບບຂອງ​ການ​ຮ່ວມ​ມື​ຄວາມ​ໝັ້ນຄົງ​ຫຼາຍ​ປະ​ເພດ​ເພື່ອ​ຍົກ​ສູງ​ຄວາມ​ໝັ້ນຄົງ​ພາກ​ພື້ນ. ຍ້ອນ​ວ່າ​ໄພຂົ່ມຂູດ້ານ​ຄວາມ​ໝັ້ນຄົງ​ທີ່​ປະ​ເທດ​ທັງຫຼາຍພວມ​ປະ​ເຊີນ​ນັ້ນ​​ແມ່ນ​ມາ​ຈາກ​ທຸກ​ດ້ານ, ບໍ່​ພຽງ​ແຕ່​ມີ​ບັນຫາ​ຄວາມ​ປອດ​ໄພ​ດ້ານພະລັງງານ ສະບຽງ​ອາຫານ​ແລະ​ນ້ຳ​ເທົ່າ​ນັ້ນ, ຍັງ​ມີ​ບັນຫາ​ພະຍາດ​ຕິດ​ແປດລັດທິ​ກໍ່​ການ​ຮ້າຍ ການ​ຊ່ອຍ​ເຫຼືອ​ມະນຸດສະທຳ​ແລະ​ການ​​ກູ້​ໄພ​ທຳ​ມະ​ຊາດ​ເປັນ​ຕົ້ນ. ມຽນມາ​ປະສົບ​ໄພ​ລົມພາຍຸ​ຮຸນ​ແຮງ, ​ແຂວງ​ເສ​ສວນ​ຈີນ​ປະສົບ​ໄພ​ແຜ່ນດິນ​ໄຫວຮຸນ​ແຮງ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ສາກົນ​ໃນ​ເວລາ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຂະໜາດ​ໃຫຍ່.