ບຸນ​ຊົງ​ຢາງ——ບຸ​ນຜູ້​ເຖົ້າ​ຂອງ​ຈີນ

(GMT+08:00) 2008-10-10 16:50:53 cri
-----------------------------------------------------------------------------------------------------------------
ວັນ​ທີ 7 ຕຸລາ​ນີ້​ແມ່ນກົງ​ກັບ​ເດືອນ​ເກົ້າອອກ​​ໃໝ່ 9 ຄ່ຳ​ຈັນທະຄະຕິ​ຈີນ,ວັນ​ນີ້​ແມ່ນ​ບຸນ​ຊົງ​ຢາງ​ຄື​ບຸນ​ຜູ້​ເຖົ້າຂອງ​ຈີນ.​​ເຊັ່ນ​ດຽວກັນ​ກັບ​ບຸນ​ປະ​ເພນີ​ອື່ນໆ​ຂອງ​ຈີນ,ບຸນຜູ້​​ເຖົ້າ​ຈີນ​ກໍ່​ມີ​ຄວາມ​ເປັນ​ມາ​ແລະມີ​ຮີດຄອງ​ປະ​ເພນີຕ່າງໆຄື​ກັບ​ບຸນ​ຕ່າງໆ.

ຕາມ​ການ​ບັນ​ທຶກ​ໃນ​ປະຫວັດ​ສາດ,​ເມື່ອ 2500 ປີ​ກ່ອນ,ຈີນ​ກໍ່​ໄດ້​ມີ​ຄຳ​ເວົ້າ​ທີ່​ວ່າ"ຊົງ​ຢາງ".ຄົນ​ຈີນ​ສະ​ໄໝ​ບູຮານ​ແບ່ງ​ສັບ​ພະ​ສິ່ງໃນ​ຈັກກະ​ວານ​ເປັນ​ສອງປະ​ເພດຄື​ປະ​ເພດ​ລົບ​ກັບ​ປະ​ເພດ​ບວກ,ປະ​ເພດລົບ​ໝາຍ​ເຖິງຄວາມ​ມືດ​ມົນ​ແລະ​ຄວາມ​ໜາວ,ປະ​ເພດ​ບວກ​ໝາຍ​ເຖິງ​ຄວາມ​ສະຫວ່າງ​ແລະ​ພະລັງ​ຊີວິດ.​ເວົ້າ​ໃນ​ດ້ານ​ຕົວ​ເລກ​ແລ້ວ,ຄົນ​ຈີນ​ສະ​ໄໝ​ບູຮານ​ຖື​ເລກ​ຄີກ​ເປັນ​ເລກ​ບວກ,ຖື​ເລກ​ຄູ່​ເປັນ​ເລກ​ລົບ. 9 ​ແມ່ນ​ເລກ​ທີ່​ໃຫຍ່​ກວ່າໝູ່​ໃນ​ເລກຄີກ,​​ໃນ​ພາສາ​ຈີນ,ເດືອນ​ເກົ້າອອກ​ໃໝ່ 9 ຄ່ຳ,ພາສາ​ຈີນ​ເວົ້າ​ວ່າ"ຈີວຈີວ", ອອກ​ສຽງ​ດຽວກັນ​ກັບ"ຈີວຈີວ"ທີ່​ມີ​ຄວາມ​ໝາຍວ່າ​ດົນ​ນານ ຍາວ​ນານ ຍືນ​ຍາວ,ສະ​ນັ້ນ,ປະຊາຊົນຈຶ່ງໄດ້ຖື​ເດືອນ​ເກົ້າອອກ​ໃໝ່ 9 ​ຄ່ຳ​ເປັນ​ວັນ​ບຸນ.ເມື່ອ​ຄ.ສ.ສັດ​ຕະວັດ​ທີ 3,ສົມ​ເດັດ​ຊາວ​ພີ ​ເຈົ້າ​ຊີວິດລາດ​ຊະ​ວົງ​ເວີ້​ຍ​ໄດ້​ຂຽນ​ໃນ​ບົດ​ຄວາມ​ບົດ​ໜຶ່ງ​ວ່າ:"​​ເກົ້າ​ແມ່ນ​ເລກ​ບວກ,​​ເດືອນ​ເກົ້າ 9 ຄ່ຳ,ຊື່ນີ້​ດີ​ຫຼາຍ,ຍັງ​ໝາຍ​ຄວາມ​ວ່າ​ຍາວ​ນານ,ສະ​ນັ້ນ,ຄົນ​ທັງຫຼາຍ​ຄວນ​ຈັດ​ງານ​ລ້ຽງ​ທີ່​ໃຫຍ່​ໂຕ​ມະ​​ໂຫລານ​ເພື່ອ​ສະ​ເຫຼີມສະ​ຫຼອງນຳ​ກັນ".ກ່ອນ​ນີ້,​ຄື,ກ່ອນ​ແລະ​ຫຼັງສະ​ໄໝ​ລາດ​ຊະ​ວົງ​ຮ້ານ,ກໍ່​ໄດ້​ມີ​ຄຳວ່າ:​ເດືອນ​ເກົ້າອອກ​ໃໝ່ 9 ຄ່ຳ,​ໄປ​ປີນພູ​ຂັບ​ໄລ່​ຜີ​ສາງ​ລາງ​ຮ້າຍແລະ​ຫຼີກ​ລຽງຄວາມ​ຊົ່ວຮ້າຍ.

ຕາມ​ເລົ່າ​ລື​ກັນ​ວ່າ,​ໃນ​ລາດ​ຊະ​ວົງ​ຮ້ານ,ມີຜີ​ຮ່າ​ໂຕ​ໜຶ່ງ,​​ເມື່ອ​ມັນ​ອອກ​ມາ​ເທື່ອ​ໃດ,ກໍ່​ຈະ​ເຮັດ​ໃຫ້​​ເມືອງ​ມະນຸດ​ເກີດ​ພະຍາດ​ຮ່າລະ​ບາ​ດຢ່າງ​ຮ້າຍ​ແຮງ.ມີ​ຊາວ​ໜຸ່ມ​ຜູ້​ໜຶ່ງ​ຊື່ວ່າ"​ເຮິ​ງຈີ​ງ",ພໍ່​ແມ່​ຂອງ​ລາວ​ກໍ່​ໄດ້​​ເສຍ​ຊີວິດ​ຍ້ອນ​​ໂຣກຮ່າ​ລະບາດ,ລາວ​​ເອງ​ກໍ່​ເກືອບ​ຕາຍ.ພາຍ​ຫຼັງມາ​ລາ​ວ​ໄດ້​ປົວ​ຫາຍ,​ແລ້ວຕັດສິນ​ໃຈຈະ​ຂ້າ​ຜີ​ຮ່າ​ເພື່ອ​ປະຊາຊົນ.ທ້າວ​ເຮິ​ງຈີ​ງ​​ໄດ້ໄປ​ຊອກ​ຮຽນ​ວິຊາ​ກັບ​ອາ​ຈານ,ລາວ​ບໍ່​ຢ້ານ​ຄວາມລຳບາກ​​ແລະ​ຄວາມ​ອັນຕະລາຍ,ບໍ່​ຢ້ານທາງ​ໄກ,​ພາຍໃຕ້​ການ​ຊີ້​ນຳ​ຂອງ​ນົກຂຽນ,ລາວໄດ້​ຊອກ​ພົບ​ເທວະ​ດາ​ທີ່​ມີ​ລິດ​ເດດ​ມະຫາສານ​ຢູ່​ເທິງພູ​ເກົ່າ​​ແກ່​ກວ່າ​ໝູ່​ຢູ່​ທິດຕາ​​​ເວັນ​ອອກ​ແລ້ວ,​​ໄດ້​ຂໍ​ເປັນ​ລູກສິດ​ນຳເທວະ​ດາ,ພະຍາຍາມ​ຮຽນ​ປັນຍາ​ປາບ​ພວກ​ມານ.

 ມື້​ໜຶ່ງ,​ເທວະ​ດາ​ໄດ້ບ​ອກທ້າວ​ເຮິງ​ຈີ​ງວ່າ:"ມື້​ອື່ນ​ແມ່ນ​ເດືອນ​ເກົ້າອອກ​ໃໝ່ 9 ຄ່ຳ,ຜີ​ຮ່າ​ຈະ​ອອກ​ມາ​ທຳ​ຮ້າຍ​ປະຊາຊົນອີກ,​ເຈົ້າ​​ໄດ້​ຮຽນ​ສຳ​ເລັດ​ວິຊາປາບ​ຜີ​ມານ​ແລ້ວ,ຄວນ​ກັບ​​ເມືອ​ປາບ​ມານ​ຮ້າຍປ​ເພື່ອ​ຊີວິດະຊາຊົນ".​​ກ່ອນ​ຈະ​ຈາກ​ໄປ,​ເທວະ​ດາ​ໄດ້​ມອບ​ໃບຈູ​ຢູ​​ແລະ​ເຫຼົ້າ​ດອກ​​ເບັນ​ຈະ​ມາດ​ໃຫ້​ທ້າວເຮິ​ງຈີ​ງ,​ແລະ​ສອນ​ວິທີ​ໃຊ້​ໃຫ້,​ແລ້ວບອກ​ໃຫ້​​ທ້າວ​ເຮິ​ງຈີ​ງຂີ່​ນົກຂຽນ​ກັບ​ບ້ານ​ໂດຍ​ໄວ.

 ທ້າວ​ເຮິ​ງຈີ​ງກັບ​ຄືນບ້ານ​ເກີດ​ໃນ​ຕອນ​ເຊົ້າຂອງ​ເດືອນ​ເກົ້າອອກ​​ໃໝ່ 9 ຄ່ຳ,ຕາມ​ເທວະ​ດາສັ່ງ​ໄວ້​ວ່າ,​ໃຫ້​ລາວພາ​ພໍ່​​ແມ່​ປະຊາຊົນ​ໄປປີນ​ຂຶ້ນ​ພູໜ່ວຍ​ໜຶ່ງ​ທີ່ຢູ່​​ໃກ້ບ້ານ​,​​ແລ້ວ​ແຈກ​ຢາຍ​ໃບ​ຈູ​ຢູ​ໃບ​ໜຶ່ງ​ແລະ​ເຫຼົ້າ​ດອກ​ເບັນ​ຈະ​ມາດຈອກ​ໜຶ່ງ​ໃຫ້​​​ແຕ່ລະຄົນ,ກຽມປາບ​ຜີ​ຮ່າ.ພໍຮອດ​ຕອນ​ທ່ຽງ,ກໍມີ​ສຽງ​ຮ້ອງທີ່​​ປະຫຼາດດັງ​ຂຶ້ນ,ຜີ​ຮ່າ​​ໂຕນ​ນັ້ນ​ກໍ່​ປະກົດ​ຕົວ​ທັນທີ,ມັນອອກ​ມາຊອກ​ຫາ​ມະນຸດ,ຫາ​ກໍ່​​ແລ່ນ​ລົງຮອດຕີນ​ພູ,ມັນ​ກໍ່​ໄດ້​ດົມ​ກິ່ນຫອມພິ​ເສດ​ຂອງ​ໃບ​ຈູ​ຢູ​ແລະ​ກິ່ນ​ເຫຼົ້າ​ດອກ​​ເບັນ​ຈະ​ມາດພັດ​ມາ​ໃສ່,ມັນ​ກໍ່​ຢຸດ​ຈຶກໃນ​ທັນທີ,ໜ້າຫຼ່າ​ໃນ​ທັນ​ໃດ,​ໃນ​ຂະນະ​ນີ້,ທ້າວ​ເຮິ​ງຈີງຖືດາບວິ​ເສດໄລ່​ລົງມາຕີນ​ພູ,ລົບ​ເລວ​ກັນ​ບໍ່ພໍ​ທໍ່​ໃດ,ທ້າວ​ເຮິງ​ຈີ​ງກໍ່​ແທ່ງຜີ​ຮ່າ​ໃຫ້​ຕາຍ.
     ນັບ​ແຕ່​ນັ້ນ​ມາ,ຮີດຄອງ​ປະ​​​ເພນີ​ທີ່​ພາກັນ​ໄປ​ປີນ​ພູເພື່ອ​ຫຼີກ​ລຽງ​ພະຍາດ​ໃນ​ເດືອນ​​ເກົ້າ 9 ຄ່ຳ​ກໍ່​ໄດ້​ສືບ​ທອດ​ກັນ​ຕະຫຼາດມາ.​ເມື່ອ​ຮອດ​ລາດ​ຊະ​ວົງ​ຖາງ​ໃນຄ.ສ.ສັດຕະວັດ​ທີ 7,ກໍ່​ໄດ້​ກຳນົດ​ບຸນ​ຊົງ​ຢາງເປັນ​ບຸນ​ປະ​ເພນີ​ຢ່າງ​ເປັນ​ທາງ​ການ.​ເມື່ອ​ຮອດ​ວັນ​ບຸນ​ດັ່ງກ່າວ,ຄອບ​ຄົວ​ເຕົ້າ​ໂຮມ​ກັນ,​ພາກັນໄປ​ທ່ຽວ​ໄປ​ປີນ​ພູ,​ເດັດ​ດອກ​ຈູ​ຢູມາປະ​ດັບ​​ເຮືອນ​ແລະ​ຊົມ​ດອກ​ເບັນ​ຈະ​ມາດ​​.

 ຄື​ກັບ​ຮີດ​ຄອງ​ປະ​ເພນີ​ໃນ​ວັນ​ບຸນ​ອື່ນ​ໆ​ຂອງ​ຈີນ,ບຸນ​ຊົງ​ຢາງ​ຫຼື​ບຸນຜູ້​ເຖົ້າ​ກໍ່​ມີ​ອາຫານ​ທີ່​ສົມ​ຄູ່​ກັນ,ວັນ​ນີ້​ຕ້ອງ​ດື່ມ​ເຫຼົ້າ​ດອກ​ເບັນ​ຈະ​ມາດ,ກິນ​ເຂົ້າໜົມ"ຊົງ​ຢາງກ່າວ".ເຂົ້າ​ໜົມນີ້ຕ້ອງ​ເຮັດ​ເປັນ 9 ຊັ້ນ,​ເວລາ​ກິນ​ຕ້ອງ​ຕັດ​ເປັນ​ຕ່ອນ,ຕ່ອນ​ທຳ​ອິດຕ້ອງ​​ເອົາໃຫ້​ຜູ້​ເຖົ້າກິນ​ກ່ອນ,ອວຍພອນ​ໃຫ້​​ເພິ່ນ"ອາຍຸ​ໝັ້ນ​ຂວັນ​ຍືນ".ສ່ວນ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ,ພໍດີ​ແມ່ນຍາມ​ດອກ​ເບັນ​ຈະ​ມາດ​ບານ,ປີນພູ​ດື່ມ​ເຫຼົ້າ​ດອກ​​​ເບັນ​ຈະ​ມາດ,​ແລະ​ຊົມ​ດອກ​​​​ເບັນ​ຈະ​ມາດ​,​​ເຮັດ​ໃຫ້​ຮ່າງກາຍ​ອົບ​ອຸ່ນ.​ແຕ່​ດຽວນີ້​ເຮັດເຂົ້າໜົມ​ຊົງ​ຢາງ​ກ່າວ​ກໍ​ຕ່າງ​ເກົ່າ​ແລ້ວ,​ເຮັດ​ແບບ​ໃດ​ກໍ​ໄດ້,ຂໍພຽງ​ແຕ່​​ໄດ້​ກິນ​ເຂົ້າໜົມ​ທີ່ອ່ອນນຸ້ມ​ໃນວັນ​ບຸນດັ່ງກ່າວກໍ​ນັບ​ວ່າເປັນ​ເຂົ້າໜົມຊົງຢາງ​ກ່າວ,​​ເຫຼົ້າ​ທີ່​ດື່ມ​ກໍ່​ບໍ່​ຈຳ​ເປັນ​ແມ່ນ​ເຫຼົ້າ​ດອກ​ເບັນ​ຈະ​ມາດ​ແລ້ວ,ບາງ​ຄອບຄົວ​ກໍຈະ​ເລືອກ​ເຫຼົ້າ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ຫຼື​ຂອງຕ່າງປະ​ເທດທີ່​ນິຍົມ​ກັນ.

ຍ້ອນ​ວ່າ​ບຸນຜູ້​​ເຖົ້າ​ກົງ​ກັບ​ຍາມ​ລະດູ​​ໃບ​ໄມ້​ຫຼົ່ນ,ດອກ​​​ເບັນ​ຈະ​ມາດບານ​ຢູ່​ທຸກ​ແຫ່ງ​ຫົນ,ການ​ເຄື່ອນ​ໄຫວ​ຕ່າງໆ​ຄືດື່ມ​ເຫຼົ້າ ປີນ​ພູແລະສຽບໃບ​ຈູ​ຢູ​ມີ​ຄວາມ​ໝາຍໂຣມັງຕິກ​ແລະ​ເລິກ​ເຊິ່ງ,ສະ​ນັ້ນ,ຕັ້ງ​ແຕ່​ສະ​ໄໝ​ບູຮານມາຮອດ​ປະຈຸ​ບັນ,ກາບກອນ​ທີ່​​ແຕ່ງ​ເພື່ອ​ບຸນຜູ້​ເຖົ້າ​ໂດຍ​ສະ​ເພາະ​ມີ​ຫຼາຍ​ຈົນນັບ​ບໍ່​ຖ້ວນ,ມີ​ຊື່​ສຽງ​ກວ່າ​ໝູ່​ກໍ່​ແມ່ນກາບກອນທີ່​ຊື່ວ່າ《​ຄິດ​ຮອດອ້າຍ​ນ້ອງຊ່ານ​ຕົ່ງ​ໃນ​ເດືອນ​ເກົ້າ 9 ຄ່ຳ》ທີ່​​ແຕ່ງ​ໂດຍ​ທ່ານ​ວາງ​ເວີຍ ນັກ​ກະວີ​ລາດ​ຊະ​ວົງ​ຖາງ.ກາບກອນ​ດັ່ງກ່າວ​ໄດ້​ບັນ​ລະ​ຍາຍ​ຮີດຄອງ​ປະ​ເພນີປີນພູ​​ແລະປະດັບໃບ​ຈູ​ຢູ​ໃນ​ຍາມ​ບຸນ​ຜູ້​​ເຖົ້າ,ຍັງໄດ້​ບັນ​ລະ​ຍາຍອາລົມ​ທີ່​ຄຶດ​ຮອດ​ບ້ານ​ຢ່າງ​ແຮງ​ກ້າ​ຂອງ​ຄົນ​ທີ່​ບໍ່​ໄດ້​ຢູ່​ນຳຄອບຄົວ.​ໃນພັນກວ່າ​ປີ​ມາ​ນີ້,ກາບກອນ​ດັ່ງກ່າວ​ໄດ້​ເລົ່າ​ລື​ກັນ​ຢູ່​ຈີນ​ຢ່າງ​ກວ້າງຂວາງ.

ເນື່ອງ​ຈາກ​ວ່າ​ເດືອນ​ເກົ້າອອກ​ໃໝ່ 9 ຄ່ຳ​ຍັງ​ມີ​ຄວາມໝາຍວ່າ​ສຸຂະພາບ​ເຂັ້ມ​ແຂງ ອາຍຸ​ໝັ້ນ​ຂວັນ​ຍືນ,ສະ​ນັ້ນ,​ໃນ​ປີ 1989,ລັດຖະບານ​ຈີນ​ໄດ້​ກຳນົດ​ເດືອນ​ເກົ້າ 9 ຄ່ຳ​ເປັນ​ວັນ​ຜູ້​ເຖົ້າ.​ເຖິງ​ວ່າ​ຊາວ​ໜຸ່ມ​ໃນ​ຍຸກ​ປະຈຸບັນ​ດຳລົງ​ຊີວິດຢ່າງ​​ເຄັ່ງຮ້ອນ,​ແຕ່​​ເມື່ອ​ຮອດ​ເດືອນ​ເກົ້າ 9 ຄ່ຳ,ຊາວ​ໜຸ່ມທັງຫຼາຍ​ຈະ​ພະຍາຍາມ​ພາ​ຜູ້​ເຖົ້າ​ໄປ​ທ່ຽວ​ຊົມ​ທິວ​ທັດ​ທຳ​ມະ​ຊາດ,ຫຼື​ປີນພູ​ຫັດ​ກາຍ,ມ່ວນ​ຊື່ນ​ນຳ​ກັນກັບ​ຄອບຄົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>