ທ່ານ​ເວີ່ນ​ເຈ່ຍ​ປາວ​ໄປ​ສຳ​ຫຼວດເວີງ​ນ້ຳ​ຫົ້ງ​ຖາງ​ເຈຍ​ຊ່ານ

(GMT+08:00) 2008-06-06 11:03:52 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 5 ມິຖຸນາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີ​ຈີນ​ໄດ້​​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​ຈີນ,ສຳ​ຫຼວດເວີງ​ນ້ຳ​ຫົ້ງຖາງ​ເຈຍ​ຊ່ານ​ທີ່ພວມຂົ່ມຂູ່​ເຖິງ​ຄວາມ​ປອດ​ໄພ​ຂອງ​ປະຊາ​ຊົນ​ນັບເປັນ​ລ້ານ​ຄົນ.ທ່ານ​ກ່າວ​ເນັ້ນວ່າ,​ໃນ​ການຊຳລະ​ແກ້​ໄຂເວີງ​ນ້ຳ​ຫຼົ້ງ,ບໍ່​ໃຫ້ປະຊາ​ຊົນບາດ​ເຈັບ​ຫຼື​​​ເສຍ​ຊີວິດຈັກ​ຄົນ​ຢ່າງ​ເດັດ​ຂາດ.


ກ່ອນ​ນີ້ 13 ວັນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ເຄີຍ​​ໄປ​ສຳ​ຫຼວດສະພາບ​ຂອງ​ເວີງ​ນ້ຳ​ຫົ້ງ​​ແຫ່ງ​ນີ້,​ໄດ້​ຈັດ​ວາງ​ວຽກ​ງານ​ກູ້​ໄພ​ໃນ​ທັນທີ.​ໃນ​ຫຼາຍ​ມື້​ມາ​ນີ້,ຄະນະວິ​ສາວະ​ກອນ​ເຮັດ​ວຽກ​ຕະຫຼອດ​ມື້​ຕະຫຼອດ​ຄືນ,​ໄດ້​ຂຸດ​ຮ່ອງ​ສາຍ​ໜຶ່ງທີ່​ຍາວ 400 ກວ່າ​ແມັດ​ໂດຍ​ດ່ວນ.ປະຊາຊົນ 2 ​ແສນ​ກວ່າ​ຄົນ​ທີ່ຢູ່​ລ້ອງ​ຍ່ານ​​ໃຕ້​ເວີງ​ນ້ຳ​ຫົ້ງ​ຖາງ​ເຈຍ​ຊ່ານ​ກໍ່​ໄດ້​ຍົກຍ້າຍ​ໄປຢູ່ບ່ອນ​ປອດ​ໄພ​ແລ້ວ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>