ຕິ​ເບ​ດຈະ​ລົງທຶນ​ປະມານ200ລ້ານ​ຢວນ​ເພື່ອປັບປຸງສິ່ງ​ແວດລ້ອມ​ໂດຍ​ສັງ​ລວມຕໍ່158​ບ້ານ

(GMT+08:00) 2009-06-06 19:21:36 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ຈ່າງ​ຢົງ​ເຈີ ຫົວໜ້າ​ກົມ​ອະນຸລັກ​ສິ່ງ​ແວດລ້ອມ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ແນະນຳ​ວ່າ,ວຽກ​ງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ເຂດ​ຕິ​ເບ​ດຈະ​ອ່ຽງ​ໃສ່ເຂດການ​ກະ​ເສດ​ແລະ​ການ​ລ້ຽງສັດ,ຕິດ​ເບ​ດມີແຜນ​ລົງທຶນ​ປະມານ200ລ້ານ​ຢວນ​ແຕ່​ປີ2009ຫາ​ປີ2015,ດຳ​ເນີນ​ວຽກ​ງານ​ປັບປຸງ​ສິ່ງ​ແວດ​ລ້ອມ​ໂດຍ​ສັງ​ລວມຕໍ່158​​ບ້ານ.

ທ່ານ​ຈ່າງ​ຢົງ​ເຈີ​ກ່າວ​ວ່າ,ອີງ​ຕາມ​ການຈັດ​ວາງ​ຢ່າງ​ເປັນ​ເອກະ​ພາບຂອງ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ກະຊວງ​ການ​ເງິນຈີນ,ຕິ​ເບ​ດ​ໄດ້​ວາງ​"​ແຜນການ​ປັບປຸງ​ໂດຍ​ສັງ​ລວມຕໍ່​ສິ່ງ​ແວດ​ລ້ອມ​ເຂດການ​ກະ​ເສດ​ແລະ​ການ​ລ້ຽງສັດຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ".​ແຜນດັ່ງກ່າວ​ໄດ້​ເອົາ​ການ​ປັບປຸງ​ໂດຍ​ສັງ​ລວມຕໍ່​ສິ່​ງ​​ແວດ​ລ້ອມ​ຊົນນະບົດປະສົມ​ປະສານ​ກັນ,ການ​ສ້າງ"​ໂຄງການ​ເຮືອນ​ຢູ່"ຂອງຊາວ​ກະສິກອນ​ຊາວລ້ຽງສັດ​ແລະ​ການຮັບປະກັນ​ຄວາມ​ປອດ​ໄພ​ສິ່ງ​​ແວດ​ລ້ອມ​ນ້ຳ​ດື່ມ​ຂອງ​ຊົນນະບົດ,​ໂດຍ​ຜ່ານ​​ໂຄງການ​ຕ່າງໆເຊັ່ນ​ລະບົບ​ເກັບ​ແລະ​ຂົນ​ສົ່ງ​ຂີ້​ເຫຍື້ອ​ຊີວິດ​ການ​ເປັນ​ຢູ່,ການ​ບຳບັດນ້ຳ​ເປື້ອນ,ການ​ອະນຸລັກ​ແຫ່ງ​ແຫຼ່ງນ້ຳ​ດື່ມ​ຂອງ​ຊົນນະບົດເປັນ​ຕົ້ນ,​​ໂຮມສູນ​ປັບປຸງບ້ານ​ງວດ​ໜຶ່ງ​ທີ່​ມວນ​ຊົນ​ສ່ອງ​ແສງ​ຢ່າງ​ຮຸນ​ແຮງ,​ແລະ​ມີບັນຫາ​ສິ່ງ​ແວດ​ລ້ອມ​ອ່າວ​ພົ້ນ​ເດັ່ນ,​​ເພື່ອ​ປົວ​ແປງ​ເງື່ອນ​ໄຂການຜະລິດ,​ແລະ​ການດຳລົງ​ຊີວິດ​ຂອງ​ຊາວ​ລ້ຽງສັດ​ໃຫ້​ດີ​ຂຶ້ນ​ໂດຍ​ລວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>