ອີຣານແຈ້ງການເລີ່ມກັ່ນເອົາຢູເລນຽມທີ່ມີຄວາມຂຸ້ນ20%ຕໍ່IAEA
(GMT+08:00) 2010-02-09 17:00:39 cri
ຕາມຂ່າວCRI:ວັນທີ8ກຸມພານີ້,ຢູ່ນະຄອນຫຼວງວຽນ,ທ່ານອາລີ ອັສກາຣ໌ ຊອນຕານີ,ຜູ່ແທນອີຣານປະຈຳອົງການພະລັງງານປະລະມານູສາກົນຫຼືIAEAກ່າວວ່າ,ອີຣານໄດ້ສົ່ງ ຈົດໝາຍທາງການໄປຍັງອົງການພະລັງງານປະລະມານູສາກົນ,ປະກາດວ່າອີຣານຈະເລີ່ມຜະລິດຢູເລນຽມທີ່ມີຄວາມຂຸ້ນ20%ຢ່າງເປັນທາງການ.
ທ່ານຊອນຕານີກ່າວວ່າ,ໃນຈົດໝາຍ,ອີຣານໄດ້ເຊື້ອເຊີນຄະນະສຳຫຼວດຂອງອົງການພະລັງງານປະລະມານູສາກົນເຂົ້າຮ່ວມພິທີເລີ່ມຜະລິດ,ເພາະວ່າ,ການເຄື່ອນໄຫວດ້ານນິວເຄຼຍທັງໝົດຂອງອີຣານແມ່ນຢູ່ໃຕ້ການຕິດຕາມກວດກາຂອງອົງການນີ້.
ທ່ານກ່າວວ່າ,ນັບແຕ່ອີຣານສົ່ງຈົດໝາຍໄປຫາອົງການພະລັງງານປະລະມານູສາກົນເພື່ອຂໍໃຫ້ເຕເຮຣານຄົ້ນຄວ້າໃຊ້ເຄື່ອງປະຕິກອນນິວເຄຼຍສະໜອງວັດຖຸເຊື້ອໄຟຈົນຮອດປະຈຸບັນນີ້,ໄດ້ຜ່ານໄປ8ເດືອນແລ້ວ,ການເຈລະຈານະຄອນຫຼວງວຽນກ່ຽວກັບການສະໜອງວັດຖຸເຊື້ອໄຟນິວເຄຼຍກໍ່ໄດ້ຜ່ານໄປ4ເດືອນແລ້ວ,ອີຣານບໍ່ສາມາດລໍຖ້າຢ່າງບໍ່ມີມື້ສິ້ນສຸດ.