ງານ​​ກິລາເອຊຽນ​ເກ​ມກວາງ​ໂຈ​ວຄັ້ງ​ນີ້ໃຫຍ່​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ

(GMT+08:00) 2010-11-11 15:38:43     cri

ງານ​ມະຫະກຳ​ກິລາ​ອາຊີ​ຫລື​​ເອຊຽນ​ເກ​ມຄັ້ງ​ທີ 16 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ​ວຂອງ​ຈີນ​ໃນ​ວັນ​ທີ 12 ພະຈິກ​ນີ້.ວັນ​ທີ 10 ພະຈິກ​ນິ້,ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ​ກ່າວ​ວ່າ, ຈະ​ມີ​ນັກ​ກິລາ 9704 ຄົນ​ທີ່​ມາ​ຈາກ 45 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ອາຊີ​ເຂົ້າ​ຮ່ວມ​ງານ​ເທື່ອ​ນີ້,​ເຊິ່ງ​ເປັນ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ​ຂອງ​ກິລາ​ເອຊຽນ​ເກ​ມ.

ມື້​ດຽວ​ກັນ,​ໄດ້​ຈັດ​ກອງ​ປະຊຸມ​ຫົວຫນ້າ​ຄະນະ​ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ເອຊຽນ​ເກ​ມກວາງ​ໂຈ​ວຢູ່​ທີ່​ນະຄອນ​ກວາງ​ໂຈ​ວ, ຄະນະ​ຜູ່​ແທນ​ຕ່າງໆ​ໄດ້​ສະ​ເຫ​ນີຈຳນວນ​ຄົນ​ທີ່ຈະ​ຮ່ວມ​ງານ​ໃນ​ຂັ້ນ​ສຸດ​ທ້າຍ.​ໃນ​ຖ​ະ​ແຫລ​ງການຂອງ​ຄະນະ​ກຳມະການ​ງານ​ໂອ​ລິ​ມປິກ​ອາຊີ​​ໄດ້​ກ່າວ​ວ່າ, ຈຳນວນັກ​ກິລາ​ທີ່​ຮ່ວມ​ງານ​ເທື່ອ​ນີ້​ມີ 9704 ຄົນ, ຫລາຍ​ກວ່າ​ເອຊຽນ​ເກ​ມ​ໂດ​ຮາ 184 ຄົນ,​ແມ່ນ​ຄັ້ງ​ຫນຶ່ງ​ທີ່​ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ຫລາຍ​ທີ່​ສຸດ,ນອກ​ນີ້, ຄະນະ​ນັກ​ກິລາ 45 ຄະນະ​​ມີ​ເຈົ້າ​ຫນ້າ​ທີ່ທັງ​ຫມົດ 4750 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ