ລົດ​ໄຟ​ໃຕ້​ດິນ​ຂອງນະຄອນຫຼວງ​ຈາ​ກາ​ຕາອິນ​ໂດ​ເນ​ເຊຍຈະ​ເລີ່​ມສ້າງ​ໃນ​ປີໜ້າ​ແລະ​ໃຫ້​ບໍລິການ​ໃນ​ປີ2016

(GMT+08:00) 2011-04-08 16:17:48     cri
ຕາມ​ຂ່າວcri:, ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງາ​ນ​ໃນວັນ​ທີ8​ເມສາ​ນີ້ວ່າ, ​ໂຄງການ​ສ້າງ​ລົດ​ໄຟ​ໃຕ້​ດິນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ຈະ​ເລີ່​ມປະຕິບັດ​ໃນ​ປີໜ້າ, ​ຄາດ​ວ່າໂຄງການ​ໄລຍະ​ທີ1ຈະ​ສ້າງ​ສຳ​ເລັດ​ແລະ​​​ໃຫ້​ບໍລິການ​ໃນ​ເດືອນ​ພະຈິກ​ປີ2016.

ຜູ້ອຳນວຍການ​ຂອງ​ບໍລິສັດ​ລົດ​ໄຟ​ໃຕ້​ດິນ​ຈາ​ກາ​ຕາ​ກ່າວ​ວ່າ, ​ໂຄງການ​ໄລຍະ​ທຳ​ອິດຂອງການ​ສ້າງລົດ​ໄຟ​ໃຕ້​ດິນຈາ​ກາ​ຕາ​​ແມ່ນຈາກ​ເມືອງ​ເລ​ບັກ ບູລູສຫາ​ໂຮງ​ແຮມ​​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ຍາວ​ທັງ​ໝົດ15,2ກິ​ໂລ​ແມັດ, ​ເຊິ່ງມີ​ໄລຍະ​ທາງ10ກິ​ໂລ​ແມັດ​ຢູ່​​ເທິ​ງໜ້າ​ດິນ, 5ກິ​ໂລ​ແມັດ​ຢູ່​ໃຕ້​ດິນ, ມີທັງ​ໝົດ13ສະຖານີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ