ຈີນ​ຟື້ນ​ຟູ​ການ​ເດີນ​ເຮືອ​ຕາມ​ລຳແມ່​ນ້ຳຂອງ​ຕອນ​ທາງ​ເດີນ​ເຮືອ​ຢູ່​ປະ​ເທດໄທ

(GMT+08:00) 2011-12-12 11:26:58     cri
ຕອນ​ບ່າຍວັນ​ທີ11ທັນວາ​ນີ້, ​ເຮືອ​ສິນຄ້າ10ລຳ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ລຳ​ແມ່​ນ້ຳຂອງ​ພາຍ​ໃນ​ດິນ​ແດນ​ປະ​ເທດ​ໄທ, ພາຍ​ໃຕ້​ການ​ປ້ອງ​ກັນ​ຂອງ​ຕຳຫຼວດ​ທາງ​ນ້ຳ​ແລະຍົນ​ເຮ​ລິ​ກົບ​ແຕຂອງ​ໄທ, ສືບ​ຕໍ່​ເດີນທາງ​ໄປ​ພາກ​ໃຕ້. ການ​ເດີນ​ເຮືອ​ຂອງ​ຈີນ​ຕາມ​ລຳ​ແມ່​ນ້ຳຂອງ​ຕາມ​ທາງ​ເດີນ​ເຮືອ​ລະ​ຫວ່າງ​ຊາດຢູ່​ໄທ​ໄດ້​ຟຶ້ນຕົວ​ຄືນ​ໃໝ່​ຢ່າງ​ຮອບດ້ານ​ຫຼັງ​ຈາກ​ຢຸດ​ເຊົາ​ການ​ເດີນ​ເຮືອ​ເປັນ​ເວລາ​ເດືອນ​ປາຍ.

ການ​ເດີນ​ເຮືອລະ​ຫວ່າງ​ຊາດ​ຕາມ​ລຳ​ແມ່​ນ້ຳຂອງ​ເຊິ່ງ​ເລີ່ມ​ເປີດ​ບໍລິການ​ໃນ​ປີ2001​ເປັນ​ຕົ້ນ​ມາ​ນັ້ນ​ໄດ້​ກາຍ​ເປັນ​ຈຸດ​ເຊື່ອມ​ຕໍ່​ອັນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ເສດຖະ​ກິດ​ລະຫວ່າງ​ຈີນ​ກັບ​ລາວ, ກຳປູ​ເຈຍ, ຫວຽດ​ນາມ, ມຽນ​ມາ​ແລະ​ໄທ, ທັງ​ແມ່ນ​ເສັ້ນ​ທາງ​ຂົນ​ສົ່ງ​ສິນຄ້າ​ອັນ​ສຳ​ຄັນ​ຢູ່​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ. ວັນ​ທີ5​ຕຸລາ​ປີ​ນີ້, ​ເຮືອ​ສິນຄ້າຂອງ​ຈີນ2ລຳ​ຖືກ​ກຸ່ມປະ​ກອບ​ອາ​ວຸດ​ຫຼອນ​ໂຈມ​ຕີ​ຢູ່​ເຂດ​ນ້ຳ​ແມ່​ນ້ຳຂອງ, ​ເຮັດ​ໃຫ້ລູກ​ເຮືອ​ຈີນ​13ຄົນ​ເສຍ​ຊີວິດ. ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ເຮືອ​ແລະ​ລູກ​ເຮືອ, ຈຶ່ງ​ເຮັດ​ໃຫ້ການ​ເດີນ​ເຮືອ​ຂອງ​ຈີນ​ຢູ່​ເຂດ​ນ້ຳ​ແມ່​ນ້ຳຂອງ​​ໄດ້​ຢຸດ​ເຊົາ​ໄປ​ໄລຍະ​ໜຶ່ງ.

ປະຈຸ​ບັນ, ຄະດີ​ດັ່ງກ່າວ​ໄດ້​ຖືກ​ສຳ​ຫຼວດ​ຢ່າງ​ຈະ​ແຈ້ງ​ໂດຍ​ພື້ນ​ຖານ​ແລ້ວ, ອົງ​ການ​ໄອ​ຍະ​ການ​ຂອງ​ໄທ​ໄດ້ນຳ​ຄະດີ​ເຂົ້າ​ສູ່​ຂະ​ບວນ​ການ​ທາງ​ກົດໝາຍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ