ທ່ານຫູຈີນທາວກ່າວວ່າ, ໃນອະນາຄົດ, ຈີນຈະປະຕິບັດຍຸດທະສາດໄຂປະຕູສູ່ພາຍນອກທີ່ຕັ້ງໜ້າກວ່າເກົ່າແລະເປັນເຈົ້າການກວ່າເກົ່າ
(GMT+08:00) 2011-12-12 15:32:42 cri
ຕອນເຊົ້າວັນທີ 11 ທັນວານີ້, ກອງປະຊຸມເວທີປຶກສາຫາລືລະດັບສູງເພື່ອລະລຶກຈີນເຂົ້າເປັນສະມາຊິກອົງການການຄ້າໂລກຄົບຮອບ 10 ປີໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນນະຄອນຫຼວງປັກກິ່ງ. ທ່ານຫູຈີນທາວ, ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມແລະໄດ້ກ່າວຄຳປາໄສ.
ໃນເວລາກ່າວຄຳປາໄສ, ທ່ານຫູຈີນທາວຊີ້ອອກວ່າ: ວັນທີ 11 ທັນວາປີ 2001, ຈີນໄດ້ກາຍເປັນສະມາຊິກອົງການການຄ້າໂລກຢ່າງເປັນທາງການ. ນີ້ແມ່ນເຫດການໃຫຍ່ໃນຂະບວນການດຳເນີນການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນ, ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການໄຂປະຕູສູ່ພາຍນອກຂອງຈີນໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່. ທ່ານກ່າວວ່າ:
"ນັບແຕ່ເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມາ, ຈີນຍຶດໝັ້ນເອົາການຊົມໃຊ້ສິດຕິດພັນກັບການປະຕິບັດພັນທະ, ບັນລຸການພັດທະນາຕົນເອງຕິດພັນກັບການຊຸກຍູ້ໃຫ້ທົ່ວໂລກພັດທະນາພ້ອມກັນ, ຫັນສິ່ງທ້າທາຍເປັນໂອກາດ, ເຂົ້າຮ່ວມການຮ່ວມືແລະການແຂ່ງຂັນດ້ານເສດຖະກິດສາກົນໃນຂອບເຂດທີ່ກວ້າງຂວາງກວ່າເກົ່າແລະຂຶ້ນສູ່ລະດັບສູງກວ່າເກົ່າ, ພະຍາຍາມພັດທະນາເສດຖະກິດແບບໄຂປະຕູສູ່ພາຍນອກ, ໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນກັບໂລກມີການປ່ຽນແປງທີ່ປະຈັກຕາ."
ທ່ານຫູຈີນທາວກ່າວວ່າ, ເມື່ອໄດ້ພັດທະນາຢ່າງວ່ອງໄວເປັນເວລາ 30 ກວ່າປີແລ້ວ, ເຖີງວ່າພື້ນຖານແລະເງື່ອນໄຂການພັດທະນາຈີນໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຈີນຍັງແມ່ນປະເທດທີ່ພວມພັດທະນາທີ່ໃຫຍ່ກວ່າໝູ່ໃນໂລກ, ປະເຊີນໜ້າກັບສິ່ງທ້າທາຍທີ່ຈຳກັດການພັດທະນາເສດຖະກິດສັງຄົມຫຼາຍຢ່າງ. ທ່ານກ່າວວ່າ:
"ໂດຍປະເຊີນໜ້າກັບສະຖານະການໃໝ່, ພວກເຮົາຈະຍຶດໝັ້ນເອົາໃຈໃສ່ຕໍ່ການນຳເຂົ້າແລະສົ່ງອອກໃນລະດັບເທົ່າທຽມກັນ, ເພີ່ມການນຳເຂົ້າ, ເຮັດໃຫ້ການສົ່ງອອກມີຄວາມໝັ້ນທ່ຽງ, ຖືການເພີ່ມການນຳເຂົ້າຢ່າງຕັ້ງໜ້າເປັນເນື້ອໃນສຳຄັນແຫ່ງການຫັນຮູບການພັດທະນາການຄ້າກັບຕ່າງປະເທດ, ພະຍາຍາມຊຸກຍູ້ໃຫ້ລາຍຮັບລາຍຈ່າຍສາກົນມີຄວາມດຸນດ່ຽງກັນໃນຂັ້ນພື້ນຖານ, ບໍ່ຕັ້ງໃຈຊອກສະແຫວງຫາການໄດ້ປຽບດຸນທາງການຄ້າ. ພວກເຮົາຈະປັງປຸງນະໂຍບາຍໃນການສະໜັບສະໜູນການນຳເຂົ້າໃຫ້ສົມບູນ, ຫຼຸດຕົ້ນທຶນການນຳເຂົ້າ, ເຮັດໃຫ້ການນຳເຂົ້າສິນຄ້າສະດວກກວ່າເກົ່າ."
ທ່ານຫູຈີນທາວໄດ້ກ່າວຢ້ຳວ່າ, ໃນອະນາຄົດ, ຈີນຈະຍຶດໝັ້ນເປັນຜູ້ປະຕິບັດຕາມການພັດທະນາໂດຍສັນຕິ, ເປັນຜູ້ຊຸກຍູ້ການພັດທະນາຮ່ວມກັນ, ຜູ້ປົກປັກຮັກສາກົນໄກການຄ້າຫຼາຍຝ່າຍ, ຜູ້ເຂົ້າຮ່ວມການແກ້ໄຂເສດຖະກິດທົ່ວໂລກ. ພວກເຮົາເຊື່ອວ່າ, ປະເທດຈີນທີ່ພວມດຳເນີນການປະຕິຮູບໄຂປະຕູສູ່ພາຍນອກ, ພັດທະນາຈະເລີນຮຸ່ງເຮືອງ, ກົມກຽວກັນແລະໝັ້ນທ່ຽງ, ຍ່ອມຈະເປັນການປະກອບສ່ວນໃຫຍ່ຫຼວງກວ່າເກົ່າໃໝ່ອ່ຽມໃຫ້ແກ່ມວນມະນຸດ.
ໃນກອງປະຊຸມ, ທ່ານສຸພະໄຊ ພານິດຊະພັກ, ເລຂາທິການສະພາການຄ້າແລະການພັດທະນາຂອງສະຫະປະຊາຊາດກ່າວວ່າ:
"ບົດຮຽນຂອງຈີນຫຼັງຈາກຈີນເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມານັ້ນ ເຮັດປະເທດທີ່ພວມພັດທະນາເຈາະຈືມໃຫ້ຄິດຢ່າງເລິກເຊິ່ງ, ຈະຊ່ວຍໃຫ້ເຂົາເຈົ້າຊອກໄດ້ຊ່ອງທາງແກ້ໄຂບັນຫາພັດທະນາ, ແລ້ວສ້າງອະນາຄົດທີ່ສະຫວ່າງແຈ້ງກວ່າເກົ່າໃຫ້ປະຊາຊົນ."