ເຈົ້າ​ໜ້າ​ທີ່​ ກະຊວງ ​ການ​ປ້ອງ​ກັນ ປະ​ເທດຈີນ ​ກ່າວ​ວ່າ, ບໍ່​ ຄວນ ​ເຮັດ​ໃຫ້​ ບັນຫາ​ ທະ​ເລຈີນ ​ໃຕ້ ​ກະທົບ​​ເຖິງ ​ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື ລະຫວ່າງ ​ຈີນ​ກັບ ​ອາ​ຊຽນ

(GMT+08:00) 2011-12-12 17:09:13     cri

ວັນ​ທີ12 ທັນວາ ​ນີ້, ພົນ​ຕີ​ຊີ​ກົວ​ເວິ່ຍ ຮອງ​ ຫົວໜ້າ​ ຫ້ອງການ ​ວຽກ​ການ​ ຕ່າງປະ​ເທດ​ ຂອງ ​ກະຊວງ​ ກາ​ນປ້ອງ​ກັນ ຊາ​ດ ຈີນ ​ກ່າວ​ວ່າ, ການ​ ໂຕ້​ຖຽງ​ກັນ ກ່ຽວ​ກັບ​ ບັນຫາ ​ທະ​ເລ ຈີນ ​ໃຕ້ ​ບໍ່​ ແມ່ນ​ ບັນຫາ​ລະຫວ່າງ​ ຈີນ​ ກັບ ​ອາ​ຊຽນ, ບັນຫາ​ ກ່ຽວຂ້ອງ​ ຄວນ ​ໃຫ້​ ປະ​ເທດ ​ທີ່ ​ມີ​ ອະທິປະ​ໄຕ​ ກ່ຽວຂ້ອງ​​ ແກ້​ໄຂ​​ ໂດຍ ​ຜ່ານ​ ການ​ປຶກສາ​ ຫາລື ​ແລະ ​ການ​ເຈລະຈາ ​ຢ່າງ ​ມີ​ ໄມຕີ​ຈິດ​ ມິດຕະພາບ, ບໍ່​ ຄວນ​ ເຮັດ​ໃຫ້​ ອິດ​ທິກຳລັງ​ ພາຍ​ນອກ ​ເຂົ້າ ​ແຊກ​ແຊງ, ບໍ່​ຄວນ​ ເຮັດ​ໃຫ້ ​ບັນຫາ​ ນີ້ ​ກະທົບກະ​ເທືອ​ນ ​ເຖິງ ​ຄວາມ​ສາມັກຄີ​ ແລະ ​ການ​ ຮ່ວມ​ມື ​ລະຫວ່າງ ​ຈີນ​ ກັບ ​ອາຊຽນ, ​ແລະ ກໍ່​ ບໍ່​ຄວນ​ ເຮັດ​ໃຫ້​ ບັນຫາ ​ນີ້​​ ເປັນ​ ຜົນກະທົບ ​​ເຖິງ​ຄວາມສາມັກຄີ ​ຂອງ ​ອາ​ຊຽນ ​ເອງ.

ມື້ ດຽວ​ກັນ, "ການ​ສົນທະ​ນາ​ ວຽກ ​ປ້ອງ​ກັນ ຊາດ ​ແລະ ຄວາມ​ປອດ​ໄພ ​ຈີນ​ກັບ​ ອາຊຽນ"ຄັ້ງ ​ທີ2 ຈັດ​ຂຶ້ນ​ ຢູ່​ ປັກ​ກິ່ງ, ຜົນ​ຕີຊີ​ກົວ​ເວິ່ຍ ປະກອບ ​ຄວາມ​ເຫັນ​ ດັ່ງ​ກ່າວ​ ໃນ ​ພິທີ ​ໄຂ.

ພົນ​ຕີ​ ຊີ​ກົວ​ເວິ່ຍ ຊີ້​ອອກ​ ວ່າ, ຈີນ​ ມີ​ ເຈດ​ ຈຳ​ນົງ​ ແຕ່​ຕົ້ນ ​ຕະຫຼອດ​ປາຍ​ ວ່າ​ປະ​ເທດ​ ບໍ່ ​ວ່າ​​ ຈະ ໃຫຍ່​ ຫຼື​ ນ້ອຍ, ທຸກ​ຍາກ ​ຫຼື​ ຮັ່ງມີ, ​ເຂັ້ມ​ແຂງ​​ ຫຼື​ ອ່ອນ​ນ້ອຍ, ​ລ້ວນ​ແຕ່ ​ແມ່ນ ​ສະມາຊິກ​ ທີ່​ ສະ​ເໝີ​ພາບ​ ກັນ​ ຂອງ​ປະຊາ​ຄົມ​ ໂລກ, ຕັ້ງໜ້າ ​ລິ​ເລີ່ມ​ ​ສົ່ງ​ເສີມ​ ທັດສະນະ ໝັ້ນຄົງ​ ໃໝ່ຄື"​ໄວ້​ເນື້ອ​ເຊື່ອ​ໃຈ ​ເຊິ່ງ ກັນ​ແລະ​ກັນ, ຕ່າງ​ຝ່າຍ​ ຕ່າງ​ມີ​ ຜົນ​ປະ​ໂຫຍ​ດ, ສະ​ເໝີ​ພາບ ກັນ, ປະສານ​ງານ​ ກັນ", ຍິນ​ດີ ​ພ້ອມ​ກັບ​ອາຊຽນ ຮ່ວມກັນ​ ຊຸກຍູ້​ ການ​ສ້າງສາ ກົນ​ໄກ ​ວຽກ​ປ້ອງ​ກັນ ຊາ​ດ ​ແລະ​ ຄວາມໝັ້ນຄົງ ​ພາກ​ພື້ນ, ປະກອບ​ ສ່ວນ ​ເຂົ້າ​ໃນ ການ​ ປົກ​ປັກ​ ຮັກສາ​ ສັນຕິພາບ, ສ​ະຖຽນ ລະ​ພາບ ​ແລະ ​ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ​ ຂອງ ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ