ງານ​ມະ​ຫະ​ກຳ​ປະ​ເພ​ນີ​ໂຍນ​ໝາກ​ຄອນ​ຈີນ,​ລາວ,​ຫວຽດ​ນາມ​ຄັ້ງ​ທີ​2​ອັດ​ລົງ​ຢ່າງ​ຈົບ​ງາມ

(GMT+08:00) 2011-12-12 15:50:48     cri


ແຂກຜູ່ມີກຽດຈີນ,ລາວ,ຫວຽດນາມຫົດນ້ຳໃຫ້ສີລາຈາລຶກມິດຕະພາບຈີນ,ລາວ,ຫວຽດນາມ

ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ11​ທັນວາ​ນີ້,ງານ​ມະ​ຫະ​ກຳ​ປະ​ເພ​ນີ​ໂຍນ​ໝາກ​ຄອນ​ຈີນ,​ລາວ,​ຫວຽດ​ນາມ​ຄັ້ງ​ທີ​2​ອັດ​ລົງ​ຢ່າງ​ຈົບ​ງາມ​ຢູ່​ເມືອງ​ຈ່ຽງ​ເຊິງ​ນະ​ຄອນ​ຜູ​ເອີ​ແຂວງ​ຢຸນ​ນານ​ຂອງ​ຈີນ.


ພິທີໄຂງານຕະຫຼາດນັດຂາຍສິນຄ້າຊາຍແດນຈີນ,​ລາວ,​ຫວຽດ​ນາມ​ຄັ້ງ​ທີ​2​ທີ່​ເມືອງ​ຈ່ຽງ​ເຊິງ

ງານ​ມະຫະກຳ​ຄັ້ງນີ້​ໄດ້ຈັດ​ເປັນ​ເວລາ3​ວັນ,​ມີ​ຫົວ​ຂໍ້​ວ່າ​"ດື່ມ​ນ້ຳ​ແມ່​ດຽວ​ກັນ,​ຮ່ວມ​​ສ້າງ​ຄວາມ​ກົມ​ກຽວ​ໃໝ່",​ຖື​ຮີດ​ຄອງ​ປະ​ເພນີ​ແລະ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ລາວ,​ຫວຽດ​ນາມ​ເປັນ​ສາຍ​ພົວ​ພັນ,​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ,​ການ​ຄ້າ​ແລະ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ສາມ​ປະ​ເທດ​ນີ້.​ຄະ​ນະ​ຜູ່​ແທນ​ທາງ​ດ້ານ​ສິ​ລະ​ປະ​ແລະ​ກິ​ລາ​ຂອງ​​ເມືອງ​ຈ່ຽງ​ເຊິງ​ນະ​ຄອນ​ຜູ​ເອີ​ແຂວງ​ຢຸນ​ນານ​ຈີນ,​​ແຂວງ​ຜົ້ງ​ສາລີ​ຂອງ​ລາວ,​ພ້ອມ​ດ້ວຍ​ແຂວງ​ດຽນ​ບຽນ​ຝູ​ແລະ​ໄລ​ເຈົ່າ​ຂອງ​ຫວຽດ​ນາມ​ໄດ້​ເຂົ້າຮ່ວມ​ແລະ​ມີ​ການ​ສະ​ແດງ​ຢ່າງ​ຍອດ​ຢ້ຽມ​ໃນ​ກິດຈະກຳ​​ເທື່ອ​ນີ້.


ນັກ​ສິ​ລະ​ປະ​ຂອງ​ຫວຽດ​ນາມ​ສະແດງ​ລາຍການ

ໃນ​ງານ​ມະຫະກຳ​ຄັ້ງນີ້,ຍັງ​ໄດ້​ຈັດ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ຕ່າງໆ ຄື:​ງານ​ຕະ​ຫຼາດ​ນັດ​ຂາຍ​ສິນ​ຄ້າ​ຊາຍ​ແດນ​ຈີນ,​ລາວ,​ຫວຽດ​ນາມ, ​ການ​ປະ​ກວດ​ນາງ​ງາມ​ຂອງ​ເຂດ​ຊາຍ​ແດນ,​ການ​ແຂ່ງ​ຂັນ​ເຕະ​ກະ​ຕໍ້,​ການ​ແຂ່ງ​ຂັນ​ລະ​ບາຍ​ສີ​ທີ່​ສວຍ​ງາມ​ໃສ່​ຄວາຍ,​ການ​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ແລະ​ອື່ນໆ,​ມີ​ປະຊາຊົນ​ມາ​ຈາກຈີນ,ລາວ​ແລະ​ຫວຽດ​ນາມ​ເຂົ້າ​ຮ່ວມ​ຊົມ​ຫຼາຍ​ກວ່າ​6​ໝື່ນ​ກວ່າ​ຄົນ.


ປະຊາຊົນສາມປະເທດຮ່ວມພາເຂົ້າສາມັກຄີ


ການແຂ່ງຂັນລະບາຍສີທີ່ສວຍງາມໃສ່ຄວາຍ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ