ອາສາ​ສະໝັກ​​ກວາງ​ໂຈວ​ຕ້ອນ​ຮັບ​ເອ​ຊຽນ​ເກມ​ດ້ວຍ​ຮອຍ​ຍິ້ມ

(GMT+08:00) 2010-11-11 16:58:11     cri
ງານມະຫະກຳ​ກິລາ​ອາຊີຫຼື​ເອຊຽນ​ເກ​ມຄັ້ງທີ 16 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ​ວ ພາກ​ໃຕ້​ຂອງຈີນ​ໃນ​ໄວໆ​ນີ້. ​ເວົ້າສຳລັບ​ຕົວ​ເມືອງ​ແລ້ວ, ບໍ່​ວ່າ​ທິວ​ທັດ​ຈະ​ສວຍ​ງາມ​ປານ​ໃດກໍ່​ບໍ່​ທໍ່​ຮອຍ​ຍິ້ມ​ທີ່​ສົດ​ໃສ. ກວາງ​ໂຈ​ວ​ໃນ​ເດືອນ​ພະຈິກ​ຈະ​ມີ​ອາສາ​ສະໝັກຫຼາຍ​ແສນ​ຄົນ​ຈະບອກ​ໃຫ້​ໂລກ​ຮູ້​ດ້ວຍ​ຮອຍ​ຍີ້ມທີ່ຈິງ​ໃຈ​ວ່າ, ກວາງ​ໂຈ​ວຈະ​ສວຍ​ງາມ​ຂະໜາດໃດ

ເພງ​ອາສາ​ສະໝັກ​ຂອງ​ເອຊຽນ​ເກມກວາງ​ໂຈ​ວມີເນື້ອ​ເພງ​​ວ່າ: ມາ​ນຳ​ກັນ​ເຖີດ​ເພື່ອ​ຄວາມ​ດີ​ເດັ່ນ, ຢ່າ​ພາດ​ເວທີ​​ແຫ່ງ​ຄວາມ​ຝັນ. ມາ​ຮ້ອງ​ເພງຮ່ວມ​ກັນ, ​ເພື່ອ​ໃຫ້​ໄວ​ໜຸ່ມ​ມີ​ຄວາມ​ສົດ​ໃສ." ຕາມ​ຕົວ​ເລກ, ຈຳນວນ​ຄົນ​ທີ່​ສະໝັກ​ເປັນ​ອາສາ​ສະໝັກ​ຂອງ​ເອຊຽນ​ເກ​ມ​ແລະ​ເອຊຽນ​ເກ​ມຄົນ​ພິການມີ​ເຖິງ 1 ​ລ້ານ 5 ​ແສນ​ກວ່າ​ຄົນ, ​​ແຕ່​ວ່າ​ຄັດ​ເລືອກ​ເອົາ​ຕົວ​ຈິງ​ພຽງ​ແຕ່ 1/3 ຂອງ​ຈຳນວນ​ນີ້​ເທົ່າ​ນັ້ນ.

ເວົ້າສະ​ເພາະ​ແຕ່​ປະຊາຊົນ​ກວາງ​ໂຈ​ວ​ແລ້ວ, ຄຳ​ເວົ້າ​ທີ່​ວ່າ"ອາສາ​ສະໝັກ"​ແມ່ນ​ບໍ່​ແປກ​​ເລີຍ. ​ໃນ​ງານ​ກິລາ​ຄົນ​ພິການ​ທົ່ວ​ປະ​ເທດ​ຈີນ​ຄັ້ງທີ 3 ທີ່​ຈັດ​ຢູ່​ກວາງ​ໂຈວ​ໃນ​ປີ 1992 ກໍ່​ມີ​ຄົນ​ທີ່​ເຮັດ​ວຽກບໍ່ຫວັງ​ສິ່ງ​ຕອບ​ແທນ, ຄົນ​ກຸ່ມ​ນີ້​​ໄດ້​ກາ​ຍ​ເປັນ​ອາສາ​ສະໝັກ​ໃນປະຈຸ​ບັນ. ​ໂດຍ​ທຽບ​ກັບ 18 ປີ​ກ່ອນ, ການ​ແບ່ງ​ງານ​ຂອງ​ອາສາ​ສະໝັກ​ໃນປະຈຸ​ບັນຈະ​ລະອຽດ​ກວ່າ, ນອກຈາກ​ອາສາ​ສະໝັກ​ທີ່​ບໍລິການ​ໃຫ້​ນັກ​ກິລາ​ໃນ​ສະໜາມ​ກິລາ​ຕ່າງໆ​ແລ້ວ, ຍັງ​ມີ​ອາສາ​ສະໝັກ​ທີ່​ມີໜ້າ​ທີ່​ຕ່າງ​ກັນ​ຢູ່​​ແຫ່ງ​ຕ່າງໆ​ຄື​ສູນ​ຂ່າວ​ແລະ​ບ້ານ​ນັກ​ກິລາ.

ນາງ​ມາລາ​ນຈີ​ຈາກ​ຄະນະ​ພາສາ​ສາດ​ປີ​ທີ 4 ຂອງ​ມະຫາວິທະຍາ​ໄລ​ຈົ່ງ​ຊານ​ກວາງ​ໂຈ​ວກໍ່​ແມ່ນ​ອາສາ​ສະໝັກ​ຜູ້​ໜຶ່ງ​ທີ່​ຮັບ​ຕ້ອນ​ແຂກ​ຕ່າງປະ​ເທດ​ຂອງ​ເອຊຽນ​ເກ​ມຄັ້ງນີ້, ນາງ​ຈະ​ຮັບຜິດຊອບ​​ແປ​ພາສາ:

"ນ້ອງ​ຈະ​ຍົກ​ສູງ​ລະດັບ​ພາສາ​ອັງກິດ​ຂອງ​ນ້ອງ​, ​ເວົ້າພາສາ​ອັງກິດ​ໃຫ້ຫຼ່ຽນ​ໄຫຼກວ່າ​ເກົ່າ, ນອກ​ນັ້ນ, ນ້ອງ​ຍັງ​ຈະ​ຮຽນ​ຮູ້ລະບຽບ​ການ​ດ້ານ​ການ​ຮັບ​ແຂກ​ຮັບ​ຄົນ, ​ເພື່ອ​​ເຮັດໃຫ້ການ​ບໍລິການ​ຍິ່ງ​ດີກວ່າ​ເກົ່າ​ແລະ​ມີ​ປະສິດທິ​ພາບກວ່​າ​ເກົ່າ."

ການ​ຍົກສູງ​ລະດັບການ​ບໍລິການ​ບໍ່ພຽງ​ແຕ່​ແມ່ນ​ຄວາມ​ຮຽກຮ້ອງ​ຕໍ່​ຕົນ​ເອງ​ຂອງ​ນາງ​ມາລາ​ນຈື​ທໍ່​ນັ້ນ, ​ແຕ່​ຍັງ​ແມ່ນ​ຄວາມ​ຄອງ​ຄອຍ​ຂອງ​ອາສາ​ສະໝັກ​ກວາງ​ໂຈວ​ໝົດທຸກ​ຄົນ​ທີ່​ມີ​ຕໍ່ຕົ​ນ​ເອງ. ​ເພື່ອ​ໃຫ້​​ອາສາ​ສະໝັກ​ຮູ້​​ແຈ້ງເນື້ອ​ໃນ​ການ​ບໍລິການ​ຂອງ​ຕົນ, ​ເຂົ້າ​ໃຈຄວາມ​ແຕກ​ແຍກ​ກັນ​ດ້ານ​ວັດທະນະທຳ​ຂອງ​ປະ​ເທດ​​ແລະ​ເຂດ​ແຄວ້ນຕ່າງໆ, ຄະນະ​ຈັດຕັ້ງເອຊຽນ​ເກ​ມ​ໄດ້​ຈັດການ​ຝຶກ​ຊ້ອມ​ສະ​ເພາະ​ຕໍ່​ອາສາ​ສະໝັກ​ທັງຫຼາຍທີ່​ບໍລິການ​​ໃນງານ​ເອຊຽນ​ເກ​ມ​ແລະ​​ເອຊຽນ​ເກ​ມຄົນ​ພິການ, ​ແລະ​ໄດ້​​ແຈກຢາຍຫຼັກສູດ​ການ​ສອນ​ສະ​ເພາະ​ໃຫ້​​ເຂົາ​ເຈົ້ານຳ​ອີກ.

ເອຊຽນ​ເກ​ມບໍ່​ພຽງ​ແຕ່​ໄດ້​ດຶງ​ດູດປະຊາຊົນ​ກວາງ​ໂຈ​ວ​ເຂົ້າຮ່ວມ​ທໍ່​ນັ້ນ, ຍັງ​ມີ​ຄົນ​ຕ່າງປະ​ເທດ​ທີ່​ມາ​ຈາກ​ປະ​ເທດ​​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນ​ອາຊີ. ນາງຢັນ​ຊັນ​ອາແມ່ນ​ຄົນສ.​ເກົາຫລີ, ຫຼາຍ​ເດືອນ​ກ່ອນ​​ໄປ​ຮຽນ​ພາສາ​ຈີນ​ຢູ່​ກວາງ​ໂຈ​ວ, ປະຈຸ​ບັນ​ນາງ​ໄດ້​ກາຍ​ເປັນ​ອາສາ​ສະໝັກ​ເອຊຽນ​ເກ​ມກວາງ​ໂຈ​ວ​ແລ້ວ. ນາງ​ເວົ້າວ່າ, ​ໃນ​ເວລາ​ຈັດ​​ເອຊຽນ​ເກ​ມປູຊາ​ນ2002ຢູ່​ສ.​ເກົາຫຼີນັ້ນ, ນາງ​ຍັງ​ນ້ອຍ​ຢູ່, ສະນັ້ນຈຶ່ງ​ຈື່​ບໍ່​ໄດ້​ດີປານ​ໃດ, ​ເອຊຽນ​ເກ​ມກວາງ​ໂຈ​ວຈຶ່ງ​ແມ່ນ​ຈຸດ​ເລີ່ມຕົ້ນວຽກ​ຮັບ​ໃຊ້​ເອຊຽນ​ເກມຂອງ​ນາງ.

"ນ້ອງ​ຊື່ຢັນ​ຊັນ​ອາ​ແມ່ນ​ອາສາ​ສະໝັກຈາກ​ສ.​ເກົາຫລີ, ຍ້ອນ​ພໍ່​ແມ່​ມັກ​​ເອຊຽນ​ເກ​ມຫຼາຍ, ສະນັ້ນນ້ອງ​ກໍ່​ມັກ​ຄື​ກັນ. ​ໃນ​ຖານະ​ທີ່​ເປັນ​ຄົນ​ອາຊີ, ນ້ອງ​ກໍ່ຢາກ​ປະກອບສ່ວນ​ເຂົ້າ​ໃນ​​ເອຊຽນ​ເກ​ມ. ນ້ອງ​ມາກ​ວາງ​ໂຈ​ວພໍດີ​ຖືກ​ກັບ​​ເວລາ​ຈັດ​ເອຊຽນ​ເກ​ມ, ສະນັ້ນນ້ອງ​ກໍ່​ຢາກ​ເຂົ້າຮ່ວມ."

ອາສາ​ສະໝັກ​ຕ່າງປະ​ເທດ​ເຫຼົ່ານີ້, ​ເຖິງ​ວ່າ​ເວົ້າ​ພາສາ​ຈີນບໍ່​ເກັ່ງ​ປານ​ໃດ, ​​ແລະ​ກໍ່ບໍ່ຮູ້​ສະພາບຄົມມະນາຄົມ​ຂອງ​ກວາງ​ໂຈ່​ວດີປານ​ໃດ, ​ແຕ່​ນາງ​ເຊີນ, ຄົນ​ກວາງ​ໂຈ່​ວ​ເວົ້າ​ວ່າ, ​ເຂົາ​ເຈົ້າ​ໄດ້​ຄວາມຮູ້ສຶກ​ທີ່​ດີໆ​ໃໝ່ໆ, ພິ​ເສດຫຼາຍ.

"ມີ​ຄົນ​ຕ່າງປະ​ເທດ​ເຂົ້າຮ່ວມການບໍລິການ​​ເອຊຽນ​ເກມ, ຂ້ອຍຮູ້ສຶກ​ວ່າພູມ​ໃຈຫຼາຍ."

ຫຼາຍຄົນ​ຄຶດ​ວ່າ, ອາສາ​ສະໝັກ​ສ່ວນຫຼາຍ​ແມ່ນ​ຊາວ​ໜຸ່ມ. ​ແຕ່​ແມ່​ເຖົ້າ​ຊ້ຽງຢຸ້ນຮວາ, ທີ່ອາຍຸ 81 ປີແລ້ວກັບຜົວຂອງເພິ່ນ, ບອກວ່າ, ຖ້າມີ​ຄວາມຕັ້ງ​ໃຈ​ແມ່​ເຖົ້າ, ອາຍຸຫຼາຍກໍ່​ບໍ່​ມີ​ບັນຫາ.

"​ເປັນ​ຫຍັງ​ຈຶ່ງ​ເອີ້ນ​ວ່າ​ອາສາ​ສະໝັກ, ຂໍ​ແຕ່​ແມ່ນ​ສິ່ງ​ທີ່​ແມ່​ເຖົ້າເຮັດ​ໄດ້, ​ແມ່​ເຖົ້າ​ກໍ່​ຈະ​ເຮັດ​ຢ່າງສຸດ​ຂີດ."

ດຽວ​ນີ້, ຢູ່​ປ້າຍ​ລົດ​ເມທຸກ​ແຫ່ງ​ຂອງ​ກວາງ​ໂຈ່​ວ, ຈະ​ໄດ້​ເຫັນ​ເຄື່ອງໝາຍບໍລິການ​ຂອງ​ອາສາ​ສະໝັກທີ່​ເປັນຮູບ​ນີ້ວ​ໂປ້, ຢູ່​ບ່ອນ​ທີ່​ມີຄົນ​ໄປມາຫຼາຍ, ກໍ່ຈະ​​ເຫັນ​ "ສະຖານີ​ຊີວິດ​ໃໝ່" ​ເຊິ່ງ​ເປັນບ່ອນ​ບໍລິການ​ຂອງ​ອາສາ​ສະໝັກ, ຄົນ​ທັງຫຼາຍ​ເອີ້ນ​ວ່າ "​ເຮືອນ​ນ້ອຍ​ຊີ່​ກ່ວນ", ອາສາ​ສະໝັກ​ຈະ​ອຳນວຍ​ຄວາມ​ສະດວກ​ດ້ານຕ່າງໆ​ໃຫ້​ແຂກ​ຄົນທັງຫຼາຍ, ​ເຊັ່ນ: ບອກທາງ, ​ແປ​ພາສາ​ແລະ​ອື່ນໆ.

ຢູ່​ກວາງ​ໂຈ່​ວ, ​ແຕ່ລະຄົນ​​ມີຄວາມມັກ​ຕ່າງ​ກັນ​ຕໍ່​ການ​ເຮັດ​ວຽກ​ອາສາ​ສະໝັກ​. ບາງ​ຄົນບອກ​ທາງ​ໃຫ້​ຄົນຕ່າງປະ​ເທດ​ດ້ວຍ​ພາສາ​ຕ່າງ​ປະ​ເທດ, ບາງຄົນຮັກສາ​ຄວາມ​ສະຫງົບ, ຍັງ​ມີ​ບາງ​ຄົນອາສາ​ສະໝັກ​ໄປ​ບໍລິການ​ຜູ້​ອື່ນ​ດ້ວຍຄວາມ​ມັກຂອງ​ຕົ​ນ. ທ່ານຫຼີຊົ່ງຮຸ່ຍ, ຜູ້​ແລ່ນ​ເກີບ​ລໍ້​ເກັ່ງ​ກ່າວວ່າ, ​​ໂຄສະນາ​ກິລາ​ແລ່ນ​ເກີບ​ລໍ້​ໃຫ້​ດີ, ​ແມ່ນ​ເປົ້າໝາຍ​ຂອງ​ການ​ບໍລິການ​ຂອງ​ລາວ.

"ຂ້ອຍ​ຫວັງ​ຢາກ​ໃຫ້ຫຼາຍໆ​ຄົນຫຼິ້ນກິລາ​ນີ້ນຳ​ກັນ. ​ເພາະວ່າ, ​ຄົນ ​ຫຼິ້ນກິລານີ້ນຳ​ກັນຫຼາຍຂຶ້ນ​ແລ້ວກໍມີ​ສຸຂະພາບ​ແຂງ​ແຮງ​ກວ່າ​ເກົ່ານີ້​​ແມ່ນ​ຄວາມ​ຝັນ​ຂອງ​ຂ້ອຍ. ​​ໃນເວລາ​ຂ້ອຍຫຼິ້ນ​ຜູ້​ດຽວ, ຂ້ອຍ​ກໍ່​ມີຄວາມ​ຫວັງຫຼາຍທີ່​ສຸດວ່າ ​ຢາກ​ໃຫ້​ຄົນ​ທັງຫຼາຍມາຫຼິ້ນຮ່ວມ​ກັນ."

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ພິທີ​ເລີ່​ມຕົ້ນ​ວັນ​ກິດຈະກຳທົ່ວ​ປວງ​ຊົນ​ຂອງ​ນະຄອນ​ກວາງ​ໂຈ່​ວ, ທ່ານ​ຈ່າງ​ກວາງ​ນີງ, ​​ເຈົ້າໜ້າ​ທີ່​ອົງການ​ປົກຄອງ​ນະຄອນ​ກວາງ​ໂຈ່​ວກ່າວ​ວ່າ, ອາສາ​ສະໝັກ​ຂອງ​ນະຄອນ​ກວາງ​ໂຈ່​ວມີ​ບັນຍາກາດ​ຟົດ​ຟື້ນຫຼາຍ.

"ທົ່ວ​ນະຄອນ​ກວາງ​ໂຈ່​ວ, ​​ມີ​ບັນ​ຍາ​ກາດຟົດ​ຟື້ນຫຼາຍທີ່​ຢາກ​ເປັນ​ອາສາ​ສະໝັກ, ​ຄຳນັບ​ແບບ​ອາສາ​ສະໝັກ, ​ນັບ​ເວລາ​ຖອຍຫຼັງ​ສູ່​​ເອຊຽນ​ເກ​ມ, ຮ້ອງ​ເພງ​ອາສາ​ສະໝັກ. "​ເຄື່ອນ​ໄຫວ​ຮ່ວມກັນ, ດີ​ເດັ່ນ​ກວ່າ​ເກົ່າ" ຈະ​ກາຍ​ເປັນ​ຄຳ​ຂວັນ​ອາສາ​ສະໝັກ​ທີ່​ມ່ວນທີ່​ສຸດແລະ​ດັງ​ທີ່​ສຸດຢູ່​ນະຄອນ​ກວາງ​ໂຈ່ວ."

ກວາງ​ໂຈ່​ວ​ໃນ​ປີ 2010, ອາສາ​ສະໝັກ​ຈະ​ຕ້ອນຮັບ​​ແຂກ​ດ້ວຍຮອຍ​ຍີ້ມທີ່​ງົດງາມ​ທີ່​ສຸດ.

(ຈົບ)
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ