ຈີນ​ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ຂອງ​​ເຕັກນິກ​ສູງດ້ານ​ກະສິກຳ

(GMT+08:00) 2010-11-11 17:01:14     cri
ໃນ《ຂໍ້​ສະ​ເໜີ​ຂອງສູນ​ກາງ​ພັກ​ຄອມ​ມູນິດ​ຈີນກ່ຽວ​ກັບ​ການວາງ​ແຜນການ 5 ປີ​ແຫ່ງ​ການພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດຄັ້ງ​ທີ 12》ທີ່​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ 5 ຊຸດ​ທີ 17 ຂອງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ພິຈາລະນາ​ແລະຮັບຮອງ,​ໄດ້​ມີ​ຂໍ້​ຕົກລົງ​ແລະ​ການຈັດ​ວາງ​ອັນ​ສຳຄັນ​ຕໍ່​ການ​ເລັ່ງລັດການ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ​ແລະ​ຊຸກຍູ້​ການ​ສ້າງເຂດສາທິດກະສິກຳ​ທີ່​ທັນ​ສະ​ໄໝ.​ເຂດ​ຢາງ​ລີງ​ແຂວງ​ສານຊີ​ຈີນ​ເປັນ​ເຂດ​ສາທິດ​ເຕັກນິກ​ສູງດ້ານ​ກະສິກຳ​ພຽງ​​ແຫ່ງ​ດຽວ​ຂອງ​ຈີນ,​ໄດ້​ປະກອບສ່ວນອັນ​ສຳຄັນ​ໃນ​ດ້ານ​ການຕັ້ງໜ້າຊຸກຍູ້ການ​ພັດທະນາ​ຂອງ​ເຕັກນິກ​ສູງ​ດ້ານ​ກະສິກຳ.

ນັບ​ແຕ່​ລັດຖະບານ​ອະນຸມັດ​ໃຫ້​ສ້າງ​ເຂດ​ສາທິດ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງ​​ເມື່ອ​ປີ 1997 ມາ​ນີ້,​ພາຍ​ໃນ 13 ປີ,​ເຂດ​ນີ້ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ການນຳ​ໃຊ້​ໝາກຜົນ​​ເຕັກນິກ​ສູງ​ດ້ານ​ກະສິກຳ,ການ​ເຜີຍ​ແຜ່​ພັນ​ພືດ​ແລະ​ເຕັກນິກ​ທີ່​ດີ,ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເຕັກນິກ​ກະສິກຳກັບ​ຕ່າງປະ​ເທດ​ແລະ​ດ້ານ​ອື່ນໆ.​ໃນ​ຕົ້ນ​ປີ​ນີ້,ລັດຖະບານ​ຈີນ​ໄດ້​ແຈກ​ຢາຍ《ຄຳ​ອະທິບາຍຕໍ່​ນະ​ໂຍບາຍ​ຕ່າງໆ​ກ່ຽວ​ກັບ​ການ​ສະໜັບສະໜູນ​ການ​ສືບ​ຕໍ່​ສ້າງ​ເຂດ​ສາທິດ​ເຕັກນິກ​ສູງດ້ານ​ກະສິກຳ​ຢາງ​ລີງ​ໃຫ້​ດີ》,​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ,​​ໃຊ້​ເວລາ 5 ຫາ 10 ປີ,ພະຍາຍາມ​ເຮັດ​ໃຫ້ຢາງ​ລີງ​ພັດທະນາ​ເປັນ​ສູນ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະສິກຳ​ທີ່​ທັນ​ສະ​ໄໝ​ແຫ່ງ​ສຳຄັນ.​ໃນ​ເວລາ​ທ່ານ​ຈາງ​ໄລ​ອູ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​ໝາກຜົນ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງ​ຈີນ​ຄັ້ງ​ທີ 17,ທ່ານ​ກ່າວ​ວ່າ:

"​​ເຂດ​ສາທິດ​ອາ​ໄສ​ແລະ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ເຕັກນິກ​ກະສິກຳ​ແລະ​ຜູ້​​​​​ມີ​ປະສົບ​ການ​ສູງຂອງ​ຢາງ​ລີງ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ດ້ານ​ການ​ຊຸກຍູ້​ການ​ເຜີຍ​ແຜ່ການ​ນຳ​ໃຊ້​ໝາກຜົນ​ເຕັກນິກ​ກະສິກຳ,ການ​ນຳ​ເຂົ້າ​ເຕັກນິກ​ແລະຜູ້​ຊ່ຽວຊານຈາກ​ຕ່າງປະ​ເທດ​ແລະ​ດ້ານ​ອື່ນໆ,ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ເພີ່ມ​ການ​ຮ່ວມ​ມື​ເຕັກນິກກະສິກຳລະຫວ່າງ​ຈີນ​​ແລະ​ຕ່າງປະ​ເທດ,​ແລະ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ກະສິກຳ,ຊົນນະບົດ​ກັບ​ຊາວ​ກະສິກອນ.​"

ໃນ​ຖານະທີ່​ເປັນເຂດ​ສາທິດນຳ​ໃຊ້​ເຕັກນິກ​ສູງດ້ານ​ກະສິກຳ​ພຽງ​​ແຫ່ງ​ດຽວ​ຂອງ​ຈີນ,ຢາງ​ລີງ​ໄດ້​ສ້າງ​ຮູບ​ແບບ​ເຜີຍ​ແຜ່​ສາທິດ​ເຕັກນິກ​ກະສິກຳ​ທີ່​ມີ​ຫຼາຍຮູບ​ແບບ,​ໄດ້​ຈັດ​ຊຸດ​ອົບຮົມ​ກະສິກຳ 5 ໝື່ນ​ເທື່ອ,ນຳ​ເຂົ້າ​ແລະ​ເຜີຍ​ແຜ່​ເຕັກນິກ​ກະສິກຳ​ທີ່ດີ 1000 ກວ່າ​ປະ​ເພດ,​ເຜີຍ​ແຜ່ພັນ​ພືດທີ່​ດີດ້ານ​ກະສິກຳ​ແລະ​ປ່າ​ໄມ້ຫຼາຍກວ່າ 13 ລ້ານ​​ເຮັກຕາ,ຊາວ​ກະສິກອນ 50 ລ້ານ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,ການ​ເຜີຍ​​ແຜ່​ສາທິດ​​​ເຕັກ​ນິກໄດ້​ສ້າງ​ມູນ​ຄ່າ​ຫຼາຍ​ກວ່າ 6 ຕື້​ຢວນຕໍ່​ປີ.ທ່ານ​ເຊິ​ງຈ້ຽນກົວ,ຫົວໜ້າ​ສູນ​ເຂດ​ສາທິດ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງກ່າວວ່າ:

"ພວກ​ເຮົາ​ສ້າງ​ເຂດ​ນີ້​ມີ​ຈຸດປະສົງ​ທີ່​ໃຫ້​ຄົນ​ທີ່​ມາຢາງ​ລີງ​ໄດ້​ເຫັນ,​ໄດ້​ສຳຜັດ,​ໄດ້ຮຽນ​ແລະເອົາ​ໄປ​ນຳ​ໃຊ້​ຢູ່​ບ້ານກໍ່ໄດ້.ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ,ລາວ​ໄດ້​ເບິ່ງ​ໄດ້​ເຫັນ,​ເອົາ​ພັນ​ພືດ​ກັບ​ບ້ານ,ລາວ​ນຳໃຊ້​ໄດ້,​ໄປ​ປູ​ກແລ້ວ​​ເຕີບ​ໂຕໄດ້,ທຳ​ການ​ຜະລິດ​ກະສິກຳ,​ໃນ​ທີ່​ສຸດ,ກາຍ​ເປັນ​ຜະລິດ​ຕະພັນ​ກະສິກຳ,​ໄປ​ຂາຍ​ແລະ​ເຮັດ​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ."

ເຂດ​ສາ​ທິດ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງ​ບໍ່​ພຽງ​ແຕ່​ມີ​ບົດບາດ​ຄົ້ນຄວ້າ​ພັດທະນາ​ແລະ​ສາທິດ​ເທົ່າ​ນັ້ນ,ພ້ອມ​ກັນ​ນັ້ນ,ກໍ່​ໄດ້​ສ້າງ​ເວທີ​ແຫ່ງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື.ງານ​ວາງສະ​ແດງ​ໝາກຜົນ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງ​ຈີນ​ຄັ້ງທີ 17 ​ໄດ້​ຈັດ​ຂຶ້ນ​ຢູ່​ຢາງ​ລີງ​ແຂວງ​ສານ​ຊີ​ໃນ​ວັນ​ທີ 1 ພະຈິກ​ນີ້​ໂດຍ​ດຳ​ເນີນ​ເປັນ​ເວລາ 5 ວັນ,ອົງການ​ແລະບໍລິສັດ 1200 ກວ່າ​ແຫ່ງທີ່​ມາ​ຈາກ 25 ປະ​ເທດ​ແລະ​​ເຂດ​ແຄວ້ນ​ເຊັ່ນ​ຈີນ,ອາ​ເມ​ລິ​ກາ,​ເຢຍລະ​ມັນ​ແລະ​ເບຼຊີ​ນ​ໄດ້​ມາ​ເຂົ້າຮ່ວມ,ມີ​ໝາກຜົນ​ແລະ​ເຕັກນິກ​ກະສິກຳ 7200 ກວ່າ​ຊະນິດໄດ້​ເຕົ້າ​ໂຮມ​ກັນ​ວາງສະ​ແດງ​ແລະ​​ແລກປ່ຽນ​ໃນ​ງານວາງສະ​ແດງ​ເທື່ອ​ນີ້.

ທ່ານ​ຈ້າວ​ເຈິ້ງ​ຢົງ,ຮອງ​ເລຂາ​ຄະນະ​ພັກ​ແຂວງ​ສານ​ຊີ​ຈີນ​ເວົ້າ​ຕໍ່​ຜູ້​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ວ່າ:

"ງານ​ວາງສະ​ແດງ​ເຕັກນິກ​ສູງ​ດ້ານ​ກະສິກຳ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ'ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ເຜີຍ​ແຜ່​ສາທິດ,ກະສິກຳ​ທີ່​ທັນ​ສະ​ໄໝ',​ເຕົ້າ​ໂຮມ​ກັນ​ວາງສະ​ແດງ,​ແລກປ່ຽນ​ແລະຊື້ຂາຍ​ໝາກຜົນ​ເຕັກນິກ​ສູງ​ດ້ານ​ກະສິກຳ​ທີ່ຫຼ້າ​ສຸດ,​ເຕັກນິກ​ທີ່​ກ້າວໜ້າ​ແລະນຳ​​ໃຊ້​ໄດ້​ດີ,ຜະລິດ​ຕະພັນ​ກະສິກຳ​ທີ່​ມີ​ຄຸນ​ນະພາ​ບດີ,​ເຄື່ອງມື​ການ​ຜະລິດກະສິກຳ​ແລະ​ຂໍ້​ມູນ​ຂ່າວສານ​ຂອງ​ຕະຫຼາດ,​ໄດ້​ສ້າງ​ເວທີ​ແຫ່ງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃຫ້​ແກ່​ອົງການ​ຄົ້ນຄວ້າ​ວິທະຍາສາດ​ກະສິກຳ,ບໍລິສັດ​ທີ່​ກ່ຽວ​ຂ້ອງເຖິງກະສິກຳ​ແລະ​ຊາວ​ກະສິກອນ​ທັງຫຼາຍ.ງານ​ວາງສະ​ແດງ​ເທື່ອ​ນີ້​ຍັງ​ຈະ​ຈັດ​ເວທີ​ປຶກ​ສາ​ຫາລື​ສຸດ​ຍອດ​ດ້ານ​ກະສິກຳ​ທີ່​ທັນ​ສະ​ໄໝ,​ເວທີ​ປຶ​ກສາ​ຫາລື​ເຕັກນິກ​ກະສິກຳ​ສາກົນ​ແລະກິດຈະກຳ​ແລກປ່ຽນ​ສາກົນອື່ນໆ."

ງານວາງສະ​ແດງ​ໝາກຜົນ​ເຕັກນິກ​ສູງ​ດ້ານ​ກະສິກຳ​ຢາງ​ລີງ​ຈີນ​ແມ່ນ​ງານ​ວາງສະ​ແດງ​ຂະໜາດ​ໃຫຍ່ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ຈີນ​ໃນ​ຂົງ​ເຂດ​​ເຕັກນິກສູງ​ດ້ານ​ກະສິກຳ.ນັບ​ແຕ່​​ເລີ່​ມດຳ​ເນີນ​​ໃນ​ປີ 1994 ​​ເປັນ​ຕົ້ນ​ມາ,​ໄດ້​ຈັດ​ຂຶ້ນ 16 ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ,ສ້າງມູນ​ຄ່າ​ທຸລະ​ກິດ​ຫຼາຍ​ກວ່າ 190 ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ