蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕ້ອງ​ສ້າງ​ເປັນ​ສູນ​ວິ​ທະ​ຍາ​ສາດ​ຕົ້ນ​ຕໍ ແລະ ສູນ​ປະ​ດິ​ດ​ສ້າງ​ທີ່​ດີ​ເດັ່ນ​ຂອງ​ໂລກ

2018-05-29 15:31:26 CRI

图片默认标题_fororder_88469a27f39c43248fcba46c50e5bbd5

ກອ​ງ​ປະ​ຊຸມ​ສະ​​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ຄັ້ງ​ທີ 19 ແລະ ກອງ​ປະ​ຊຸມ​ສະ​​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ​ຄັ້ງ​ທີ 14 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ພຶດ​ສະ​ພາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ປາ​ໄສ​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນ​ຕ້ອງ​ອອກ​ແຮງ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ພະ​ຍາ​ຍາມ​ກາຍ​ເປັນ​ສູນ​ວິ​ທະ​ຍາ​ສາດ​ຕົ້ນ​ຕໍ ແລະ ສູນ​ປະ​ດິດ​ສ້າງ​ທີ່​ດີ​ເດັ່ນ​ຂອ​ງ​ໂລກ. ຕ້ອງ​​ເລັ່ງໃສ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ນຳ​ໜ້າ​ຂອງ​ໂລກ, ນຳ​ພາ​ທິດ​ທາງ​ພັດ​ທະ​ນາ​ຂອງວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ, ພະ​ຍາ​ຍາມ​ສ້າງ​ເປັນ​ປະ​ເທດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ເຂັ້ມ​ແຂງ​ຂອງ​ໂລກ. ຕ້ອງ​ຊຸກ​ຍູ້​ໃຫ້​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ການ​ຜ​ະ​ລິດ ແລະ ຮູບແບບ​ວິ​ສາ​ຫະ​ກິດ​ມີ​ການ​ປ່ຽນ​ແປງ​ແບບ​ເຖິ​ງ​ກົກ​ເຖິງ​ຮາກ ເພື່ອ​ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ກ້າວ​ໄປ​ສູ່​ຈຸດ​ສູງ​ຂອງ​ຕ່ອງ​ໂສ້​ຄຸນ​ຄ່າ​ຂອງ​ໂລກ. ຕ້ອງ​​ກຳ​ນົດເອົາ​ການ​ຕອບ​ສະ​ໜອງ​ຄວາມ​ປາ​ຖະ​ນາ​ຕໍ່​ຊີ​ວິດ​ທີ່​ດີ​ງາມ​ຂອງ​ປະ​ຊາ​ຊົນ​ເປັນ​ຈຸດ​ຢືນ​ໃນ​ການ​ປະ​ດິດ​ສ້າ​ງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ​ກຳ​ນົດ​ເອົາ​ການ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ, ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ທິດ​ທາງ​ສຳ​ຄັນ​ໃນ​ການ​ປະ​ດິດ​ສ້າງ​ທາງວິ​ທະ​ວາ​ສາດ​ເຕັ​ກ​ໂນ​ໂລ​ຊີ. ຕ້ອງ​ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ໃໝ່​​ກັບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ລະ​ບຽບ​ການ​ໄປ​ຄວບ​ຄູ່​ກັນ ເພື່ອ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ກະ​ຕື​ລື​ລົ້ນ ແລະ ພະ​ລັງ​ຊີ​ວິດຂອງຝ່າຍຕ່າງໆໃນ​ການ​ປະ​ດິດ​ສ້າງ​ໃໝ່.

ຄຳ​ເຫັນ

0