覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຕີບ​ໃຫຍ່​ຂະ​ຫຍ​າຍ​ຕົວ​ຂອງ​ນະ​ຄອນເສິນ​ເຈິ້ນ

2018-05-30 15:56:16 cri

图片默认标题_fororder_shenzhenfsfsfe2

    ເສິນ​ເຈິ້ນ​ເປັນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ແຫ່ງ​ທຳ​ອິດຂອງ​ຈີນ, ເປັນ​ປ່ອງ​ຢ້ຽມ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ ແລະ​ຕົວ​ເມືອງທີ່​​ປະ​ກອບ​ດ້ວຍຊາວ​ເມືອງ​ຕ່າງ​ຖິ່ນ​ຍົກ​ຍ້າຍ​ເຂົ້າ​ມາ​ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່, ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ມະ​ຫາ​ນະ​ຄອນ​ລະ​ດັບ​ສາ​ກົນ​ທີ່​ທັນ​ສະ​ໄໝ​ແລະ​ມີ​ຊື່​ສຽງ​ອິດ​ທິ​ພົນ​ໃນ​ລະ​ດັບ​ໃດ​ໜຶ່ງ, ທັງ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ​ຍ້ອນ​ຈັງ​ຫວະ​ການຂະ​ຫຍາຍ​ຕົວ​ ທີ່​ຖືກ​ເອີ້ນ​ວ່າ “ໄວ​ແບບ​ເສິນ​ເຈິ້ນ” ​​ແລະ​ຍັງ​ມີ​ນາມ​ມະ​ຍົດ​ຕ່າງໆ​ອີກ​ເຊັ່ນ  “ເມືອງແຫ່ງ​ການ​ອອກ​ແບບ” “ເມືອງ​ແຟ​ຊັນ”,”ເມືອງ​ແຫ່ງ​ຜູ້​ປະ​ດິດ​ສ້າງ”, “ເມືອງ​ແຫ່ງ​ອາ​ສາ​ສະ​ໝັກ”​ແລະ​ອື່ນໆ. ຕະຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ, ​ເສິນ​ເຈິ້ນ​ໄດ້​ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ,​ ວ່ອງ​ໄວ​ແລະປ່ຽນ​ແປງ​ໃໝ່​ທຸກ​ມື້, ເສິນ​ເຈິ້ນ​ທີ່​ມີ​ການ​ປະ​ດິດ​ສ້າງ​ກຳ​ລັງ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ທຸກໆ​ປີ.

ຄຳ​ເຫັນ

0