黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ “ເພື່ອນ​ໃຫຍ່” ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ

2018-05-31 17:41:33 lao

图片默认标题_fororder_d02788e9b33e1a99c03a46

ວັນ​ທີ 1 ມິ​ຖຸ​ນາ, ວັນ​ເດັກ​ນ້ອຍ​ສາ​ກົນ​ເຊິ່ງ​ເປັນ​ວັນ​ບຸນ​ຂອງ​ເດັກ​ນ້ອຍກັບ​ມາ​ອີກ​ຄັ້ງ​ໜຶ່ງ​ແລ້ວ.

ຢູ່​ຈີນ, ມີ “ເພື່ອນ​ໃຫຍ່” ຜູ້​ໜຶ່ງ​ແບບ​ນີ້.

ເພິ່ນໄດ້​​ຫ່ວງ​ໃຍ​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ຕະ​ຫຼອດ​ມາ.

​ເພິ່ນເຄີຍອວຍ​ພອ​ນ​​ໃຫ້​ເດັກ​ນ້ອຍ​ທົ່ວ​ປະ​ເທດ​

ໃນ​ນາມ “ເພື່ອນ​ໃຫຍ່” ຜູ້​ໜຶ່ງ

ບໍ່​ວ່າ​ມີ​ວຽກ​ຈະຫຍຸ້ງ​​ຍາກ​ປານ​ໃດ​ກໍ​ຕາມ

ເພິ່ນ​ກໍ​ຈະ​ຍາດ​ເວ​ລາ​ຢູ່​ນຳ​ເດັກ​ນ້ອຍ​ທັງ​ຫຼາຍ.

ຢູ່​ເດິ່ນ​ຫຼິ້ນ, ຢູ່​ໃນ​ຫ້ອງ​ຮຽນ, ໃນ​​ກິດ​ຈະ​ກຳ​ນອກ​ໂມງ​ຮຽນ, ຢູ່​ຈີນ​ແລະ​ຕ່າງ​ປະ​ເທດ…

ລ້ວ​ນ​ແຕ່​ໄດ້​ເກີດ​ເລື່ອງ​ທີ່​ຊວບ​ຊຶ້ງ​ໃຈ​ລະ​ຫວ່າງ “ເພື່ອນ​ໃຫຍ່” ຜູ້​ນີ້​ແລະ​ເດັກ​ນ້ອຍ​ທັງ​ຫຼາຍ

“ເພື່ອນ​ໃຫຍ່” ຜູ້​ນີ້​ກໍ​ຄື​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ.

图片默认标题_fororder_故事一(图说:习近平在福州时,带女儿玩。)

ເລື່ອງ​ທີ 1: ພໍ່​​ດີທີ່​ຮັກ​ລູກ​ສາວ

ທ່ານ ສີ​ຈິ້ນ​ຜິງ ແມ່ນ​ປະ​ທານ​ປະ​ເທດ

ກໍ່​ແມ່ນ​ພໍ່​ດີ​ທີ່​ຍິນ​ດີ​ຢູ່ຮ່ວມ​ກັບ​ລູກ​ຕົນ

ຢູ່​ເທິງ​ຕູ້​ໃສ່​ປຶ້ມໃນຫ້ອງ​ການ​ຂອງ​ທ່ານ

ໄດ້​ມີ​ຮູບ​ຖ່າຍ​ທ່ານ​ກັບ​ລູກ​ສາວຕອນຍາມ​ນ້ອຍ

ຢູ່​ໃນ​ຮູບ,ທ່ານ​ພາ​ລູກ​ສາວ​ຂີ່​ລົດ​ຖີບ

ເມື່ອ​ເວົ້າ​ເຖິງ​ຄວາມ​ຮັ​ກ​ແພງ​ລະ​ຫວ່າງ​ທ່ານ ສີ​ຈິ້ນ​ຜິງ ກັບ​ລູກ​ສາວ

ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຫວນ​ຄືນ​ຄວາມ​ຫຼັງ​ແລະ​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

“ລູກ​ສາວ​ໜ້າ​ຕາ​ຄື​ພໍ່,ແລະ​ສະ​ໜິດ​​ກັບ​ພໍ່​ທີ່​ສຸດ.

ເມື່ອ​ຂ້ອຍ​ເບິ່ງ​ແຍງ​ລູກ,ລູກ​ມັກ​ຂີ້​ດື້​ຫຼາຍ,

ແຕ່​ຍາມ​ຢູ່​ກັບ​ພໍ່​ຂອງ​ລາວ,ກໍ່​ຮູ້​ເລື່ອງ​ດີ​ເໝືອນ​ດັ່ງ​ແມວ​ນ້ອຍ​ທີ່​ຟັງ​ຄວາມ.”

ຄຳ​ເຫັນ

0