黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ທ່ານ ບຸນຍັງ ວໍລະຈິດ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-05-31 09:42:48 lao

图片默认标题_fororder_1122914159_15276867015191n

ວັນທີ 30 ພຶດສະພານີ້ ຢູ່ທີ່ນະຄອນຫຼວງປັກກິ່ງ, ສະຫາຍ ສີຈິ້ນຜິງ ເລຂາທິການ ໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ໄດ້ພົບປະເຈລະຈາ ກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດ ສປປ ລາວທີ່ມາຢ້ຽມຢາມຈີນ ເຊິ່ງທັງສອງທ່ານ​ໄດ້ເນັ້ນວ່າ ຈະຊຸກຍູ້ການ ສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໃຫ້​ໄດ້​ຮັບໝາກຜົນອັນໃໝ່, ເພື່ອສ້າງ ຄວາມຜາ ສຸກໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ດີກວ່າເກົ່າ.

ສະຫາຍ ສີຈິ້ນຜິງ ຊີ້ອອກວ່າ, ຂ້າພະເຈົ້າໄດ້ພົບປະກັບສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນປະຈຳໃນຫຼາຍປີທີ່ຜ່ານມາ, ປີ 2017 ຍັງໄດ້ບັນລຸການຢ້ຽມຢາມເຊິ່ງກັນແລະກັນ, ຄວາມເປັນເອກະພາບກັນຢ່າງຫຼວງຫຼາຍລະ​ຫວ່າງ​ພວກ​ຂ້າ​ພະ​ເຈົ້າ ພວມໄດ້ຮັບການຜັນ ຂະຫຍາຍເປັນຢ່າງດີ, ແລະໄດ້ນຳເອົາຜົນປະໂຫຍດ​ທີ່ແທ້ຈິງມາ​ໃຫ້ປະຊາຊົນສອງປະເທດ. ປີ 2013 ຂ້າພະເຈົ້າໄດ້ສະເໜີເປັນຄັ້ງທຳອິດວ່າ ຈີນ-ລາວຄວນສ້າງປະຊາຄົມຮ່ວມ ຊາຕາກຳທີ່ມີຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກວ້າງ​ຂວາງ, ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ ຈາກຝ່າຍລາວ. ຂ້າພະເຈົ້າຮ່ວມກັບສະຫາຍເລຂາທິການໃຫຍ່ບຸນຍັງ ໄດ້ເປັນ ເອກະພາບກັນທີ່ສຳຄັນ​ກ່ຽວ​ກັບ​ຈີນ​ລາວ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ແລະໄດ້ບັນທຶກເຂົ້າໃນຖະແຫຼງການຮ່ວມລະຫວ່າງສອງປະເທດ, ເຊິ່ງໄດ້ຮັບການ​ຕອບຮັບ ຢ່າງກວ້າງຂວາງຈາກສອງພັກສອງລັດແລະປະຊາຊົນສອງປະເທດ, ອັນໄດ້ສະແດງໃຫ້ ເຫັນເຖິງບົດບາດຊີ້​ນຳ​ນຳ​ພາທີ່ສຳຄັນ​ຕໍ່ການພົວພັນສອງພັກແລະລັດຖະບານສອງປະເທດ, ໄດ້ຊຸກຍູ້ໃຫ້ການພົວພັນຈີນ-ລາວເຂົ້າສູ່ຍຸກສະໄໝທີ່ດີທີ່ສຸດໃນປະຫວັດສາດ.

ສະ​ຫາຍ ສີຈິ້ນຜິງ ເນັ້ນວ່າ, ຄຽງຄູ່ກັບການພົວພັນຈີນ-ລາວເຂົ້າສູ່ໄລຍະພັດທະນາ ອັນໃໝ່, ຢູ່ບົນພື້ນຖານ​ການ​ບູ​ລະ​ນະຄວາມ​ເຫັນ​ທີ່ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງປະຊາ ຄົມຮ່ວມຊາຕາກຳ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ, ສອງຝ່າຍຄວນສຸມໃສ່ການສ້າງປະຊາຄົມຮ່ວມຊາ ຕາກຳ, ເພື່ອຊຸກຍູ້ການຫັນປ່ຽນຈາກທັດສະນະຄະຕິໃຫ້ເປັນການປະພຶດຕົວຈິງ, ຈາກວິໄສທັດ ກາຍເປັນຄວາມເປັນຈິງ, ເຮັດໃຫ້ປະຊາຄົມຮ່ວມຊາຕາກຳຈີນ-ລາວ ແຕກໜໍ່ຈໍ່ແໜງ ແລະແຕກດອກອອກຜົນ. ອັນ​ທີໜຶ່ງ, ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ປັບປຸງ ພື້ນຖານດ້ານການເມືອງຂອງປະຊາຄົມຮ່ວມຊາຕາກຳໃຫ້ໜັກແໜ້ນກວ່າເກົ່າ. ສອງຝ່າຍຈີນ-ລາວ ຄວນດຳເນີນການສົນທະນາແລະແລກປ່ຽນກັນໃຫ້ເປັນກົນໄກຢ່າງຮອບ ດ້ານໃນຫຼາຍ ລະດັບ, ເພື່ອຍົກລະດັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ. ສອງ, ຕ້ອງລົງເລິກການຮ່ວມມືທີ່ແທດເໝາະ​ກັບຕົວຈິງ, ​ຮັດ​ແໜ້ນສາຍພານແຫ່ງຜົນ ປະໂຫຍດຂອງປະຊາຄົມຮ່ວມຊາຕາກຳ. ສອງຝ່າຍຄວນສຸມໃສ່ການຊຸກຍູ້ການຮ່ວມມືໃນ ໂຄງການໃຫຍ່ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຮ່ວມມືດ້ານຊີວິດການ ເປັນຢູ່ຂອງປະຊາຊົນແລະການຫຼຸດຜ່ອນຄວາມທຸກຍາກ, ປະສານສົມທົບກັນ, ເພື່ອຈໍ່ຕົວເປັນ ສະພາບການ ໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວ. ສາມ, ຕ້ອງເພີ່ມທະວີການ ຮ່ວມມືດ້ານຄວາມໝັ້ນຄົງ ເພື່ອສ້າງເປັນແນວປ້ອງກັນຄວາມໝັ້ນຄົງຂອງປະຊາຄົມຮ່ວມຊາຕາ ກຳທີ່​ໜັກ​ແໜ້ນ. ສອງຝ່າຍ ຄວນເພີ່ມທະວີການປະສານ​ສົມ​ທົບກັນໃນກົນໄກຫຼາຍຝ່າຍເຊັ່ນ: ອົງການສະຫະປະຊາຊາດ, ການຮ່ວມມືອາຊີຕາເວັນອອກ ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດຢ່າງບັງເກີດຜົນ. ​ສີ່, ຕ້ອງຊຸກຍູ້ການແລກປ່ຽນດ້ານບຸກຄະລາກອນແລະວັດທະນະທຳໃຫ້ຄຶກ​ຄັກຂຶ້ນຕື່ມ, ສ້າງພື້ນ ຖານດ້ານຈິດ​ໃຈ​ປະຊາຊົນຂອງປະຊາຄົມຮ່ວມຊາຕາກຳໃຫ້ແໜ້ນແຟ້ນກວ່າເກົ່າ. ຜ່ານຈາກ ການໄປມາຫາສູ່ກັນ​ລະ​ຫວ່າງປະຊາຊົນ ແລະການແລກປ່ຽນດ້ານວັດ​ທະ​ນະ​ທຳ, ເຮັດໃຫ້ ແນວຄິດກ່ຽວກັບປະຊາຄົມຮ່ວມຊາຕາກຳຝັງ​ເລິກ​ຢູ່ໃນໃຈປະຊາຊົນແລະປູກຈິດສຳນຶກໄວ້ຢູ່ ໃນ ຮາກຖານ. ແລະອັນ​ສຸດ​ທ້າຍ, ຕ້ອງໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງ​ແວດ​ລ້ອມ, ຊຸກຍູ້ປະຊາຄົມ ຮ່ວມຊາຕາກຳໃຫ້ພັດທະນາແບບຍືນຍົງ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນແລະຖອດ ຖອນບົດ​ຮຽນເຊິ່ງກັນແລະກັນໃນດ້ານ ການອະນຸລັກສິ່ງແວດລ້ອມ, ເພື່ອຊອກຄົ້ນເສັ້ນທາງ ໃໝ່ເພື່ອສ້າງປະຊາຄົມຮ່ວມຊາຕາກຳແບບສີ​ຂຽວ.

图片默认标题_fororder_1122914159_15276870735651n

ສະຫາຍ ບຸນຍັງ ວໍລະຈິດ ກ່າວວ່າ, ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງແມ່ນເພື່ອນ ຜູ້ສະໜິດສະໜົມຂອງພັກລັດຖະບານແລະປະຊາຊົນລາວ. ຄວາມຮັບຮູ້ທີ່ເປັນເອກະ ພາບກັນ ລະຫວ່າງພວກຂ້າພະເຈົ້າ ໃນໄລຍະສະຫາຍໄປຢ້ຽມ ຢາມ ສປປ ລາວ ໃນປີກາຍນີ້ ພວມໄດ້ຮັບ ການຜັນຂະຫຍາຍຢ່າງຮອບດ້ານແລະຕັ້ງໜ້າ, ອັນໄດ້ນຳພາການພົວພັນສອງພັກ ແລະລັດ ຖະບານສອງປະເທດຂຶ້ນສູ່ລະ​ດັບໃໝ່. ຂ້າພະເຈົ້າເຫັນດີເຫັນພ້ອມຕໍ່​ຄວາມ​ເຫັນຊີ້ນຳຂອງ ສະຫາຍເລຂາທິ ການໃຫຍ່ ສີຈິ້ນຜິງ ກ່ຽວກັບການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ຍິນດີເສີມຂະຫຍາຍບົດບາດຂອງການພົວພັນລະຫວ່າງສອງພັກ ໃນການຊີ້ນຳນຳພາ ການພົວພັນລາວ-ຈີນທາງການເມືອງ, ຮັກສາການພົບປະລະຫວ່າງການ​ນຳ​ຂັ້ນ​ສູງ​ຂອງສອງ ພັກເປັນປະຈຳ, ເພີ່ມທະວີການແລກປ່ຽນບົດ​ຮຽນ​ເຊິ່ງ​ກັນ​ແລະກັນໃນດ້ານການກໍ່ສ້າງພັກ ແລະ ການປົກຄອງປະເທດ ກໍ່ຄືການຮ່ວມມືລະຫວ່າງລັດຖະບານໃນທຸກຂົງເຂດຕົວຈິງ, ເລັ່ງລັດ ຊຸກຍູ້ການຮ່ວມມືໃນໂຄງການໃຫຍ່ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຮັດແໜ້ນການ ປະສານສົມທົບກັນໃນວຽກງານສາກົນແລະພາກພື້ນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ສັງຄົມນິຍົມລາວ-ຈີນທີ່ໝັ້ນຄົງ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືພາກ ພື້ນແຫ່ງນີ້.

​ນອກ​ນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການກໍ່ສ້າງພັກແລະພັດທະນາຂອງປະເທດຕົນໃຫ້ກັນຊາບ. ສະຫາຍ ສີຈິ້ນຜິງ ໄດ້ຊົມເຊີຍຕໍ່ຜົນງານທີ່ສູນກາງພັກປະຊາຊົນປະຕິວັດລາວ​ທີ່​ນຳ​ພາ​ໂດຍສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ ​ທີ່ໄດ້ຮັບ​ແລະ​ມີ​ຄວາມສາມັກຄີນຳພາປະຊາຊົນ ທົ່ວປະເທດລາວ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ທັງໄດ້ແນະນຳຜົນງານແລະ ບົດຮຽນທີ່ຈີນໄດ້ຮັບ ນັບແຕ່ດຳເນີນການປະຕິຮູບແລະໄຂປະຕູ ສູ່ພາຍນອກເປັນ​ຕົ້ນມາ, ໂດຍເນັ້ນວ່າ, ຈີນຈະຊຸກຍູ້ການເປີດປະຕູຕໍ່ພາຍນອກໃຫ້ກ້າວເຖິງ ລະດັບສູງກວ່າເກົ່າດ້ວຍການກະທຳຕົວຈິງ ເພື່ອປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງອາຊີກໍ່ຄືຂອງໂລກໃຫ້ຫຼາຍກວ່າເກົ່າ.

ສະຫາຍ ບຸນຍັງ ກ່າວວ່າ, ພາຍໃ​ຕ້ການນຳພາຂອງສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ເສດຖະກິດຈີນພັດທະນາ, ສັງຄົມມີຄວາມກົມກຽວກັນ, ພາລະກິດ ປະຕິຮູບແລະໄຂປະຕູສູ່ພາຍນອກ ແລະວຽກງານສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ ພວມໄດ້ຮັບໝາກຜົນອັນໃໝ່, ແລະໄດ້ເສີມຂະຫຍາຍບົດບາດສຳຄັນໃນວຽກງານສາກົນແລະ ພາກພື້ນ, ໄດ້ປະກອບ ສ່ວນອັນ​ພົ້ນເດັ່ນ​ເພື່ອສັນຕິພາບແລະການພັດທະນາຂອງອາຊີຕາເວັນ ອອກ ກໍ່ຄືຂອງໂລກ. ລາວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໄດ້ໃຫ້ການ ສະໜັບສະໜູນແລະຊ່ວຍເຫຼືອເປັນເວລາດົນນານມານີ້.

ຫຼັງການພົບປະເຈລະຈາ, ປະມຸກລັດສອງປະເທດ ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີ ເຊັນເອກະສານການຮ່ວມມືທີ່ກ່ຽວຂ້ອງລະຫວ່າງສອງຝ່າຍ.

 

ຄຳ​ເຫັນ

0