徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານສີ​ຈິ້ນ​ຜິງພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປູ​ຕິນ ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​​ເປັນ​ເອກະ​ສັນ​ກັນ​ໃນ​ການ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ​ບົນ​ພື້ນ​ຖານ​ທີ່​ມີ​ລະ​ດັບ​ສູງ

2018-06-09 10:51:38 cri

图片默认标题_fororder_201806091xuyiran

ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ວ່າ, ຖື​ທັດ​ສະ​ນະ​ທີ່​ມີ​ຄວາມ​ໄມ​ຕີ​ຈິດ​ໃນ​ທຸກ​ເຊັ່ນ​ຄົນ​ແລະ​ນ້ຳ​ໃຈ​ການ​ປະ​ສານ​ສົມ​ທົບ​ງານ​ດ້ານ​ຍຸດ​ທະ​ສາດ, ບຸກ​ເບີກ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລ​ະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ກວ່າ​ເກົ່າ​ບົນ​ພື້ນ​ຖານ​ທີ່​ມີ​ລະ​ດັບ​ສູງ. ທ່ານ​ຫານ ຈື້ງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົງ​ການ​ລັດ​ຖະ​ບານ​ຈີນ​ເຂົ້າ​ຮ່ວມ​ການ​ພົບ​ປະ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ອີກ​ເທື່ອ​ໜຶ່ງ​ຕໍ່​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ​ທີ່​ເລີ່ມ​ຂຶ້ນ​ຮັບ​ຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ໄໝ​ໃໝ່, ຊົມ​ເຊີ​ຍ​ຕໍ່​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນທີ່​ເລືອກ​ຈີນ​ເປັນ​ປະ​ເທດ​ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດທຳ​ອິດໃນ​ສະ​ໄໝ​ດຳ​ລົງ​ຕຳ​ແໜ່ງ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ອອກວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ຣັດ​ເຊຍ​ມີ​ຄວາມ​ສຸກງອມ, ຄວາມ​ໝັ້ນ​ທ່ຽງ​ແລະຄວາມໝັ້ນ​ຄົງ. ຈີນ​ຍິນ​ດີ​ຮ່ວມມ​ກັນ​ກັບ​ຣັດ​ເຊຍ, ເພື່ອ​ປັ​ປ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ມີ​ລະ​ດັບ​ສູງ, ບຸກ​ເບີກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ການ​ປະ​ສານ​ສົມ​ທົບ​ສາ​ກົນ, ເຮັດ​ໃຫ້​ທັດ​ສະ​ນະ​ທີ່​ມີ​ຄວາມ​ໄມ​ຕີ​ຈິດ​ໃນ​ທຸກ​ເຊັ່ນ​ຄົນ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ສືບ​ທອດ​ໄປ​ໃນ​ແຕ່​ລະ​ຣຸ້ນ, ສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ລວມ​ທັງ​ຣັດ​ເຊຍ, ຖື​ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວເປັນ​ໂອ​ກາດ​ໃຫ​ໝ່, ສົ່ງ​ເສີມ“ນ້ຳ​ໃຈ​ຊຽງ​ໄຮ້”ຕື່ມ​ອີກ, ຮັບ​ປະ​ກັນ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ສືບ​ຕໍ່​ພັດະ​ນາ​ຢ່າງ​ດີ​ງາມ​ແລະ​ໝັ້ນ​ທ່ຽງ.

图片默认标题_fororder_201806093xuyiran

ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ​ກ່າວ​ວ່າ, ການ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ແມ່ນ​ທິດ​ທາງ​ບູ​ລິ​ມະ​ສິດ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ. ຣັດ​ເຊຍ​ກັບ​ຈີນ​ໄດ້​ດູ​ແລ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂ້ອນ​ແກ່ນ​ແລະ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ​ລະ​ດັບ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ​ໃນ​ໂລກ​ໃນ​ປັດ​ຈຸ​ບັນ​ນີ້, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນ​ທ່ຽງ​ສາ​ກົນ. ຮັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຈີນ.

图片默认标题_fororder_201806092xuyiran

ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮັບ​ຟັງ​ນຳ​ການ​ລາຍ​ງານ​ຈາກ​ຜູ້​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ແລະ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ແລະ​ຣັດ​ເຊຍ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາ​ຫູີ, ບັນ​ຫາ​ນິວ​ເຄຼຍ​ແລະ​ບັນ​ຫາ​ອື່ນໆ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

图片默认标题_fororder_201806094xuyiran

ພາຍ​ຫຼັງ​ການ​ພົບ​ປະ​ເຈ​ລະ​ຈາ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຮ່ວມ​ກັນ​ລົງ​ນາມ​ໃນ “ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນຈີນ​ກັບ ສະ​ຫະ​ພັນ​ຣັດ​ເຊຍ”, ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອ​ກະ​ສັນ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະ​ບັບ, ແລະ​ໄດ້​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວ​ມ​ກັນ.

图片默认标题_fororder_201806095xuyiran

ກ່ອນ​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ແກ່​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ​ຢູ່​ສະ​ໜາມ​ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ຫໍ​ສະ​ພາ​ປະ​ຊາ​ຊົນ​ໃຫຍ່.

ຄຳ​ເຫັນ

0