刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ຫວັງ​ວ່າ “ສະ​ໄໝ​ຄຳ” ​ຟິ​ລິບ​ປິນ-​ຈີນ​ສືບ​ຕໍ່​ໄປ​ຕາມ​ນານ​ເທົ່າ​ນານ

2018-06-10 15:01:15 CRI

ຕອນ​ຄ່ຳ​ວັນ​ທີ 9 ມິ​ຖຸ​ນາ​ນີ້, ງານລາ​ຕີ​ສິນ​ລະ​ປະເພື່ອ​ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງຟິ​ລິບ​ປິນ​ກັບ​ຈີນ​ຄົບ​ຮອບ 43 ປີ​ ແລະ ວັນ​ມິດ​ຕະ​ພາບ​ຟິ​ລິບ​ປິນ-ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ປະ​ຊຸມ​ສາ​ກົນ​ຟິ​ລິບ​ປິນ ໂດຍທ່ານ ອາ​ລັນ ເປ​ເຕີ ກາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ, ທ່ານ​ຈ້າວ​ຈ້ຽນ​ຮົວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟິ​ລິບ​ປິນ, ທ່ານ​ເປ​ເຕີ ຊອຍ ປະ​ທານສະ​ມາ​ຄົມ​ຊາວ​ຈີນ​ຢູ່​ຟິ​ລິບ​ປິນ​ພ້ອມ​ດ້ວຍ​​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຟິ​ລິບ​ປິນ​ປະ​ມານ 2000 ຄົນ​​ເຂົ້າ​ຮ່ວມ.

ທ່ານ​ກາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນກ່າວວ່າ, ລັດ​ຖະ​ບານ​​ຊຸດ​ປັດ​ຈຸ​ບັນ​ແລະ​ປະ​ຊາ​ຊົນ​ຟິ​ລິບ​ປິນ​ຍິນ​ດີ​ເປັນເພື່ອນ​ບ້ານ​ທີ່ດີ​ກັບ​ຈີນ​ແລະ​ປະ​ເທດ​ອ້ອມ​ຂ້າງ​ຕ່າງໆ, ຫວັງ​ວ່າ​ຈະ​ຮ່ວມ​ມື​ກັບ​ຈີນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ​ທາງ​ອິນ​ເຕີ​ເນັດ ແລະ​ອື່ນໆ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຟິ​ລິບ​ປິນ​ຮັບ​ຮູ້​ວ່າ ການ​ຮ່ວມ​ມື​ກັບ​ຈີນຈະ​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ. ທ່ານ​ຫວັງ​ວ່າ ການ​ຮ່ວມ​ມື​ດັ່ງ​ກ່າວ​ຈະ​ປັບ​ປຸງ​ແລະໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຟິ​ລິບ​ປິນ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ໃນ​ໄລ​ຍະ​ຍາວ​ ແລະ​ເຮັດ​​ໃຫ້​ກະ​ແສ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງປະ​ເທດບໍ່​ມີ​ການ​ປ່ຽນ​ແປງ​ຍ້ອນ​​ບຸກ​ຄົນ​ໃດ​ໜຶ່ງ, ເຫດ​ການ​ໃດ​ໜຶ່ງຫຼື​ລັດ​ຖະ​ບານ​ຊຸດ​ໃດ​ໜຶ່ງ.

ຄຳ​ເຫັນ

0