黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ ກ່າວ​ວ່າ, ການ​ຮ່ວມ​ມື​​ປະ​ສານ​ງານລະ​ດັບ​ສູງ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ສາ​ກົນ​ຍຸກ​ປັດ​ຈຸ​ບັນ

2018-06-11 17:03:37 cri

ຕາມ​ຂ່າວ CRI: ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານວ​ະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຜົນ​ການ​ຢ້ຽມ​ຢາມ​ຈີນ​ແລະ​ພາບ​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ທ່ານ​ກ່າວ​ວ່າ, ການ​ຮ່ວມ​ມື​​ປະ​ສານ​ງານລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ມີ​ລະ​ດັບ​ສູງ​ສົມ​ຄວນ, ຄວນ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສາຍ​ພົວ​ພັນ​​ຂອງ​ສອງ​ຝ່າຍ, ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ພົວ​ພັນ​ສາ​ກົນ​ຍຸກ​ປັດ​ຈຸ​ບັນ.

ທ່ານ​ປູ​ຕິນ​ກ່າວ​ວ່າ: “ພວກ​ເຮົາ​ບໍ່​ຄວນ​ລືມ​ວ່າ​ໜຶ່ງ​ໃນ​ການ​ຮ່ວມ​ມື​ປະ​ສານ​ງານລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ຕົ້ນ​ຕໍ​ແມ່ນ​ຢູ່​ໃນ​ເວ​ທີ​ສາ​ກົນ, ກໍ​ຄື​ການ​ຮ່ວມ​ມື​ປະ​ສານ​ງານ​ພາຍ​ໃຕ້​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກຸ່ມ 20 ປະ​ເທດ, ປະ​ເທ​ດ​ບ​ຣິກ​ສ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ອື່ນໆ”

ໃນ​ເວ​ລາ​ເວົ້າ​ເຖິງ​ຜົນ​​ສຳ​ເລັດຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ພາບ​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ນີ້, ທ່ານ​ປູ​ຕິນ​ຊີ້​ໃຫ້​ເຫັນ​ວ່າ, ກອ​ງ​ປ​ະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ບໍ່ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ບັນ​ຫາ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ຄວາມ​ໝັ້ນ​ຄົງ​ເທົ່າ​ນັ້ນ, ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ຍັງ​ໄດ້​ກ່າວ​ຢ້ຳ​ວ່າ​ຄວນ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ການ​ຄ້າ​ສາ​ກົນ. ທ່ານ​ກ່າວ​ວ່າ, ອີງ​ຕາມ​ຂໍ້​ມູນ​ທີ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ເປີດ​ເຜີຍ​ນັ້ນ, ​ກຳ​ລັງ​ຊື້​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ລື່ນ​ກາຍ​ກຸ່ມ 7 ປະ​ເທດ​ແລ້ວ. ພາຍ​ໃຕ້​ສະ​ຖາ​ນະ​ການ​ສັບ​ສົນ​ໃນ​ປັດ​ຈຸ​ບັນ, ຫວັງ​ວ່າ​ສາ​ມາດ​ຊຸກ​ຍູ້​ຄວາມ​ໝັ້ນ​ທ່ຽງ​ຂອງ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້​ໄດ້.

ຄຳ​ເຫັນ

0