李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ອັດ​ລົງ ​ໄດ້​ຮັບ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ

2018-06-11 16:24:38 cri

ກອງ​ປ​ະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນ ໄດ້​ອັດ​ລົງ​ຢ່າງ​ຈົບ​ງາມ​ໃນ​ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນານີ້. ໃນ​ເວ​ລາ​ເປັນ​ປະ​ທານກອງ​ປະ​ຊຸມ​ເປີດກວ້າງ​ຂອງກອງ​ປ​ະ​ຊຸມ​ສຸດຍອດ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ໃຫ້​ສົ່ງ​ເສີມ “ຈິດ​ໃຈ​ຊຽງ​ໄຮ” ຕື່​ມ​ອີກ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ​ເຊິ່ງໄດ້​ຮັບ​ການ​ຕອບ​ຮັບຢ່າງ​ອົບ​ອຸ່ນ​ຈາກ​ຜູ້​ແທນ, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ.

ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃນ​ມື້​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ທີ່​ເປັນ​ປະ​ທານ​ຂອງ​ປະ​ເທດ​ໝູນ​ວຽນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ກ່າວ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ສົ່ງ​ເສີມ​ຈິດ​ໃຈ​ຊຽງ​ໄຮ, ສ້າງ​ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາ​ກຳ” ໂດຍ​ຊີ້​ວ່າ, ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 17 ປີ​ມານີ້, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຜ່ານ​ຂະ​ບວນ​ວິ​ວັດ​ທີ່​ບໍ່​ທຳ​ມະ​ດາ ແລະ​ໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່​ຫຼວງ ຄື: ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່​ວມ​ໃນ​ລັກ​ສະ​ນະ​ສ້າງ​ສັນ​ທີ່​ບໍ່​ຮ່ວມ​ກຸ່ມ, ບໍ່​ເປັນ​ປໍ​ລະ​ປັກ​ກັນ ແລະ​ບໍ່​​ມີ​ເຈ​ຕະ​ນາ​ຕໍ່​ຝ່າຍ​ທີ 3. ນີ້​ແມ່ນ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ທີ່​ປະ​ດິດ​ສ້າງ​ໃໝ່​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ ໂດຍ​ໄດ້​ສ້າງ​​ຮູບ​ແບບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ເຊິ່ງ​​ເປັນ​ການ​ປະ​ກອບ​ສ່ວນ​ໃໝ່​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ທ່ານ ​ດີ​ມີ​ຕ​ຣີ ລູ​ກີ​ຢາງເຊັຟ ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສະ​ຖານ​ທູດ​ຣັດ​ເຊຍ​ປະ​ຈຳ​ຈີນ, ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຣັດ​ເຊຍ​ປະ​ຈຳ​ສຳ​ນັກ​ເລ​ຂາ​ທິ​ການ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ:

“ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນຫຼາຍ ທັງ​​ເປັນລະ​ບົບ​ຫຼາຍ. ທ່ານ​ໄດ້​ຕີ​ລາ​ຄາ​ແລະ​ໃຫ້​ການ​ວິ​ນິດ​ໄສ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຕໍ່​ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ, ​ທ່ານຍັງ​ໄດ້​ວິ​ຈານ​ຢ່າງ​ຖືກ​ຕ້ອງ​ແມ່ນ​ຢຳ​ຕໍ່​​ການ​ຮ່ວມ​ມື​ໃນສາມ​ຂົງ​ເຂດ​ສຳ​ຄັນ​ຄື: ການ​ເມືອງ, ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ​ເສດ​ຖະ​ກິດ ພ້ອມ​ດ້ວຍ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ນອກນີ້, ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ທີ່​ມີ​ຄວາມ​ໝາຍຫຼາຍ​ຈຳ​ນວນ​ໜຶ່ງ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຂໍ້​ລິ​ເລີ່ມ​ເຫຼົ່າ​ນີ້ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ.”

ຕໍ່​ເລື່ອງນີ້, ທ່ານ ອຳ​ຈັດ ອັບ​ບັ​ສ ຫົວ​ໜ້າ​ຄະ​ນະ​ການ​ເມືອງ​ມະ​ຫາ​ວິ​ທະ​ຍາ​ໄລພູນ​ຈັບ​ປາ​ກີ​ສະ​ຖານ ເຫັນ​ວ່າ, ທັດ​ສະ​ນະ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ ມີ​ຄວາມ​ໝາຍ​ຊີ້​ນຳ​ນຳ​ພາ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ໃນ​ອະ​ນາ​ຄົດ. ທ່ານ ກ່າວ​ວ່າ:

“ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ເຖິງ​ຕ່າງ​ຝ່າຍ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແລະ​ການ​ຊົມ​ໃຊ້​ຮ່ວມ​ກັນ, ປະ​ເທດ​ສະ​ມາ​ຊິກ​ຄວນ​ປະ​ລະ​ຄວາມ​ຂັດ​ແຍ້ງ​ກັນ, ເຮັດ​ໃຫ້​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ​ຕົນ. ນອກນີ້, ໃນ​ຂົງ​ເຂດ​ຕໍ່​​ຕ້ານການກໍ່​ການ​ຮ້າຍ, ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ເອົາ​ຕົວ​ລອດ​ໄດ້, ທຸກ​ປະ​ເທດ​ມີ​ແຕ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ການ​ປະ​ສານ​ງານ​ກັນ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາ​ມາດ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຢ່າງ​ຖາ​ວອນ​ໄດ້. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ການ​ທີ່​ທ່ານ ສີ​ຈິ້ນ​ຜິງ ກ່າວ​ເຖິງ​ແຜນ​ການ​ພັດ​ທະ​ນາ​ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ອະ​ນາ​ຄົດ​ນັ້ນ ແມ່ນ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ນານ.”

ທ່ານ ກາວ​ທາມ ບາມ​ບາ​ວາ​ເລ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ CRI ວ່າ, ​ບົດປາໄສ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ຊີ້​ທິດ​ເຍືອງທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ອະ​ນາ​ຄົດ, ອິນ​ເດຍ​ຫວັງ​ວ່າ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຍິ່ງ​ໃຫຍ່ກວ່າ​ເກົ່າ​ພາຍ​ໃນ​ຂອບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ທ່ານ​ກ່າວ​ວ່າ:

“ເທື່ອນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ອິນ​ເດຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊ​ຽງ​ໄຮ​ໃນ​ນາມ​ປະ​ເທດ​ສ​ະ​ມາ​ຊິກ​ທາງ​ການ. ໃນ​ໜຶ່ງ​ປີ​ຜ່ານ​ມາ, ອິນ​ເດຍ​ໄດ້​ປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້​າ​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ການ​ຕ້ານ​ການກໍ່​ການ​ຮ້າຍ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ຂົງ​ເຂດ​ອື່ນໆ​ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສົນ​ໃຈ​ທີ່​ສຸດ, ໃນ​ອະ​ນາ​ຄົດ, ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ອິນ​ເດຍ​ຕ້ອງເສີມ​ຂະ​ຫຍາຍ​ບົດ​ບາດ​ຍິ່ງ​ໃຫຍ່ກວ່າ​ເກົ່າ​ຢ່າງ​ແນ່ນອນ.”

ຄຳ​ເຫັນ

0