尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນ

2018-06-11 16:23:28 cri

ວັນ​ທີ 9 ມິ​ຖຸ​ນາ​ນີ້, ທ່ານ ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ກ່າ​ວວ່າ, ຟີ​ລິບ​ປິນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່ການ​ຂະ​ຫຍາຍ​ສາຍ​ພົວ​ພັນມິດ​ຕະ​ພາບລະ​ຫວ່າງ​ຟີ​ລິບ​ປິນ-ຈີນ, ແລະ​ຫວັງ​ວ່າ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ​ໃນ​ອະ​ນາ​ຄົດ,ຮ່ວມ​ກັນ​ສ້າງ​ທ່າ​ອ່ຽງ​ແຫ່ງ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ.

ວັນ​ທີ 9 ມິ​ຖຸ​ນາ​ນີ້​ແມ່ນ​ວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ຄົບ​ຮອບ 43 ປີ, ທັງແມ່ນ​ວັນ​ມິດ​ຕະ​ພາບ​ຟີ​ລິບ​ປິນ-ຈີນ​ຄັ້ງ​ທີ 17. ທ່ານ ຄາ​ເຢ​ຕາ​ໂນ ກ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ງານ​ລາ​ຕີ​ສິນ​ລະ​​ປະ​ວັນ​ນະ​ຄະ​ດີ “ດອກ​ໄມ້​ບານ​ຢ່າ​ງ​ສວຍ​ງາມ​ແຫ່ງມິດ​ຕະ​ພາບ​ຟີ​ລິບ​ປິນ-ຈີນ​” ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ ທ່ານ​ກ່າວ​ປາ​ໄສວ່າ: ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ຄວນ​ເປັນ​ເພື່ອນ​ມິດ​ທີ່​ດີ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ,ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຟີ​ລິບ​ປິນ,ການ​ພັດ​ທະ​ນາ​ຂອງ​ຟີ​ລິບ​ປິນ​ຕ້ອງ​ການ​ຈີນ. ໃນ​ຕໍ່​ໜ້າ ຟີ​ລິບ​ປິນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ,ຍົກ​ລະ​ດັບການ​ພົວ​ພັນ​ລະ​ຫວ່າງ​ສອງປະ​ເທດ​ໃຫ້​ສູງ​ຂຶ້ນ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ຄົນ​ລຸ້ນ​ຕໍ່​ໄປ​ຂອງ​ສອງ​ປະ​ເທດ.

ທ່ານ ຄາ​ຢາ​ຕາ​ໂນ ກ່າວ​ຕື່ມ​ວ່າ, ສຳ​ລັບ​ຄວາມ​ຂັດ​ແຍ້ງ​ກັນບາງ​ຢ່າງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຟີ​ລິ​ບ​ປິນ​ຍິນ​ດີ​ເພີ່ມ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ກັບ​ຈີນ​ຕື່ມ​ອີກ,ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ສັນ​ຕິ​ວິ​ທີແລະ​ສິ​ວິ​ໄລ.

ຄຳ​ເຫັນ

0