李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ຈີນ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

2018-06-11 16:28:14 cri

ວັນ​ທີ 10 ມິ​ຖຸ​ນານີ້, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​​ໃຫ້ສຳ​ພາດ​ຕໍ່​ສື່ມວນ​ຊົນ ເພື່ອ​​ແຈ້ງຜົນ​ຂອງກອງ​ປະ​ຊຸມ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ.

ທ່ານ ວາງຢີ້ ກ່າວ​ວ່າ: ເທື່ອນີ້​ແມ່ນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດຫຼັງ​ຈາກ​ຮັບ​ເອົາ​ມາ​ຊິກ​ໃໝ່. ປັດ​ຈຸ​ບັນ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ມີ 8 ປະ​ເທດ​ສະ​ມາ​ຊິກ, 4 ປະ​ເທດ​ສັງ​ເກດ​ການແລະ 6 ປະ​ເທດ​ຄູ່​ເຈ​ລະ​ຈາ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ ໄດ້​ກວມ 20% ຂອ​ງ​ໂລກ ແລະພົນ​ລະ​ເມືອງກວມຫຼາຍກວ່າ 40%, ເຊິ່ງ​ໄດ້​ກາຍ​ເປັນ​ອົງ​ກາ​ນ​ພາກ​ພື້ນ​ສັງ​ລວມ​ທີ່​ມີ​ອະ​ນາ​ເຂດກວ້າງກວ່າ​ໝູ່ ແລະ​ມີ​ພົນ​ລະ​ເມືອງຫຼາຍກວ່າ​ໝູ່​ໃນ​ໂລກ​ປັດ​ຈຸ​ບັນ. ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ສີ​ຈິ້ນ​ຜິງ, ຜູ້​ນຳ​ບັນ​ດາ​ປະ​ເທດ​ຂອງ “ມະ​ຫາ​ຄອບ​ຄົວ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ” ໄດ້​ຮ່ວມ​ກັນ​ຫວນ​ຄືນ​ຂະ​ບວນ​ວິ​ວັດ​ທີ່​ບໍ່​ທຳ​ມະ​ດາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ 17 ປີ​ຜ່ານ​ມາ, ໄດ້​ວາງ​ແຜນ​ການ​ກ່ຽວ​ກັບ​ເສັ້ນ​ທາງ​ແລະ​ທິດ​ທາງ​ຂອງ​ອົງ​ການ​ຕົນ​ໃນ​ອະ​ນາ​ຄົດ ທັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ. ໃນ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້, ຜູ້​ນຳ​ປະ​ເທດ​ສະ​ມາ​ຊິກ​ໄດ້​ລົງ​ນາມ ແລະ ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ເອ​ກະ​ສານ​ຮ່ວມ​ມື 23 ສະ​ບັບ ເຊິ່ງ​ເປັນ​ຈຳ​ນວນຫຼາຍ​ກວ່າ​ກອງ​ປ​ະ​ຊຸມ​ສຸດຍອດ​ທຸກ​ຄັ້ງ​ຜ່ານ​ມາ. ໂດຍ​ມີ​ຈີນ​ແລະ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ກອງ​ປະ​ຊຸມ​ສຸດ​ຍອດ​ຊິ່ງ​ຕາວ​ຄັ້ງ​ນີ້ ໄດ້​ຮັບ​ຜົນ​​ສຳ​ເລັດຫຼາຍກວ່າ​ຄາດ​ໝາຍ, ໃນ​ນັ້ນ​ມີ 3 ດ້ານ​ສຳ​ຄັນ​ທີ່​ສຸດ​ຄື: ໜຶ່ງ, ໄດ້​ເຮັດ​ໃຫ້​ຈິດ​ໃຈ​ຊຽງ​ໄຮ​ພົ້ນ​ເດັ່ນ​ຂຶ້ນ; ສອງ, ໄດ້​ກໍ່​ຕົວ​ເປັນ​ທັດ​ສະ​ນະ​ຄະ​ຕິ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ແລະ​ອັນ​ສຸດ​ທ້າຍ, ໄດ້​ສະ​ເໜີ​ຄວາມ​ເຫັນ​ຂອງ​ອົງ​ການ​ຕົນ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ໂລກ.

ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ່ກໍ່​ຕັ້ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ຈີນ​ໄດ້​ຖື​ອົງ​ການນີ້​ເປັນ​ໜຶ່ງ​ໃນ​ທິດ​ທາງ​ບຸ​ລິ​ມະ​ສິດ​ດ້ານ​ການ​ຕ່າງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໃນ​ໄລ​ຍະ​ປ​ະ​ຊຸມ​ຄັ້ງ​ນີ້, ທ່ານ ປະ​ທານ ສີ​ຈິ້ນ​ຜິງ ໄດ້​ປະ​ກາດ​ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ​ຂອງ​ຈີນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ​ເຊັ່ນ: ຈະ​ອົບ​ຮົມ​ຍົກ​ລະ​ດັບ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ຝ່າຍ​ຕ່າງໆ 2.000 ຄົນ​ໃນ 3 ປີ​ຕໍ່​ໜ້າ, ຈະ​ສະ​ໜອງ​ທຶນ​ກາ​ນ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ 3.000 ຄົນ, ຈະ​ສ້າງ​ຕັ້ງ​ເງິນ​ກູ້​ສະ​ເພາະ​ກິດ​ທີ່​ມີ​ມູນ​ຄ່າ​ເທົ່າ​ກັບ 30 ຕື້​ຢວນ​ພາຍ​ໃນ​ຂອບ​ສະ​ຫະ​ພັນ​ທະ​ນາ​ຄານອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ​ຈະ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ການ​ກົດ​ໝາຍ​ຈີນ-ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ຈະ​ສ້າງ​ເຂ​ດ​ໂຕ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທ້ອງ​ຖິ່ນ​ຈີນ-ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະ​ຄອນ​ຊິ່ງ​ຕາວ ແລະ​ອື່ນໆ.

ທ່ານ ວາງຢີ້ ກ່າວ​ອີກວ່າ, ຈີນ​ຈະ​ເຮັດ​ຄື​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ຈະ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຈັດ​ຕັ້ງ​ປະ​ຕິ​ບັດ​ຜົນ​​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສາ​ມັກ​ຄີ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ພາບກວ່າ​ເກົ່າ, ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງກວ່າ​ເກົ່າ ແລະ​ມີ​ອະ​ນາ​ຄົດ​ສົດ​ໄສ​ກວ່າ​ເກົ່າ.

ຄຳ​ເຫັນ

0