黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງເມີ​ເຄວກ່າວ​ວ່າ: ປະ​ເທດ​ເອີ​ລົບ​ຄວນຮ່ວມ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ຮ່ວມ​ມື​ກັບ​ຈີນ​ແລະ​ປະ​ເທດ​ອື່ນໆ​ຢ່າງ​ໃກ້​ຊິດ

2018-06-12 10:25:53 cri

ທ່ານ​ນາງ ແອງ​ເຈີ​ລາ ເມີ​​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນກ່າວ​ໃນຕອນ​ຄ່ຳ​ວັນ​ທີ 10 ມິ​ຖຸ​ນາ​ນີ້ວ່າ, ​ການ​ກະ​ທຳ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 7 ປະ​ເທດ​ຫຼື G7 ເຮັດ​ໃຫ້​ຕົນ​ຮູ້​ສຶກ​ຜິດ​ຫວັງ, ເອີ​ລົບ​ບໍ່​ສາ​ມາດ​ອາ​ໄສ​ການ​ພົວ​ພັນ​ຄູ່​ຮ່ວມ​​ຂ້າມ​ມະ​ຫາ​ສະໝຸດ​ອັດ​ລັງ​ຕິກ, ຄວນ​ຮ່ວມ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຮ່ວມ​ມື​ກັບ​ຈີນ​ແລະ​ປະ​ເທດ​ອື່ນ​ໆ​ຢ່າງ​ໃກ້​ຊິດ.

ພາຍ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ G7 ສິ້​ນ​ສຸດ​ລົງ​ຢູ່ແຂວງ​ຄຸຍ​ເປັກ​ປະ​ເທດ​ກາ​ນາ​ດາ, ທ່ານ​ນາງ​ເມີ​​ເຄວ​ໄດ້​ກັບ​ຄືນ​ປະ​ເທດ​ເຢຍ​ລະ​ມັນ​ແລະ​ໃຫ້​ສຳ​ພາດ​ຕໍ່​ສະ​ຖາ​ນີ​ໂທ​ລະ​ພາບ​ຊ່ອງ​ໜຶ່ງ​ຂອງ​ເຢຍ​ລະ​ມັນ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ມິ​ຖຸ​ນາ​ນີ້. ທ່ານ​ກ່າວ​ວ່າ, ຕົນອງ​ຮູ້​ສຶກ​ຜິດ​ຫວັງ​ຕໍ່​ທ່ານ​ທ​ຣຳ​ທີ່ປະ​ຕິ​ເສດ​​ຢ່າງ​ກະ​ທັນ​ຫັນລົງ​ນາມ​​ໃນຖະ​ແຫຼງ​ການ​ຮ່ວ​ມ​ G7.

ທ່ານນາງ​ເມີ​ເຄວ​ກ່າວ​ຕື່ມ​ວ່າ, ຕົນ​ບໍ່​ມີ​ເຈດ​ຈຳ​ນົງ​ປະ​ລະ​ຂອບ G7, “ແຕ່​​ຂະ​ນະ​ດຽວ​ກັນເຢຍ​ລະ​ມັນ​ຄວນ​​ສະ​ແຫວງ​ຫາ​ການ​ສົນ​ທະ​ນາ​ກັບ​ຣັດ​ເຊຍ​, ພ້ອມ​ທັງ​ຮ່ວມ​ມື​ກັບ​ຍີ່​ປຸ່ນ, ກາ​ນາ​ຕາ​, ອິນ​ເດຍ​ແລະ​ຈີນ​ຢ່າງ​ໃກ້​ຊິດ.”

ຄຳ​ເຫັນ

0