尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ການ​ພົບ​ປະຂອງ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ-ອາ​ເມ​ຣິ​ກາ​ຈະ​ມີ​ມາດ​ຕະ​ການ​ຕົວ​ຈິງໃນ​ການ​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ແລະການ​ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ຂອງ​ແຫຼມ​ເກົາ​ຫຼີ

2018-06-12 16:54:26 cri

ຕາມ​ຂ່າວCRI: ວັນ​ທີ 12 ມິ​ຖຸ​ນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ກ່າວ​ວ່າ, ຈີນ​ຫວັງ​ວ່າ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ​ແລະ​ອາ​​ເມ​ຣິກາ​ຈະ​ສາ​ມາດ​ປັດ​ປ່າຍ​ສິ່ງ​ລົບ​ກວນ,ແລ້ວສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະກັນ,ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ,ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ການ​ຊຸກ​ຍູ້​ແລະ​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ,ຊຸກ​ຍູ້​ແລະ​ສ້າງ​ກົນ​ໄກ​ສັນ​ຕິ​ພາບ​ຂອງ​ແຫຼມ​ເກົາ​ຫຼີ,ແລະ​ມີ​ມາດ​ຕະ​ການ​ຕົວ​ຈິງ. ທ່ານ​ ວາງ​ຢີ້ ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ລ້ວນ​ແຕ່​ສາ​ມາດ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເລື່ອງ​ນີ້ ພ້ອມ​ທັງ​ກ່າວ​ເນັ້ນ​ວ່າ:ຈີນ​ກໍ່​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເຊັ່ນ​ກັນ.

ທ່ານ ວາງ​ຢີ້ ກ່າວ​ຕື່ມ​ວ່າ, ທົ່ວ​ໂລກ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ການ​ພົບ​ປະ​ລະ​ຫວ່າງຜູ້​ນຳ ສ​ປ​ປ ເກົາ​ຫຼີ-ອາ​ເມ​ຣິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ. ສອງ​ປະ​ເທດ​ເປັນ​ປໍ​ລະ​ປັກ​ກັນເຄິ່ງ​ສະ​ຕະ​ວັດກວ່າ,ມື້​ນີ້,ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ສາ​ມາດ​ນັ່ງ​ຢູ່​ຮ່ວມກັນ,ດຳ​ເນີນ​ການ​ສົນ​ທະ​ນາ​ຢ່າງ​ສະ​ເໝີ​ພາບ ຊຶ່ງມີ​ຄວາມ​ໝາຍ​ສຳ​ຄັນ​ແລະ​ມີ​ດ້ານ​ຕັ້ງ​ໜ້າ,​ເປັນ​ການ​ສ້າງ​ປະ​ຫວັດ​ສາດໜ້າ​ໃໝ່. ຕໍ່​ເລື່ອງ​ນີ້​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ສະ​ໜັບ​ສະ​ໜູນ​ຢ່າງ​ຈິງ​ໃຈ,ເພາະ​ວ່າ​ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ຈີນ​ຄອງ​ຄອຍ​ແລະ​ພະ​ຍາ​ຍາມ​ໃຫ້ບັນ​ລຸ​ມາ​ໂດຍ​ຕະ​ຫຼອດ.

ຄຳ​ເຫັນ

0