黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ອິນ​ເດຍບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ

2018-06-12 16:26:17 CRI

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 11 ມິຖຸນາ​ນີ້​ວ່າ: ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ຊິ່ງຕາວ ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ນາ​ເຣນດຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ ​ໄດ້​ພົບ​ປະກັນ ​​ເພື່ອ​ແລກປ່ຽນ​ຄວາມ​ຄິດເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ ແລະ ສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ.

ທ່ານ​ເກິ​ງສວງ ​ໄດ້​ຊີ້​ໃຫ້​ເຫັນ​​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວວ່າ: ຜູ້ນຳ​ສອງ​ປະ​ເທດ​ຈີນ​ແລະ​ອິນ​ເດຍ ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ສອງ​ຝ່າຍ​ຢູ່​ນະຄອນ​ອູ​ຮັ້ນ ສປ ຈີນ ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດນຳພາການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເປັນ​ເອກະສັນ​ກັນ​ເຫັນວ່າ ຄວນ​ທະນຸ​ຖະໜອມ ​ແລະ​ຮັກສາ​ທ່າ​ອ່ຽງການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸບັນ, ​ເລັ່ງຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ອູ​ຮັ້ນ, ຮັກສາ​ການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​​ເພື່ອຊຸກຍູ້​​ສາຍ​ພົວພັນ​ລະຫວ່າງ​ຈີນ-ອິນ​ເດຍ​ໃຫ້​ພັດທະນາ​ເ​ລື້​ອຍໆ. ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ສອງ​ປະ​ເທດເທື່ອ​ນີ້ ​​ເປັນ​ການ​ສືບ​ຕໍ່​ບັນຍາກາດ​ທີ່​ດີ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່​ນະຄອນ​ອູ​ຮັ້ນ ​ແລະ​ຈະ​ສືບ​ຕໍ່​ຮັດ​ແໜ້ນສາຍ​ພົວພັນ​ລະຫວ່າງ​ຈີນ-ອິນ​ເດຍ​ໃຫ້​ພັດທະນາກ້າວ​ເດີນ​ໄປ​ໜ້າ​ຢ່າງບໍ່​ຢຸດ​ຢັ້ງ, ປອດ​ໃສ ​ແລະ​ໜັກ​ແໜ້ນ.

ຄຳ​ເຫັນ

0