黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ ການ​ຮ່ວມ​ມື​ຂອງ ​G7 ຈະ​ເປັນ​ໄປ​ຕາມ​ກະ​ແສ​ຍຸກ​ສະ​ໄໝ

2018-06-12 10:58:43 CRI

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 11 ມິຖຸນາ​ນີ້​ວ່າ ຫວັງ​ວ່າການ​ຮ່ວມ​ມື​ຂອງ​ກຸ່ມ 7 ປະ​ເທດ ຫຼື ​G7 ຈະ​ເປັນ​ໄປ​ຕາມ​ກະ​ແສຍຸກສະ​ໄໝ.

ທ່ານ​ເກິ​ງສວງ ກ່າວ​ວ່າ: ​ແຕ່​ໃດ​ມາ, ຈີນ​ກໍ​ມີ​ຈຸດ​ຢືນ​ໃຫ້​ປະ​ເທດ​ຕ່າງໆ​ພັດທະນາ​ການ​ພົວພັນ​ກັນບົນ​ພື້ນຖານ​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ປະຕິບັດ​ຕໍ່​ກັນ​ຢ່າງສະ​ເໝີ​ພາບ ​ແລະ ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງກັນ​ແລະ​ກັນ. ການ​ຮ່ວມ​ມືຫຼາຍຝ່າຍ​ລະຫວ່າງ​ປະ​ເທດ​ຕ່າງໆ ຄວນ​ຍຶດໝັ້ນການ​ເປີດ​ກວ້າງ, ກວມ​ລວມ ​ແລະ ບໍ່​ຖື​ເອົາ​ຝ່າຍ​ທີ 3 ​ເປັນ​ເປົ້າໝາຍ, ຄວນ​ສອດຄ່ອງ​ກັບ​ກະ​ແສ​ຍຸກ​ສະ​ໄໝ​ທີ່​ພັດທະນາ​ໂດຍ​ສັນຕິ ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຂະນະ​ທີ່​ປະ​ເທດ​ສະມາຊິກ​ໃນ ​G7 ລ້ວນ​ແຕ່​ແມ່ນ​ປະ​ເທດທີ່​ພັດທະນາ​ແລ້ວ​ທີ່​ສຳຄັນ​ຂອງ​ໂລກ ພວກ​ຂ້າພະ​ເຈົ້າຫວັງ​ວ່າ, ການ​ຮ່ວມ​ມື​ຂອງ ​G7 ຈະ​ດຳ​ເນີນ​ໄປ​ຕາມ​ກະ​ແສ​ຍຸກ​ສະ​ໄໝ, ປະ​ເທດ​ສະມາຊິກ​ໃນ ​G7 ສາມາດ​ຫາບ​ແບກ​ຄວາມ​ຮັບຜິດຊອບ​ອັນ​ຄວນ, ມີ​ການ​ປະກອບສ່ວນ​ອັນ​ຄວນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ການ​ສ້າງສັນ ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ-ຄວາມ​ໝັ້ນຄົງສາກົນ ​ແລະ ຊຸກຍູ້​ການ​ພັດທະນາ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ.

ກ່ຽວ​ກັບ​ຈີນ​ເປັນ​ເຈົ້າພາບ​ຈັດບັນດາ​ກອງ​ປະຊຸມ​ສາກົນຂະໜາດ​ໃຫຍ່ ​ເຊັ່ນ ກອງ​ປະຊຸມ​ສຸດ​ຍອດຊິ່ງຕາວ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ ຢ່າງ​ສຳ​ເລັດ​ຜົນ, ທ່ານ​ເກິ​ງສວງ ກ່າວ​ວ່າ: ຈີນ​ສຸມ​ໃສ່​ຊຸກຍູ້​ການ​ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ທ່ຽງ​ທຳ-ຄວາມ​ເປັນ​ທຳ ​ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0