黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ ​ໃຫ້​ຄຳ​ຊີ້​ນຳ​ສຳຄັນຕໍ່​​ການ​ລົບ​ລ້າງຄວາມທຸກ​ຍາກ

2018-06-12 16:16:33 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ໃຫ້​ຄຳ​ຊີ້​ນຳ​ທີ່​ສຳຄັນ​ຕໍ່​ວຽກ​ງານ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ທີ່​ພວມ​ຢູ່​ໃນ​ຂັ້ນຕອນ​ປະສົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ໂດຍ​ເນັ້ນໜັກວ່າ: ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ​ເພື່ອ​ລົບ​ລ້າງ​ຄວາມທຸກ​ຍາກ​ນັ້ນ ມັນ​ເປັນ​ວຽກ​ງານ​ດ່ວນຫຼາຍ ​ແລະ​ເປັນ​ໜ້າ​ທີ່ອັນໜັກໜ່ວງ​​ແຕ່​ສຳຄັນ ຈຶ່ງ​ຈຳ​ເປັນ​ຕ້ອງ​ເຮັດ​ແທ້​ທຳ​ຈິງ, ພະຍາຍາມ​ຢ່າງສຸດ​ຂີດ ​ແລະ​ສຸມ​ຈິດ​ສຸມ​ໃຈ​ ເພື່ອຍາດ​ເອົາ​ໄຊຊະນະ​ໃນ​ບັ້ນລົບລ້າງ​ຄວາມທຸກ​ຍາກ​ທີ່​ພວມ​ຢູ່​ໃນ​ຂັ້ນຕອນ​ປະສົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດນັ້ນຢ່າງຮອບດ້ານ.

ຈາກ​ນີ້, ທ່ານຫຼີ​ເຄີ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີຈີນ ກໍ​ໄດ້​ໃຫ້​ຄຳ​ເຫັນ ​ໂດຍ​ຊີ້​​ໃຫ້​ເຫັນວ່າ: ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຊຸກຍູ້​ສົ່ງ​ເສີມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຕາມ​ເປົ້າໝາຍ​ກຳນົດກັບການ​ພັດທະນາເສດຖະກິດ-ສັງຄົມ, ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ເຊື່ອມ​ຕໍ່​ລະຫວ່າງການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອລົບ​ລ້າງ​ຄວາມທຸກ​ຍາກ​ກັບຍຸດ​ທະ​ສາດການ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ ຮຸ່ງ​ເຮືອງ, ​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ປະສານ​ສົມທົບກັນ​ແບບກາ​ຍະ​ອິນ​ຊີລະຫວ່າງ​ການຊ່ວຍ​ຊູ​ຍູ້ໜູນ​ຈາກ​ພາຍ​ນອກ​ກັບ​ການ​ກະຕຸກ​ຊຸກຍູ້ໃຫ້​ເກີດ​ມີ​ພະລັງ​ຊຸກ​ດັນ​ພາຍ​ໃນ ​ເພື່ອ​ຊຸກຍູ້​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ສາມາດຫຼຸດພົ້ນຈາກ​ຄວາມທຸກ​ຍາກ​ຢ່າງ​ໜັກ​ແໜ້ນ ​ແລະ​ຮັ່ງມີ​ຂຶ້ນ​ເປັນ​ກ້າວໆ ​ແລະ​ ຮັບປະກັນການ​ບັນລຸ​ເປົ້າໝາຍລົບ​ລ້າງ​ຄວາມທຸກ​ຍາກພາຍ​ໃນ​ເວລາ 3 ປີ​ຕາມ​ກຳນົດ.

ຄຳ​ເຫັນ

0