黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະລະ​ຫວ່າງ​ຜູ້ນຳ ສປປ ​ເກົາຫຼີ-ອາ​ເມຣິກາ​ຄັ້ງທຳ​ອິດ​ຈັດ​ຂຶ້ນຢູ່​ສິງກະ​ໂປ

2018-06-12 11:15:12 CRI

ທ່ານ​ກິມ​ເຈິ​ງອຸນ ປະທານ​ຄະນະ​ກຳມະການ​ລັດຖະກິດ ສປປ ​ເກົາຫຼີ ​ແລະ ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມຣິກາ ​ໄດ້​ເຂົ້າຮ່ວມ​ການ​ພົບ​ປະ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ທີ່​ພວມ​ຢູ່​ໃນ​ຕຳ​ແໜ່​ງສູງ​ສຸດ​ຂອງປະ​ເທດ​ຕົນ ຢູ່​ສິງກະ​ໂປ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ​ເພື່ອ​ເຈລະຈາ​ກັນ​ກ່ຽວ​ກັບ​ບັນຫາ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ​ແລະ ການຜ່ອນຄາຍ​ການ​ພົວພັນ​ທີ່​ເຄັ່ງ​ຕຶງ​ຂອງ​ສອງຝ່າຍ.

​ເວລາ 9:00 ​ໂມງ​ຂອງ​ວັນ​ທີ 12 ມິຖຸນາ​ນີ້, ຢູ່​ໃນ​ໂຮງ​ແຮມ​ກາ​ເປ​ລາ ​ເກາະ​ເຊ​ນ​ໂຕ​ຊາ ປະ​ເທດ​ສິງກະ​ໂປ ​ໄດ້​ປູ​ຜ້າພົມ​ແດງ ​ແລະ​ຢູ່​ສອງ​ສົ້ນຜ້າ​ພົມ​ແດງ, ທ່ານ​ກິ​ມ​ເຈິ​ງອຸນ ​ແລະ ທ່ານ​ໂດ​ນັນ ທຣຳ ​ໄດ້​ຍ່າງ​ເຂົ້າຫາກັນ ຖື​ວ່າ​ເປັນ​ບາດກ້າວ​ທຳ​ອິດ​ທີ່ສຳຄັນ​​ໃນ​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ​.

​ແຫຼ່ງຂ່າວ​ຈາກ​ທຳນຽບຂາວ​ອາ​ເມຣິກາ ​ໄດ້​ລາຍ​ງານ​ວ່າ ຜູ້ນຳ​ອາ​ເມຣິກາ ​ແລະ ສປປ ​ເກົາຫຼີຈະ​ພົບ​ປະກັນ​ເປັນ​ເວລາ 1 ວັນ ສອງ​ຝ່າຍ​ຈະ​ຈັດການ​ພົບ​ປະກັນ​​ລະ​ຫວ່າງ​ຜູ້ນຳ​ສອງທ່ານ, ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​​ແບບ​ເປີດ​ກວ້າງ ​ແລະ ການ​ຮັບ​ປະທານ​ອາຫານ​ທ່ຽງ​ເພື່ອ​ເຮັດ​ວຽກ. ຫົວ​ຂໍ້​ຈຸດ​ສຸມ​ຂອງ​ການ​ພົບ​ປະ ຄາດ​ວ່າຈະ​ແມ່ນຮູບ​ການ​​ແກ້​ໄຂ​ບັນຫາປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ພ້ອມ​ຕາຕະລາງ​ເວລາ ​ແລະ ອາ​ເມຣິກາ​ຈະ​ສະໜອງ​ການ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົງ​ແນວ​ໃດ.

ຄຳ​ເຫັນ

0