尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງໃ​ຫ້ການ​ພົບ​ປະລະ​ຫວ່າງ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ-ອາ​ເມ​ລິ​ກາຈົ່ງໄດ້​ຮັບ​ໝາກ​ຜົນ​ທີ່​ຕັ້​ງ​ໜ້າ

2018-06-12 11:06:28 cri

ຕາມ​ຂ່າວCRI: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້ ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຫວັງ​ດ້ວຍ​ຄວາມ​ຈິງ​ໃ​ຈ​ວ່າ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ -ອາ​ເມ​ລິ​ກາຈະ​ສາ​ມາດ​ຈັດ​ການ​ພົບ​ປະ​ກັນຢ່າງ​ສະ​ດວກ​ແລະໄດ້​ຮັບ​ໝາກ​ຜົນ​ທີ່​ຕັ້​ງ​ໜ້າ.

ສື່ມວນ​ຊົນ​ລາຍ​ງານ​ວ່າ, ທ່ານ ກິມ​ເຈີງອູນ ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາ​ຫຼີ ໄດ້​ເດີນ​ທາງ​ໄປ​ຮອດ​ສິງ​ກະ​ໂປ​ໃນ​ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ​ນີ້ດ້ວຍ​ຍົນ​ໂດຍ​ສານໂບອີງ 747 ຂອງ​ສາຍການ​ບິນ​ຈີນ. ທ່ານ ເກີງ​ສວງ ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ສຳ​ພາດ​ຂອງ​ນັກ​ຂ່າວ​ວ່າ:ໂດຍ​ອີງຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ ສ​ປ​ປ ເກົາ​ຫຼີ, ການ​ບິນ​ພົນ​ລະ​ເຮືອນ​ຈີນໄດ້​ໃຫ້​ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ແກ່​ຄະ​ນະ​ຜູ້​ແທນ​ຂອງ ສ​ປ​ປ ເກົາ​ຫຼີ​ທີ່​ເດີນ​ທາງ​ໄປ​ສິງ​ກະ​ໂປ. ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງຜູ້​ນຳ ສ​ປ​ປ ເກົາ​ຫຼີ -ອາ​ເມ​ລິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້, ທ່ານ ເກີງ​ສວງ ຊີ້​ວ່າ:

“ປັດ​ຈຸ​ບັນ, ປະ​ຊາ​ຄົມ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ການ​ພົບ​ປະລະ​ຫວ່າງ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ-ອາ​ເມ​ລິ​ກາ,ຈີນ​ຫວັງ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ​ການ​ພົບ​ປະ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ,ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ,ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້ຂະ​ບວນ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ແລະ​ຂະ​ບວນ​ການ​ແກ້​ໄຂ​ທາງ​ການ​ເມືອງ​ໄດ້ເປັນ​ຢ່າງ​ດີ.”

ຄຳ​ເຫັນ

0