黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ສະ​ມ​າ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ຕີ​ລາ​ຄາ​​ສູງ​ຕໍ່​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

2018-06-12 16:25:31 cri

ຕາມ​ຂ່າວ CRI: ວັນ​ທີ 11 ມິ​ຖຸ​ນາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ, ທ່ານ​ເອັກ​ຊຳ​ໂອ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ-ຈີນ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ. ທ່ານ​ກ່າວ​ວ່າ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມຢ່າງ​ສູງ​ຕໍ່​ “ບັນ​ດາ​ຝ່າຍ​ໄດ້​ຕົກ​ລົງ​ຮ່ວມ​ກັນ​ກ່ຽວ​ກັບ​ຄວາມ​ເປັນ​ເອ​ກະ​ພາບ 6 ດ້ານ” ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແຈ້ງ​ໃຫ້​ຮູ້ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ເຫັນ​ວ່າ, “ຄວາມ​ເປັນ​ເອ​ກະ​ພາບ 6 ດ້ານ​” ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ.

ໃນ​ໂອ​ກາດ​​ແຈ້ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ພວກ​ເຮົາ​ມີ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນ​ວ່າ, ໂລກ​ປັດ​ຈຸ​ບັນ​ພວມ​ຢູ່​​ໃນ​ຍຸດສະ​ໄໝ​ທີ່​ພັດ​ທະ​ນາ​ໃຫຍ່, ມີ​ການ​ປ່ຽນ​ແປງ​ໃຫຍ່​ແລະ​ການ​ປັ​ບ​ປຸງ​ໃຫຍ່, ໜ່ວຍ​ໂລກ​ຫັນ​ເປັນ​ຫຼາຍ​ຂົ້ວ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ພັດ​ທະ​ນາ​ກ້າວ​ສູ່​ລວງ​ເລິກ, ປະ​ເທດ​ຕ່າງໆ​ອາ​ໄສ​ກັນ​ແໜ້ນ​ແຟ້ນກວ່າ​ເກົ່າ. ພວກ​ເຮົາ​ມີ​ຈຸດ​ຢືນ​ຮ່ວມ​ກັນ​ວ່າ, ຄວາມ​ໝັ້ນ​ຄົງ​ແມ່ນ​ພື້ນ​ຖານ​ການ​ພັດ​ທະ​ນາ​ຂອງອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແບບ​ຍືນ​ຍົງ. ພວກ​ເຮົາ​ຮ່ວມ​ກັນ​ຊີ້​​ໃຫ້​ເຫັນວ່າ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ເຊື່ອມ​ໂຍງພາກ​ພື້ນ​​ເຂົ້າ​ກັນ​ແມ່ນ​​ທ່າ​ອ່ຽງ​ຂອງ​ສາ​ກົນ. ພວກ​ເຮົາ​ຮ່ວມ​ກັນ​ກ່າວ​ເນັ້ນ​ວ່າ, ປະ​ຫວັດ​ສາດ​ອັນ​ຍາວ​ນານ​ແລະ​ວັດ​ທະ​ນະ​ທຳ​ທີ່​ສະ​ຫງ່າ​ງາມ​ແມ່ນ​ຊັບ​ສົມ​ບັດ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ພວກ​ເຮົາ​ລ້ວນ​ແຕ່​ເຫັນ​ວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເປີດກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ສາ​ກົນ​ສຳ​ຄັນ​ທີ່​ສຸດ. ພວກ​ເຮົາ​ຮ່ວມ​ກັນ​ຕົກ​ລົງ​​ໃຫ້​ປະ​ເທດກຽກ​ກິດ​ສະ​ຖານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

ທ່ານ​ເອັກ​ຊຳ​ໂອ ກ່າວ​ຕື່ມ​ວ່າ, ຢາກ​ບັນ​ລຸ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ການເຊື່ອມ​ຍົງພາກ​ພື້ນ​ເຂົ້າ​ກັນ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງໃກ້​ຊິດກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນ. ທ່ານ​ກ່າວ​ວ່າ, ເບິ່ງ​ຈາກ​ໝາກ​ຜົນ​ຂອງ​ກອງ​ປະ​ຊຸ​ມ​ສຸດຍອດ​ຄັ້ງ​ນີ້​ແລ້ວ, ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ລ້ວນ​ແຕ່​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການເປີດກວ້າງ​ການ​​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ສາ​ກົນ. ກຳ​ປູ​ເຈຍ​ໃນ​ຖາ​ນະ​ເປັນ​ຄູ່​ເຈ​ລະ​ຈາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ຫວັງ​ວ່າ​ຈະສາ​ມາດ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕື່ມ​ອີກ, ຮ່ວມ​ກັນ​ວາງ​ແຜນ​​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0