尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ບິນIL-76ຂອງກອ​ງ​ທັບ​ອາ​ກາດ​ຈີນ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ນູ​ແວັນ​ເຊ​ລັງ

2018-06-12 11:29:45 cri

ຫວ່າງ​ມໍ່​ໆ​ມາ​ນີ້, ເຮືອ​ບິນIL-76ຂອງກອງ​ທັບ​ອາ​ກາດ​ຈີນ​ທີ່​ຈະ​ໄປ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມເຮືອ​ບິນ​ຂົນ​ສົ່ງ “ລົດ​ໄ​ຟ​ເທິງ​ເວ​ຫາ” ລະ​ຫວ່າງກອງ​ທັບ​ອາ​ກາດ​ຈີນ​ແລະ​ກອງ​ທັບ​ອາ​ກາດ​ນູ​ແວັນ​ເຊ​ລັງ ໄດ້​ບິນ​ໄປ​ຮອດ​ເມືອງ​ໂອກ​ແລນ​ປະ​ເທດ​ນູ​ແວັນ​ເຊ​ລັງ​ແລ້ວ ​ໂດຍໄດ້​ບິນ​ຜ່ານ​ປະ​ເທດ​ຟີ​ລິບ​ປິນ​ແລະ​ອົ​ສ​ຕ​ຣາ​ລີ.

ຂ່າວ​ແຈ້ງວ່າ,ການ​ຊ້ອມ​ຮົບ​ຮ່ວມ​ເຮືອ​ບິນຂົ​ນ​ສົ່ງ“ລົດ​ໄຟເທິງ​ເວ​ຫາ”ຄັ້ງ​ນີ້​ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ສອງ​ຝ່າຍ​ຄັ້ງ​ທຳ​ອິດ​ລະ​ຫວ່າງກອງ​ທັບ​ອາ​ກາດ​ຈີນ​ແລະ​ກອງ​ທັບ​ອາ​ກາດ​ນູ​ແວັນ​ເຊ​ລັງ ໂດຍ​ໄດ້​ປະ​ຕິ​ບັດ​ການປິ່ນ​ອ້ອມ “ການ​ຊ່ວຍ​ເຫຼືອ​ແບບ​ມະ​ນຸດ​ສະ​ທຳແລະ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​”ກໍ່​ຄື“ກາ​ນ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ທາງ​ທະ​ເລ”.

ພາຍ​ຫຼັງ​ເຮືອ​ບິນIL-76​ ຂອງກອງ​ທັບ​ອາ​ກາດ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ດັ່ງ​ກ່າວ​ໄດ້​​ບິນອອກ​ຈາກ​ດິນແດນ​ປະ​ເທດ​ຕົນ​ຕາ​ມ​ແຜນ​ການ​ແລ້ວ,​ກໍ່ໄດ້​ບິນ​ຜ່ານ​ປະ​ເທດ​ຟີ​ລິບ​ປິນ​ແລະ​ອົ​ສ​ຕ​ຣາ​ລີ,ເຊິ່ງສອດ​ຄ່ອງ​ກັບ​ຫຼັກ​ການ​ສາ​ກົນ​ແລະ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ນັ້ນ,ໃນ​ໄລ​ຍະ​ນີ້​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ສະ​ໜອງ​ການຮັບປະ​ກັນ​ດ້ານ​ການ​ບິນ​ທີ່​ກ່ຽວ​ຂ້ອງໃຫ້​ແກ່ຈີນ.

ຄຳ​ເຫັນ

0